ຫລັກທັມໃນການຢູ່ຮ່ວມກັນຢ່າງມີຄວາມສຸກ
ໂດຍ: ອາຈາຣຍ໌ ສີທາດ ສິງປະທຸມ
ໂລກະບາລທັມ 2
ມະນຸດຢູ່ໃນໂລກໜ່ວຍນີ້ບໍ່ວ່າເຊື້ອຊາດ ສາສນາໃດກໍຕາມ ລ້ວນມີຄວາມປາຖນາຄວາມສຸກກັນທັງນັ້ນ ແຕ່ກໍບໍ່ມີ ໃຜຮູ້ວ່າຈະເຮັດແນວໃດແທ້ ຈົນພຣະພຸທອົງຄ໌ໄດ້ຊົງຄົ້ນພົບວິທີການທີ່ຈະໃຫ້ມະນຸດມີຄວາມສຸກແລະໂລກມີສັນຕິສຸກ ໂດຍ ທຸກຄົນຈະຕ້ອງເຂົ້າເຖິງໂລກະບາລທັມຫລືທັມມະຄຸ້ມຄອງໂລກ 2 ປະການຄື
1. ຫິຣິ ຄວາມລະອາຍບາບ ລະອາຍໃຈຕໍ່ການເຮັດຄວາມຊົ່ວ
2. ໂອຕຕັປປະ ຄວາມຢ້ານບາບ ຢ້ານຕໍ່ຄວາມຊົ່ວແລະຜົນຂອງກັມຊົ່ວ
ໂລກບາລທັມ ໝາຍເຖິງທັມມະຄຸ້ມຄອງໂລກ ຄວບຄຸມໃຈມະນຸດໄວ້ໃຫ້ຢູ່ໃນຄວາມດີ ບໍ່ໃຫ້ລ່ວງລະເມີດສີລທັມແລະ ໃຫ້ຢູ່ ນໍາກັນດ້ວຍຄວາມເປັນລະບຽບຮຽບຮ້ອຍ ມີຄວາມສງົບສຸກ ຊຶ່ງຖ້າຫາກຂາດໂລກະບາລທັມນີ້ ສັງຄົມໂລກກໍຈະເກີດຄວາມ ສັບສົນວຸ້ນວາຍ ບໍ່ສາມາດທີ່ຈະຄວບຄຸມກັນໃຫ້ເປັນໝວດໝູ່ຢູ່ເປັນສຸກໄດ້ ເພາະວ່າຕ່າງຄົນຕ່າງຊອກສແວງຫາເຄື່ອງລ້ຽງ ຊີວິຕ ຜູ້ທີ່ມີກໍາລັງຫລາຍແລະໝູ່ພວກຫລາຍກໍຈະຂົ່ມເຫັງເອົາປຽບບຽດບຽນຜູ້ທີ່ມີກໍາລັງນ້ອຍໜ້ອຍກວ່າຕົນສັງຄົມໂລກກໍ ຈະມີແຕ່ບັນຫາອາຊຍາກັມ ພັຍເສຖກິດ ພັຍສົງຄາມ ຄວາມເຫລື່ອມລໍ້າທາງສັງຄົມແລະບັນຫາຄວາມປະພຶດຜິດທາງເພດ ຢ່າງບໍ່ຮູ້ຈັກໝົດສິ້ນ ດັ່ງພຣະພຸທພົດວ່າ “ຫິຣິໂອຕຕັປປະສັມປັນນາ ສຸກກະທັມມະສະມາຫິຕາ ສັນໂຕ ສັປປຸຣິສາ ໂລເກ ເທວະທັມມາຕິ ວຸຈຈະເຣ” ແປວ່າ ເຫລົ່າສັຕຕະບຸຣຸດຜູ້ສງົບແລ້ວໃນໂລກ ເປັນຜູ້ເຖິງພ້ອມດ້ວຍຫິຣິແລະໂອຕຕັປປະ ຕັ້ງ ໝັ້ນໃນທັມອັນຂາວ ບັນດິດກ່າວວ່າເປັນຜູ້ທີ່ມີເທວະທັມ
ໃນພຸທພາສິດຂ້າງເທິງນັ້ນຫາກຈະແບ່ງທັມອອກໄດ້ 4 ປະການຄື
(1) ຫິຣິໂອຕຕັປປະທັມ
(2) ສຸກກະທັມ
(3) ສັນຕິທັມ
(4) ສັບປຸຣິສະທັມ ຊຶ່ງທັມເຫລົ່ານີ້ກ່າວວ່າ ເທວະທັມ ຄໍາວ່າເທວະທັມ ແປວ່າທັມຂອງເທວະດາ ຊຶ່ງສາມາດແບ່ງເທວະດາເປັນ 3 ຈໍາພວກຄື (1) ສົມມຸດເທວະດາ ເທວະດາໂດຍສົມມຸດ
(2) ອຸບປະຕິເທວະດາ ເທວະດາໂດຍກໍາເນິດ
(3) ວິສຸດທິເທວະດາ ເທວະດາໂດຍຄວາມບໍຣິສຸດ ເທວະດາໂດຍສົມມຸດໄດ້ແກ່ ພຣະຣາຊາ ພຣະຣາຊເທວີ ພຣະຣາຊກຸມານ ພຣະຣາຊກຸມາຣີ ເພາະ ເປັນໃຫຍ່ກວ່າ ປະຊາຊົນໃນປະເທດຫລືເຂດແຄວ້ນປົກຄອງ ຂອງພຣະອົງຄ໌ ເທວະດາໂດຍກໍາເນີດໄດ້ແກ່ ເທວະດາທີ່ຖື ກໍາເນີດໃນເທວະໂລກ ໂດຍໄດ້ເຄີຍ ສ້າງບຸນ ກຸສົລມາກ່ອນ ແລະເທວະດາໂດຍຄວາມບໍຣິສຸດໄດ້ແກ່ ພຣະອໍຣະຫັນຕ໌ຂີນາສົບ
ທັມຂອງເທວະດາເຫລົ່ານີ້ ຊື່ວ່າເທວະທັມຄື 1. ຫິຣິ ແປວ່າຄວາມລະອາຍ ໝາຍເຖິງ ເຈຕະນາທີ່ລະອາຍຕໍ່ຄວາມປະພຶດ ຊົ່ວທຸຈຣິດຕ່າງໆ ຄືລະອາຍໃຈຕໍ່ກາຍທຸຈຣິດ ວາຈີທຸຈຣິດ ມະໂນທຸຈຣິດ ລະອາຍໃຈຕໍ່ການເຮັດບາບອະກຸສົລທັງຫລາຍ ໂດຍ ບໍ່ກ້າທີ່ຈະເຮັດຄວາມຊົ່ວເພາະ ອາຍຄົນ ອາຍຜີສາງເທວະດາ ບໍ່ອາດເຮັດຄວາມຊົ່ວໄດ້ແມ່ນບໍ່ມີໃຜຮູ້ໃຜເຫັນກໍຕາມ ເໝືອນ ມີອາການຄັນຄາຍບໍ່ກ້າຈັບບາຍສິ່ງສົກກະປົກ ເປິະເປື້ອນ ແມ່ນຈະໄດ້ລາບຍົດໃດໆ ກໍຕາມ ເພາະມີຈິດສໍານຶກວ່າຄວາມຊົ່ວ ເປັນສິ່ງທີ່ທໍາລາຍຄວາມດີງາມຂອງຕົນຈົນເຮັດໃຫ້ຕົນເປັນ ຄົນຊົ່ວນັ້ນເປັນສິ່ງອັບອາຍຂາຍໜ້າ
ເຫດທີ່ເກິດຂອງຫິຣິມີ 4 ປະການຄື (1) ເພາະພິຈາຣະນາເຖິງຊາດ ສະກຸລ ຍົດແລະບໍຣິວານ (2) ເພາະພິຈາຣະນາ ເຖິງວັຍ ແລະການສຶກສາຂອງຕົນ (3) ເພາະພິຈາຣະນາໄດ້ວ່າຕົນເປັນຄົນອົງອາດກ້າຫານ (4) ເພາະພິຈາຣະນາ ໄດ້ວ່າ ອັນໃດຜິດ ອັນໃດຖືກ ຄວນເຮັດແລະບໍ່ຄວນເຮັດ ເປັນຕົ້ນ ຄົນເຮົາເມື່ອມາພິຈາຣະນາເຖິງເຫດ 4 ປະການນີ້ ຂໍ້ໃດຂໍ້ຫນຶ່ງ ແລ້ວມີ ຄວາມສົນໃຈປະພຶດໃນສິ່ງທີ່ຖຶກທີ່ຄວນ ເປັນໄປຕາມທໍານອງຄອງທັມ ໂດຍຫວັງປໂຍດສຸກ ທັງສອງຄື ປໂຍດຕົນເອງ ແລະຜູ້ອື່ນເປັນຫລັກປະຈໍາຈິດໃຈແລ້ວ ຫິຣິຄືຄວາມລະອາຍຍ່ອມເກິດຂຶ້ນ
2. ໂອຕຕັປປະ ແປວ່າຄວາມຢ້ານ ຄວາມສະດຸ້ງກົວ ໝາຍເຖິງ ຄວາມສະດຸ້ງກົວຕໍ່ຜົນຂອງການເຮັດຄວາມຊົ່ວ ທຸຈຣິດຕ່າງໆ ກລ່າວຄືອາການທີ່ບໍ່ກ້າເຮັດຜິດຂນົບທັມນຽມປະເພນີແລະສີລທັມອັນດີຂອງສັງຄົມມະນຸດ ເພາະຢ້ານຕໍ່ຜົນ ຂອງບາບຫລື ຜົນແຫ່ງການ ເຮັດຊົ່ວທີ່ຈະມາເຖິງຕົນ ເໝື່ອນການທີ່ບໍ່ກ້າຈັບໄຟ ເພາະຢ້ານໄຟຈະໄໝ້ມື
ຄວາມຢ້ານຕໍ່ຜົນຂອງການທໍາຊົ່ວຄື ການປະພຶດສຸຈຣິດທັງຫລາຍທັງທາງກາຍ ວາຈາ ແລະທາງໃຈ ມີປັນຍາ ພິຈາຣະນາ ເຫັນແຈ້ງວ່າ ສັດໂລກຍ່ອມມີກັມເປັນຂອງຕົນ ເກິດມາແລ້ວຕ້ອງເປັນຜູ້ຮັບຜົນຂອງກັມນັ້ນໆ ເມື່ອພິຈາຣະນາໄດ້ດັ່ງນີ້ ຍ່ອມມີຄວາມຢ້ານ ສະດຸ້ງກົວຕໍ່ຜົນຂອງກັມຊົ່ວ ແມ່ນຈະພຽງເລັກນ້ອຍກໍ່ບໍ່ກ້າເຮັດ ຈຶ່ງຊື່ວ່າໂອຕຕັປປະ ສ່ວນຄົນທີ່ບໍ່ກ້າ ເຮັດຜິດ ເພາະຢ້ານຜູ້ໃຫຍ່ຫລືຜູ້ບັງຄັບບັນຊາຈະທໍາໂທດຕົນ ຢ່າງນີ້ບໍ່ຈັດວ່າເປັນຜູ້ທີ່ມີໂອຕຕັປປະ
ເຫດທີ່ເກິດຂອງໂອຕຕັປປະມີ 3 ປະການຄື (1) ເພາະຢ້ານຕົນເອງຈະຕ້ອງຕິຕຽນຕົນເອງ (2) ເພາະຢ້ານຜູ້ອື່ນຕິຕຽນ ຕົນເອງ (3) ເພາະຢ້ານຕໍ່ໂທດຫລືຄວາມທຸກອັນຈະເກິດຈາກການເຮັດຊົ່ວນັ້ນ ຄົນເຮົາເມື່ອມາພິຈາຣະນາເຖິງເຫດ 3 ປະການເຫລົ່ານີ້ຂໍ້ໃດຂໍ້ໜຶ່ງແລ້ວ ໂອຕຕັປປະຍ່ອມເກິດຂຶ້ນ
ຄົນທີ່ມີຫິຣິຍ່ອມມີຄວາມລະອາຍຕໍ່ການເຮັດບາບທຸຈຣິດ ປຽບສະເໝືອນຊາຍໜຸ່ມຍິງສາວຜູ້ທີ່ກໍາລັງຮັກຄວາມສວຍ ຮັກຄວາມງາມ ອາບນໍ້າທໍາຄວາມສະອາດຮ່າງກາຍ ທາຂອງຫອມ ປະດັບຕົກແຕ່ງຮ່າງກາຍດ້ວຍເຄື່ອງນຸ່ງຫົ່ມອັນງາມຕາ ແລ້ວ ຍ່ອມຢ້ານຕົນເອງຖືກສິ່ງສົກກະປົກເປິເປື້ອນ ຄົນທີ່ມີໂອຕຕັປປະຍ່ອມຢ້ານຕໍ່ຜົນແຫ່ງບາບທຸຈຣິດ ປຽບສະເໝືອນ ຄົນຂີ້ຢ້ານມີປົກກະຕິຢ້ານ ຕົກໃຈຢູ່ເລື້ອຍໆ ເຫັນອະສໍຣະພິດເຊັ່ນ ງູ ຂີ້ເຂັບ ແມງງອດ ເປັນຕົ້ນ ກໍສະດຸ້ງກົວ ບໍ່ຢາກເຂົ້າໃກ້ ມີແຕ່ພຍາຍາມຈະຢູ່ຫ່າງໄກເທົ່ານັ້ນ
ຫາກເຮົາຊ່າງສັງເກດຈະພົບວ່າ ຫິຣິ-ໂອຕຕັປປະ ເປັນທັມທີ່ເກິດຂຶ້ນພາຍໃນໃຈຂອງຄົນທຸກຄົນ ຊຶ່ງຄ່ອຍເກິດຂຶ້ນມາ ຕາມລໍາດັບ ຈຶ່ງກ່າວທັມສອງປະການນີ້ວ່າ ມະໂນທັມ ຄືທັມທີ່ເກິດຢູ່ພາຍໃນຈິຕ ເພາະຫິຣິ-ໂອຕຕັປປະ ເປັນມະໂນທັມ ນັ້ນເອງ ພຶດຕິກັມຂອງມະນຸດ ຈຶ່ງແຕກຕ່າງຈາກສັດໂລກໂດຍທົ່ວໄປ ພຶດຕິກັມຕ່າງໆ ຂອງບຸກຄົນໃນສັງຄົມ ຈະຖືຫລັກການ ບໍ່ບຽດບຽນຕົນເອງແລະຄົນອື່ນໃຫ້ເດືອດຮ້ອນ ເພາະພຶດຕິກັມຕ່າງໆ ຈະຢູ່ພາຍໃຕ້ການຄວບຄຸມຂອງຫິຣິ-ໂອຕຕັປປະ ໂດຍມີຄວາມສໍານຶກທີ່ເກິດຂຶ້ນຈາກການຍອມຮັບຄວາມສໍາຄັນ ຂອງຕົນເອງ ສັງຄົມ ເງື່ອນໄຂທາງສັງຄົມ ແລະສາສນາ ເປັນຕົ້ນ ເຊັ່ນ ການພິຈາຣະນາເຖິງຊາດຕະກູລ ອາຍຸ ການສຶກສາ ຄໍາຕິຊົມຈາກ ຄົນອື່ນ ຄວາມຮູ້ສຶກຕໍານິຕົນເອງ ໂທດທາງ ບ້ານເມືອງ ການຕົກນະຣົກຫລັງຈາກຕາຍ ເປັນຕົ້ນ ຄວາມຮູ້ສຶກສໍານຶກເຫລົ່ານີ້ຈະຄ່ອຍໆ ເກິດຂຶ້ນ ເມື່ອຄົນສໍານຶກເຖິງ ຄຸນຄ່າ ຄວາມດີງາມອັນເກິດຂຶ້ນຈາກການມີຄວາມລະອາຍໃຈແລະຄວາມຢ້ານຕໍ່ບາບ ແລະຜົນຂອງບາບ
ສ່ວນຝ່າຍກົດໝາຍບ້ານເມືອງນັ້ນ ບັນຍັດຂຶ້ນເພື່ອຄວບຄຸມຄວາມປະພຶດຜິດທາງກາຍ ແລະວາຈາເທົ່ານັ້ນ ບໍ່ໄດ້ໄປ ຄວບຄຸມເຖິງໃຈ ທີ່ເປັນຕົວຄວບຄຸມກາຍກັບວາຈາອີກຊັ້ນໜຶ່ງ ດັ່ງນັ້ນ ຄວາມຜິດທາງກົດໝາຍຈະເກິດຂຶ້ນ ຕາມເງື່ອນໄຂ ກົດໝາຍໄດ້ ກໍຕໍ່ເມື່ອການກະທໍາຜິດນັ້ນຈະຕ້ອງຟັງໄດ້ວ່າເປັນຄວາມຜິດຕາມກົດໝາຍ ມີປະຈັກພະຍານ ຫລັກຖານພຽງພໍ ທີ່ຈະເອົາເປັນຄວາມຜິດໄດ້ ຈຶ່ງຕັດສິນໄດ້ວ່າເປັນຄວາມຜິດ
ຫາກມີຄວາມສໍານຶກຜິດວ່າ ອັນໃດຜິດອັນໃດຖຶກ ເກິດຈາກຫິຣິ-ໂອຕຕັປປະແລ້ວ ບໍ່ຈໍາເປັນຕ້ອງມີຄົນເຫັນຫລືບໍ່ເຫັນ ໃຜຈະວ່າກ່າວຫລືບໍ່ກໍຕາມ ຄົນທີ່ມີຫິຣິ-ໂອຕຕັປປະ ຈະສໍານຶກໄດ້ດ້ວຍຕົນເອງວ່າ ອັນໃດຄວນຫລີກເວັ້ນອັນໃດຄວນເຮັດ ກົງກັນຂ້າມໃນດ້ານສ້າງຄວາມດີ ຄົນທີ່ມີຫິຣິ-ໂອຕຕັປປະ ພ້ອມທີ່ຈະເຮັດຄວາມດີໂດຍບໍ່ຈໍາເປັນວ່າ ໃຜຈະເຫັນຫລືບໍ່ກໍຕາມ ເມື່ອເຫັນຄວາມດີກໍພ້ອມທີ່ຈະເຮັດທັນທີ ໂດຍບໍ່ຄອຍຖ້າໂອກາດແລະເວລາ
ຄວາມປັ່ນປ່ວນ ສັບສົນວຸ້ນວາຍໃນປັດຈຸບັນຈາກຄອບຄົວເຖິງສັງຄົມໂລກ ຈະພົບວ່າການກະທໍາໃນລັກສນະທີ່ຂາດ ຄວາມຮັບຜິດຊອບຕໍ່ຕົນເອງແລະສັງຄົມ ມີຈໍານວນເພິ່ມຂຶ້ນ ຊຶ່ງໄດ້ເກິດຂຶ້ນແກ່ຄົນທົ່ວໄປທັງສະຖານະການຂອງສັງຄົມ ປະເທດແລະໂລກ ໂລກບາລທັມທັງສອງປະການຍິ່ງມີຄວາມຈໍາເປັນຫລາຍຂຶ້ນ ທີ່ຄົນຈະຕ້ອງສ້າງໃຫ້ເກີດຂຶ້ນໃນຈິດໃຈ ໂດຍສະເພາະຢ່າງຍິ່ງຄົນທີ່ເຮັດວຽກກ່ຽວຂ້ອງກັບອໍານາດ ເງິນ ສັງຄົມ ຣາຊການ ຊຶ່ງຂາດຫິຣິ-ໂອຕຕັປປະບໍ່ໄດ້ເລີຍ ຫາກຕ້ອງການຄວາມຈະເຣິນກ້າວໜ້າແລະຄວາມສຸກໃນຊີວິຕຂອງຕົນເອງ
ຖ້າມະນຸດໃນໂລກມີຄວາມລະອາຍຕໍ່ການບຽດບຽນທໍາຮ້າຍຜູ້ອື່ນ ຢ້ານຕໍ່ຄວາມຊົ່ວແລະບາບກັມທີ່ເຮັດ ໃຫ້ຜູ້ອື່ນສູນ ເສັຽແລະພັດພາກ ສົງຄາມກໍຈະບໍ່ເກິດຂຶ້ນ ໂລກໜ່ວຍນີ້ຈະມີແຕ່ຄວາມຮົ່ມເຢັນ ຂໍພຽງມີ ຫິຣິ-ໂອຕຕັປປະ ໂລກກໍຈະມີຄວາມສງົບສຸກຢ່າງແທ້ຈິງ