ບຸນເຂົ້າກັມເປັນເດືອນທີ່ພຣະສົງຄ໌ເຂົ້າກັມ(ປະຣິວາສກັມ)ທີ່ຖືປະຕິບັດກັນມາແຕ່ບູຮານນະການ ເພື່ອໃຫ້ພຣະສົງຜູ້ກະທຳ ຜິດ ໄດ້ສາລະພາບຕໍ່ໜ້າສົງຄ໌ ເປັນການຝຶກຈິຕສຳນຶກເຖິງຄວາມບົກພ່ອງຂອງຕົນແລະມຸ່ງປະພຶດຕົນໃຫ້ ຖືກຕ້ອງຕາມ ພຣະທັມ ວິນັຍຕໍ່ໄປ.
ພຣະທີ່ຕ້ອງອາບັດສັງຄາທິເສສ (ອາບັດ ໜັກຮອງຈາກປະຣະຊິກ)ຕ້ອງຢູ່ກັມ ຈຶ່ງຈະພົ້ນອາບັດ ອັນເປັນພິທີທີ່ທຳໃຫ້ຈິດໃຈບໍ່ ເສົ້າໝອງ ຫລື ອີກນັຍນຶ່ງກໍເພື່ອລະລຶກເຖິງການກະທຳອັນເປັນບາບທີ່ທຳມາຕລອດພັນສາ.
ພຣະພິກຂຸຕ້ອງອາບັດແລ້ວ ຈະເປັນອາບັດໜັກ ຫລື ເບົາ ເຊິ່ງຢູ່ໃນລັກສນະທີ່ວ່າ ສເຕກິຈສາ ຢຽວຢາໄດ້ ຄືທຳໃຫ້ພົ້ນ ໂທດໄດ້ ກໍຕ້ອງຢູ່ກັມ ເພື່ອໃຫ້ພົ້ນຈາກອາບັດ ທີ່ ລ່ວງເກີນນັ້ນ ເມື່ອບໍ່ສະແດງຫລື ບໍ່ທຳໃຫ້ພົ້ນໂທດ ບາບກັມນັ້ນກໍຈະຕິດ ຕາມໄປຫລາຍ ພົບຫລາຍຊາຕເໝືອນດັ່ງພຣະພິກຂຸອົງນຶ່ງ ທີ່ຕ້ອງອາບັດໃນ ສມັຍພຣະກັສສະປະພຸທທະເຈົ້າ ຊື່ງຈະກ່າວ ໃນໂອກາດຕໍ່ໄປ.
ບຸນນີ້ຈະນິຍົມທຳກັນໃນເດືອນຈຽງ ຈະເປັນຂ້າງຂື້ນ ຫລື ຂ້າງແຮມກໍໄດ້ ແຕ່ສ່ວນມາກແລ້ວ ຈະທຳໃນມື້ພຣະສົງຄ໌ ສູຕອັພພານ ຄື ອອກກັມ ກໍຄືມື້ ຂຶ້ນ15 ຄໍ່າ ເດືອນອ້າຍ ສະນັ້ນ ເຮົາຈຶ່ງເອີ້ນກັນ ອີກຢ່າງນຶ່ງວ່າ '' ບຸນເດືອນອ້າຍ'' ຊຶ່ງກໍໝາຍເຖິງບຸນຢູ່ກັມ ຫລື ເຂົ້າກັມນັ້ນເອງ.
ສະຖານທີ່ບ່ອນຈະຢູ່ກັມນັ້ນ ຕ້ອງເປັນບ່ອນສງັດ ມີຕູບຢູ່ລໍາພັງຕູບລະອົງ ບໍ່ຍິນດີຮັບການຂາບໄຫວ້. ພິກຂຸໃດທີ່ຕ້ອງອາບັດ ສັງຄາທິເສສແລ້ວ ໃຫ້ບອກແກ່ພິກຂຸ ສີ່ ຕົນ ຮັບຮູ້ໄວ້ກ່ອນ ເມື່ອໂອກາດມາເຖິງ ຈຶ່ງຢູ່ກັມຫລື ເຂົ້າກັມ. ຄໍາວ່າເຂົ້າກັມ ໄດ້ແກ່ການເຂົ້າໄປຢູ່ຂອບເຂດຈຳກັດ ເພື່ອໃຫ້ທໍຣະມານທັງກາຍແລະຈິດໃຈ ໃຫ້ຫາຍຈາກກັມທີ່ຕົນໄດ້ກະທຳນັ້ນ.
ການບອກອາບັດແກ່ສົງຄ໌ໃຫ້ຮັບຮູ້ໄວ້ ຊື່ວ່າບໍ່ປົກປິດອາບັດໄວ້ ຖ້າປົກປິດໄວ້ຫລາຍວັນເທົ່າໃດກໍຢູ່ປະຣິວາດຫລາຍເທົ່ານັ້ນ. ໃນຣະຫວ່າງຢູ່ປະຣິວາດນັ້ນ ຖ້າຕ້ອງອາບັດໃໝ່ ຮຽກວ່າ ປະຕິກັດສະນາ ຄືຊັກເຂົ້າຫາອາບັດເກົ່າ ແລະ ຢູ່ ມານັດຄົບ 6 ຄືນແລ້ວ ຈື່ງ ອັພພານ ຄືອອກກັມ. ຄຳວ່າ ປະຣິວາດ, ມານັດ ແລະ ປະຕິກັດສະນາໂຮມກັນຮຽກວ່າ ວຸດຖານະວິທີ ຄື ວິທີເຂົ້າກັມ ຫລື ຢູ່ກັມ ຂອງພິກຂຸເພື່ອອອກຈາກອາບັດສັງຄາທິເສສ. ສົງຄ໌ສີ່ຮູບໃຫ້ ປະຣິວາດ ມານັດ ປະຕິກັດສະນາ, ສົງຄ໌ 20 ຮູບ ໃຫ້ອັພພານ.
ໃນມື້ອອກກັມນີ້ ຊາວພຸທຜູ້ມີຈິຕສັທທາ ກໍຈະມາຮ່ວມເຮັດບຸນໃຫ້ທານ ຟັງເທສຕລອດວັນ ເພາະພິກຂຸອອກກັມແລ້ວ ເປັນຜູ້ ໝົດມົນທິນ ບໍຣິສຸດ ຜູ້ໃດໄດ້ບໍຣິຈາກທານ ຍ່ອມໄດ້ຜະລານິສົງຫລາຍ ໄດ້ກຸສົນຫລາຍ. ດັ່ງເຊັ່ນເຣື່ອງຂອງ ເມນທະກະເສດຖີ ແລະບໍຣິວາຣ ໄດ້ຖວາຍເຂົ້າແກ່ພຣະປັຈເຈກະພຸທທະເຈົ້າ ທີ່ອອກຈາກ ນິໂຣທສມາບັດໃໝ່ໆ ແລ້ວ ໄປປະສົບມະນຸດສົມບັດ ທັນຕາເຫັນ ຄື ເຂົ້າທີ່ຍົກຍໍໄປຖວາຍແລ້ວ ກັບມາເຕັມຄືນຄືເກົ່າຄື ສາງເຂົ້າເປືອກ 1250 ສາງທີ່ ເປົ່າຢູ່ ກໍກັບເຕັມໄປດ້ວຍ ເຂົ້າເປືອກດັ່ງເດີມ.
ໃນສມັຍນີ້,ບາງແຫ່ງກໍບໍ່ຄ່ອຍກະທຳກັນປານໃດ ແຕ່ບາງແຫ່ງກໍກະທຳທຸກໆປີບໍ່ໄດ້ຂາດ. ແຕ່ປາງບູຮານເພິ່ນຖືວ່າ ການເຂົ້າກັມ ເປັນສິ່ງສຳຄັນ ເພາະໃນຮອບປີນຶ່ງ ມີການຢູ່ກັມເທື່ອນຶ່ງ ເພື່ອອອກຈາກອາບັດໃຫ້ມີຄວາມບໍຣິສຸດ.
ຂໍນຳເຣື່ອງໃນຄັມພີພຣະທັມມະບົດກ່ຽວກັບການຕ້ອງອາບັດແລ້ວ ບໍ່ສະແດງມາເລົ່າສູ່ຟັງ ດັ່ງນີ້:
ໃນສມັຍພຣະກັສສະປະພຸທທະເຈົ້າ ມີພິກຂຸອົງນຶ່ງລ່ອງເຮືອໄປໃນແມ່ນໍ້າຄົງຄາ ຫລົງໄປດຶງໃບຕະໃຄ້ນໍ້າຂາດອອກໃບນຶ່ງ ພຣະພິກຂຸອົງນັ້ນຄຶດວ່າເປັນອາບັດພຽງເລັກນ້ອຍ ເລີຍບໍ່ໄດ້ສະແດງອາບັດ ແລ້ວກໍໄປບໍາເພັນພຽນຢູ່ໃນປ່າເປັນ ເວລາ ຊ້ານານ. ແຕ່ເຫດຄັ້ງນັ້ນກໍຍັງຄົງຄ້າງໃນໃຈຂອງພິກຂຸຮູບນັ້ນສເມີມາ ດ້ວຍວ່າປະຕິບັດທັມໃນປ່າ ເວລາທີ່ຢາກສະແດງ ອາບັດ ກໍບໍ່ມີ ພິກຂຸ ຮູບໃດຮັບຟັງ ຕໍ່ກໍມາໄດ້ເກີດອາພາດ ແລະ ມໍຣະນະພາບລົງ ແຕ່ບາບກັມນັ້ນກໍຍັງ ຕິດຕົວໄປຍັງ ພົບໃໝ່ ໃຫ້ໄດ້ໄປ ບັງເກີດເປັນນາຄຊື່ ເອກະຣະປັດ.