WAT MAI BUDDHAVONGS, Lao Buddhist Society of Vic Inc.
  • HOME
    • SANGHA
    • COMMITTEE
    • CONTACT US
    • Dhamma Links
  • ABOUT
    • Wat Lao in Australia
  • PHOTOS
    • LESG
  • COMING EVENTS
  • BUDDHISM
    • Buddha Story
  • DHAMMA
    • Chanting >
      • Sila
    • ບົດສູດມົນ
  • ບຸນຕ່າງໆ
  • ວາລະສານ
    • ປຶ້ມແລະໜັງສືທັມມະລາວ
    • ບົດຄວາມທັມມະ
ປ່ຽນຄວາມຄິດຊີວິດປ່ຽນ
                                                                                                                                  ໂດຍ ພຣະອາຈານ ພຸຸດທິໄຊ ພຸດທິບັນດິດ

ຊົນຊາດລາວເຮົາເປັນຊົນຊາດນຶ່ງທີ່ມີຄວາມໂຊກດີ ແລະອຸດົມສົມບູນດ້ວຍຊັພຍາກອນທັມມະຊາດ ຮີດຄອງປະເພນີ ຂນົບທັມນຽມ ແລະວັທນະທັມ ທີ່ຫລາກຫລາຍໄພບູນ ມີບົດກາບກອນ ກະວີ ທີ່ບັນດານັກປາດບູຣະພາຈານຍ໌ເຮົາຂີດຂຽນ ເອົາໄວ້ ຕັ້ງແຕ່ໃນບັ້ງຈູ້ງ ປັບສາ ໃບລານຖ່າຍທອດມາ ເປັນເຈັ້ຽແລະລະບົົບດີຈີຕອລໃນຄອມພິວເຕີຣ໌ເຖິງປັດຈຸບັນ ເພື່ອເປັນແບບແຜນ ແລະວິຖີຊີວິດ ຂອງລູກຫລານ ໄດ້ສືບທອດເລື້ອຍມາ ແລະເພື່ອເປັນການກ່ອມເກົາຊົນໃນຊາດໃຫ້ເກີດ ຄວາມກົມກຽວ ຮັກແພງກັນ ເຫມືອນພີ່ເຫມືອນນ້ອງ ເຊັ່ນຄຳບູຮານໄດ້ສອນໄວ້ວ່າ:
“ເສືອພີເພາະຫຍ້າປົກ ປ່າຮົກເພາະເສືອຍັງ ດິນດີເພາະຫຍ້າບັງ ຫຍ້າຍັງເພາະດິນດີ”
ຄືບໍ່ມີຜູ້ໃດຢູ່ຢ່າງໂດດດ່ຽວໄດ້ ທຸກຄົນຕ້ອງອາໃສກັນແລະກັນຈຶ່ງຈະຢູ່ລອດໄດ້. ນອກຈາກນີ້ຍັງສອນໄປເຖິງບັນດານັກປົກຄອງທັງຫລາຍດ້ວຍ ເມື່ອໄດ້ເປັນໃຫຍ່ ເປັນໂຕແລ້ວ ຢ່າໄດ້ຫລົງໄຫລໃນອຳນາດ ຢ່າໄດ້ລືມຊາວໄຮ່ ຊາວນາ ຣາສດອນຕາດຳໆ ທີ່ເປັນກະດູກສັນຫລັງຂອງຊາດວ່າ:
“ຄັນເຈົ້າໄດ້ຂີ່ຊ້າງ ກັ້ງຮົ່ມເປັນພຍາ ຢ່າໄດ້ລືມຊາວນາ ຜູ້ຂີ່ຄວາຍຄອນກ້າ” ແລະຍັງມີອີກຫລາຍທີ່ເປັນຄະຕິຄຳສອນດີໆ ຊື່ງບໍ່ອາດນຳມາກ່າວໃຫ້ຫມົດໄດ້.
ແຕ່ເນື່ອງຈາກຊົນຊາດລາວເຮົາສ່ວນຫລາຍເປັນຄົນນິໃສອ່ອນນ້ອມຖ່ອມຕົວຢູ່ແລ້ວ ບັນດານັກປາດ ເກ້ທີ່ຮັບໃຊ້ຊົນຊັ້ນສັກດິນາທັງຫລາຍ ເຂົາກໍມີຄະຕິຄຳສອນອອກມາກ່ອມເກົາຣາສດອນທີ່ເປັນຂ້າທາດ ບໍຣິວານທີ່ ເຂົາປົກຄອງຢູ່ບໍ່ນ້ອຍເຫມືອນກັນ ເຊັ່ນ:

- “ເຊື້ອຊາດຈ້ອງຄັນຈ່ອງກະຍັງຫຸບ    ບາດຫ່າຊາຕາຫລຸບຫລູບລົງຄືຈ້ອງ
ຍາມເມື່ອຊາຕາຂຶ້ນຂວາງຄືຂອນກະເລີຍລ່ອງ    ບາດຊິລົ້ມຫຍຸມຫຍ້າກໍ່ບໍ່ຟັງ”
- “ເຊື້ອຊາດຊ້າງຫາງຍາວສນຸກແກວ່ງ  ເຊື້ອໄກ່ກູ້ມຫາງກ້ອມແກວ່ງບໍ່ຄື
ເຊື້ອຊາດອ້ອຍບໍ່ຫ່ອນເກີດເປັນເລົາ     ແຊງຕາເປົາບໍ່ຫ່ອນເປັນກໍໄດ້
ເຊື້ອຊາດແຮ້ງເຫມັນກູຍຮອດກະດູກ    ແມ່ນຊິປູກດອກຊ້ອນທຽມຂ້າງກະບໍ່ຫອມ”.

ບັນດາຜຍາພາສິດເຫລົ່ານີ້ ເປັນໄດ້ທັງຄຳຜຍາທີ່ບ່າວສາວກ້ຽວພາລາສີກັນ ແລະເປັນໄດ້ ທັງສຸພາສິດຄຳສອນ ເພື່ອກ່ອມເກົາ ໃຫ້ເຊື່ອວ່າຄົນເຮົາເກີດມາຕາມພົມລິຂິດ ແລະເກີດມາເພື່ອຮັບໃຊ້ກັມເກົ່າ ອັນຊົ່ວຊ້າທີ່ຕົນໄດ້ເຄີຍກະທຳເອົາໄວ້ ໃຫ້ກົ້ມຫນ້າຍອມຮັບໂຊກຊະຕາຂອງຕົນເອງຕໍ່ໄປ ຢ່າໄດ້ໄປຝືນວາສນາ ແລະທີ່ເປັນຄົນຊົນນະບົດຍາກຈົນຄົ້ນແຄ້ນ ໄຮ້ການສຶກສານັ້ນ ມັນເປັນພັນທຸກັມສືບທອດກັນມາ.
  ທ່ານທັງຫລາຍລອງພິຈາລະນາເບິ່ງເລື່ອງສັ້ນເລື່ອງຫນຶ່ງທີ່ເກີດຂຶ້ນທີ່ປະເທດໃຕ້ຫວັນ ທີ່ຜູ້ຂຽນເຄີຍ ອ່ານມາ ແຕ່ກໍຈື່ບໍ່ໄດ້ວ່າ ເປັນຫນັງສືຜູ້ໃດຂຽນ ເພາະຜ່ານມາຫລາຍປີແລ້ວ ເລື່ອງມີຢູ່ວ່າ: ຜູ້ຈັດການ ທະນາຄານເຫັນສາວຊົນນະບົດຜູ້ຫນຶ່ງທີ່ມາ ເຮັດວຽກທຳຄວາມສະອາດ ໃນທະນາຄານ ແຫ່ງດຽວກັນ ທຸກໆ ວັນ ເວລາຜູ້ຈັດການຍ່າງຜ່ານເຂົ້າຫ້ອງທຳງານ ກໍຈະຍ່າງຜ່ານ ນ້ອງຄົນນີ້ພ້ອມ ກັບການ  ທັກທາຍແລະຍິ້ມໃຫ້ກັນທຸກວັນ ວັນຫນຶ່ງຜູ້ຈັດການຮູ້ສຶກສົງສານເມື່ອນຶກເຖິງຄວາມເປັນຢູ່ ລວມເຖິງ ອະນາຄົດຂອງນ້ອງຄົນນີ້ ຫລັງຈາກທັກທາຍແລະຍິ້ມໃຫ້ແລ້ວຈຶ່ງກ່າວຂຶ້ນວ່າ: ອ້າຍເບິ່ງໂຫງ່ເຮັ້ງຂອງນ້ອງແລ້ວເຫັນວ່າໃນອະນາຄົດ ນ້ອງຈະໄດ້ເປັນຜູ້ຊ່ຽວຊານດ້ານຄອມພິວເຕີຣ໌ນະ “ໃຫ້ນ້ອງຫາເວລາວ່າງ ໄປຮຽນວິຊາຊີບ ພິເສດເພິ່ມນະ” ເມື່ອໄດ້ຍິນດັ່ງນັ້ນ ນ້ອງຄົນນີ້ຕົກໃຈຈົນຕາ ເຫລືອກ ກັບຄຳເວົ້າຂອງຜູ້ຈັດການ ເພາະມາຈາກ ບ້ານນອກການສຶກສາຊັ້ນປະຖົມກໍ່ບໍ່ຈົບ ແລ້ວວ່າສິໄດ້ເປັນຜູ້ ຊ່ຽວຊານດ້ານຄອມພິວເຕີຣ໌ມັນເຫມືອນຝັນກາງເວັນ ຢ່າງໃດ ຢ່າງນັ້ນ ເຮັດໃຫ້ນາງມືນງົງໄປຫມົດເລີຍ.   
ເມື່ອໄດ້ສະຕິ ແລະໄດ້ໂອກາດນາງກໍໄປຫາຕິດຕໍ່ຊອກຫາບ່ອນຮຽນທັນທີ ເພາະຍັງເຊື່ີອຫມັ້ນໃນຄຳເວົ້າຂອງຜູ້ຈັດການ ຫລາຍປີຕໍ່ມາ ພະນັກງານທຳຄວາມສະອາດຜູ້ນີ້ໄດ້ປ່ຽນອາຊີບກາຍເປັນໂປຣແກຣມເມີຣ໌(programmer) ດັ່ງຄໍາທໍານາຍຂອງ ທ່ານຜູ້ຈັດການຈິງໆ, ຄືຄົນຈີນສ່ວນຫລາຍເຊື່ອໂຫງ໋ເຮ໊ງທີ່ຊິນແສ໋ແນະນຳໃຫ້ ແລະນ້ອງຄົນນີ້ມາພົບກັບຊີນແສຈຳເປັນເຂົ້າໃຫ້ ແລະ ກໍມີຄວາມເຊື່ອ ແລະຫມັ້ນໃຈຕົນເອງຂຶ້ນເພາະຄົນເຮົາສ່ວນຫລາຍ ບໍ່ຄ່ອຍເຊື່ອຫມັ້ນ ໃນຕົນເອງ ແຕ່ເຊື່ອການຮັບຮອງ ຂອງຄົນອື່ນ; ຈຶ່ງເຫັນໄດ້ວ່າ ຄວາມຍາກຈົນຄົ້ນແຄ້ນ ແລະໄຮ້ການສຶກສາ ຈຶ່ງບໍ່ແມ່່ນເປັນເພາະພັນທຸກັມໃຫ້ມາ.

      ເດລ ຄາຣ໌ເນກີ (Dale Carnegie1888-1955) ເຈົ້າພໍ່ແຫ່ງການພັທນາການຕົນເອງ ແລະເປັນເຈົ້າຂອງ ຫລັກສູດເດລ ຄາຣ໌ເນກີ ເປັນສູນອົບຝຶກອົບຮົມພະນັກງານກວ່າ 70  ປະເທດທົ່ວໂລກ, ຫນັງສືຂອງເຂົາຖືກຕີພິມເປັນພາສາຕ່າງໆ 38 ພາສາ ເຂົາມີທັສນະຄະຕິວ່າ: ຕົວຂອງທ່ານສາມາດ ເປັນຄົນທີ່ເກັ່ງທີ່ສຸດໃນໂລກໄດ້ ຖ້າທ່ານເຊື່ອວ່າທ່ານເກັ່ງແລະໃຫ້ໂອກາດຕົວເອງ ເຂົາເນັ້ນວ່າ “you are what you think!”  ທ່ານຄິດແບບໃດ ຊີວິຕຈະເປັນແບບນັ້ນ; ຄົນເຮົາຕ່າງທີ່ຄິດຊີວິດຈິ່ງປ່ຽນ ທຸກຄົນມີບັນໄດຕິດຕົວມາແຕ່ກຳເນີດ ມັນຂຶ້ນຢູ່ທີ່ວ່າທ່ານໄດ້ພຍາຍາມປິນມັນຂຶ້ນຫລືຍັງ? ເຂົາກ່າວໄວ້ວ່າ: ຄົນທີ່ຈະປະສົບຜົນສຳເລັດທີ່ຍິ່ງໃຫຍ່ ຕ້ອງມີເປົ້າຫມາຍຊີວິດ ຖ້າບໍ່ມີເປົ້າຫມາຍບໍ່ປະສົບຜົນສຳເລັດແນ່ນອນ ຢາກປະສົບຄວາມສຳເລັດຕ້ອງສູ້ບໍ່ຖອຍ, ວັນນີ້ຜູ້ຂຽນຂໍນຳວິທີຕັ້ງເປົ້າຫມາຍຊີວິດຂອງເດລ ຄາຣ໌ເນກີ ມາຕ້ອນທ່ານຜູ້ອ່ານ 7 ຂັ້ນຕອນ ດັ່ງນີ້:


1.  ຕັ້ງເປົ້າຫມາຍໃຫ້ເຫັນພາບໄດ້ຊັດເຈນວ່າ: ພາຍໃນ 3 ປີ, 5 ປີ, 10 ປີ ແລະ20 ປີ

ຂ້າງຫນ້າ ທ່ານຢາກຈະເປັນອີ່ຫຍັງ.

2.  ຂນາດຂອງເປົ້າຫມາຍ: ຕ້ອງບໍ່ນ້ອຍເກິນໄປ ຄື ຈົນບໍ່ໄດ້ໃຊ້ຄວາມພຍາຍາມເລີຍ ຫລືໃຫຍ່ເກິນ ໄປຈົນໄປບໍ່ເຖິງຈຸດຫມາຍໄດ້.


3.  
ເປົ້າຫມາຍຕ້ອງສຳພັນກັນ: ຄືຂນາດ ລະຍະເວລາຕ້ອງສອດຄ້ອງກັນ ກ່າວຄືຕັ້ງເປົ້າຫມາຍໃຫຍ່ ກໍ່ຕ້ອງໃຊ້ເວລາຫລາຍ ຕັ້ງເປົ້ານ້ອຍກໍຕ້ອງໃຊ້ເວລານ້ອຍ.

4
.  ເມື່ອຕັ້ງເປົ້າຫມາຍແລ້ວຕ້ອງປະກາດໃຫ້ໂລກຮູ້: ໂລກໃນທີ່ນີ້ກໍຄືຄົນທີ່ໃກ້ຕົວເຮົາ ນັ້ນແຫລະ ວ່າເຮົາສິເຮັດຫຍັງເພື່ອເປັນກົລຍຸດໃຫ້ກົດດັນຕົວເອງ.

5. ຫາວິທີປະຕິບັດ: ວິທີໃດທີ່ຈະພາເຮົາໄປເຖິງເປົ້າຫມາຍໄວທີ່ສຸດ ງ່າຍທີ່ສຸດ ເຫມາະສົມກັບຄວາມສາມາດຂອງເຮົາທີ່ສຸດ.

6
.
ລົງມືປະຕິບັດ: ເມື່ອໄດ້ວິທີການທີ່ຈະພາເຮົາໄປເຖິງເປົ້າຫມາຍແລ້ວ ໃຫ້ລົງມືທັນທີ ລົງມືດຽວນີ້.

7.  ຢ່າຢຸດໂດຍເດັດຂາດ: ເພາະຄົນເຮົາສ່ວນຫລາຍມັກຜັດວັນປະກັນມື້ ໄດ້ເທົ່າໃດກໍເອົາເທົ່ານັ້ນ
 ຫນັກເທົ່າໃດກໍຕ້ອງສູ້ ບໍ່ສໍາເລັດບໍ່ເລີກ.

ຖ້າປະຕິບັດໄດ້ຕາມນີ້...ຊີວິດທ່ານກໍຈະປະສົບຜົນສຳເລັດແນ່ນອນ…! ເດລ ຄາຣ໌ເນກີ ກ່າວ.    
ພົບກັນທີ່ຈຸດເສັ້ນໄຊແຫ່ງຜູ້ຊນະ ສ່ວນຜູ້ທີ່ຕັດສິນໃຈຊ້າກະຣຸນາລໍຄິວຖັດໄປ …!

Powered by Create your own unique website with customizable templates.