ມູນເຫດຂອງບຸນເຂົ້າສລາກ
ມີເຣື່ອງກ່າວໄວ້ໃນທັມມະບົທວ່າ ມີຕະກູນຮັ່ງມີຕະກູນນຶ່ງ ມີລູກຊາຍດຽວ ພໍ່ຕາຍແຕ່ນ້ອຍ ຍັງເຫລືອແຕ່ແມ່, ນາງຈຶ່ງໄດ້ຊອກ ຜູ້ຍິງນາງນຶ່ງຊຶ່ງມີຖານະເໝາະສົມກັບຕະກຸນມາເປັນພັລຍາ ເວລາຜ່ານໄປຫລາຍປີກໍຍັງບໍ່ມີລູກມາສືບສະກຸນເພາະນາງເປັນໝັນ. ຍ້ອນວ່າຢ້ານບໍ່ມີີຫລານມາສືບສະກຸນ ແມ່ຍ່າຈຶ່ງໄດ້ຊອກຫາ ເມັຽນ້ອຍຄົນທີ່ສອງມາຕື່ມອີກ. ຢູ່ມາບໍ່ນານ ເມັຽນ້ອຍກໍເລີຍ ຕັ້ງທ້ອງ ເມື່ອເປັນດັ່ງນັ້ນ ເມັຽຫລວງກໍມີຈິດໃຈອິດສາ ເພາະຢ້ານລູກເມັຽນ້ອຍຈະມາແຍ່ງມູນມໍລະດົກໄປ ຈຶ່ງໄດ້ບອກເມັຽນ້ອຍວ່າ ເວລາຖືພາຍາມໃດກໍໃຫ້ບອກນາງດ້ວຍ. ເວລາຜ່ານໄປ ທຸກຄັ້ງທີ່ເມັຽນ້ອຍຕັ້ງທ້ອງ ເມັຽໃຫຍ່ກໍຫາວິທີກຳຈັດລູກໃນທ້ອງໃຫ້ຕາຍ ໄປທຸກຄັ້ງ. ເມື່ອເປັນດັ່ງນັ້ນ ເມັຽນ້ອຍກໍເລີຍຫາທາງຫລີກໜີ ໄປອາສັຍນຳພີ່ນ້ອງ ຈົນຖືພາທ້ອງແກ່ພໍສົມຄວນ . ຝ່າຍເມັຽ ຫລວງ ພໍໄດ້ຂ່າວຈຶ່ງ ຄຶດຂ້າລູກນັ້ນອີກ ໂດຍເອົາຢາພິດໃສ່ຂອງກິນໃຫ້ກິນ ຍ້ອນວ່າເມັຽນ້ອຍຖືພາໄດ້ຫລາຍເດືອນແລ້ວ ຈຶ່ງມີ ອາການເຈັບປວດແລະກະວົນກະວາຍເປັນທີ່ສຸດ ກ່ອນຈະຕາຍ ນາງໄດ້ຄຶດອາຄາດແຄ້ນເມັຽຫລວງນັ້ນໄວ້ວ່າ ຈະຂໍຈອງກັມ ຈອງເວນໃນຊາດຕໍ່ໄປ.
ຊາດຕໍ່ມາ ທັງສອງກໍໄດ້ມາຢູ່ເຮືອນດຽວກັນອີກ ໂດຍເມັຽນ້ອຍໄດ້ເກີດມາເປັນແມວ ແລະເມັຽຫລວງກໍເກີດມາເປັນໄກ່. ແມວຕົວນັ້ນກໍຫາກິນໄຂ່ ທັງສອງຄັ້ງ ເທື່ອທີ່ສາມ ແມວກໍກິນທັງແມ່ໄກ່ແລະໄຂ່. ແມ່ໄກ່(ເມັຽຫລວງ) ຄຶດຄຽດແຄ້ນແລະ ຂໍຈອງເວນແມວ (ເມັຽນ້ອຍ) ໃນຊາດຕໍ່ໄປ.
ຊາດຕໍ່ມາເມັຽຫລວງໄດ້ມາເກີດເປັນເສືອເຫລືອງ ແລະເມັຽນ້ອຍກໍໄດ້ເກີດເປັນກວາງ. ເສືອເຫລືອງຕົວນັ້ນກໍກິນລູກກວາງທັງ ສອງຄັ້ງ ຄັນຕໍ່ມາເສືອເຫລືອງຕົວນັ້ນ ກໍກິນທັງແມ່ກວາງແລະລູກກວາງ. ກ່ອນຕາຍແມ່ກວາງກໍໄດ້ຜູກເວນກັບ ເສືອເຫລືອງ ຕົວນັ້ນອີກ.
ຊາດຕໍ່ມາເສືອເຫລືອງກໍໄດ້ເກີດເປັນ ນາງກຸລະທິດາ ຢູ່ໃນເມືອງສາວັດຖີ ແລະແມ່ກວາງ ກໍເກີດເປັນຍັກຂິນີ. ຄັນຕໍ່ມາ ນາງກຸລະທິດາ ໄດ້ແຕ່ງງານກັບຊາຍຄົນນຶ່ງ ແລະມີລູກດ້ວຍກັນ. ນາງຍັກຂິນີພໍຮູ້ຂ່າວກໍແປງຕົວເປັນມະນຸດຜູ້ຍິງທີ່ຮູ້ຈັກ ມັກຄຸ້ນ ກັນດີ ພໍມີໂອກາດ ນາງຍັກຂິນີກໍຫັກຄໍລູກຂອງນາງກຸລະທິດາກິນເສັຽ. ເມື່ອໄດ້ລູກຄົນທີ່ສອງ ນາງຍັກຂິນີກໍເອົາລູກນາງໄປ ກິນອີກ. ເມື່ອຖືພາຄົນ ທີ່ສາມ ນາງກຸລະທິດາແລະຜົວໄດ້ໄປອາສັຍນຳພໍ່ແມ່ຕົນ ຈົນໄດ້ຄອດລູກຄົນທີ່ສາມແລະເຫັນວ່າ ປອດພັຍແລ້ວ ຈຶ່ງຄຶດຈະກັບມາທີ່ບ້ານຕົນ ພໍດີນາງຍັກຂິນີຮູ້ຂ່າວ ຈຶ່ງໄລ່ສອງຜົວເມັຽທັງອຸ້ມລູກ ຈົນໄປເຖິງພຣະເຊຕະວັນ ມະຫາວິຫາຣ ຊຶ່ງຂນະນັ້ນ ພຣະສັມມາສັມພຸທທະເຈົ້າ ກຳລັງສະແດງພຣະທັມມະເທສນາຢູ່, ທັງສອງຜົວເມັຽໄດ້ຖວາຍຂໍໃຫ້ຊ່ອຍ ຊີວິດໄວ້. ພໍໄປເຖິງວັດ ນາງຍັກຂິນີເຂົ້າວັດບໍ່ໄດ້ ເພາະມີເທວະດາຂວາງກັ້ນໄວ້ ຈຶ່ງໄດ້ຖ້າຢູ່ທາງນອກ ດັ່ງນັ້ນພຣະພຸທທະອົງຈຶ່ງ ໄດ້ຮຽກໃຫ້ພຣະອານົນໄປນຳນາງຍັກຂິນີເຂົ້າມາ ເພື່ອມາຟັງພຣະທັມມະເທສນາ ເຣື່ອງໂທດແຫ່ງການຜູກພຍາບາດ ຈອງເວນກັນ ໂດຍມີເນື້ອນັຍວ່າ ເວນຍ່ອມລະງັບດ້ວຍການບໍ່ຈອງເວນຄືເປັນເວນກັນຢູ່ບໍ່ແລ້ວ ກັບໄປກັບມາກັນຢູ່ຢ່າງນີ້ໄປເລື້ອຍໆ. ຕໍ່ມາທັງສອງຝ່າຍໄດ້ຕັດກັມເວນຕໍ່ກັນ ແລະ ນາງກຸລະທິດາ ໄດ້ນຳເອົານາງຍັກຂິນີໄປລ້ຽງໃນເຮືອນຂອງຕົນ ແຕ່ວ່າ ນາງຍັກຂະນີ ຢູ່ໃນເຮືອນກໍບໍ່ສະບາຍ ຈຶ່ງຂໍອອກໄປຢູ່ໃນກາງແຈ້ງ ເຊັ່ນຫົວໄຮ່ປາຍນາ ຕໍ່ມາຄົນທັງຫລາຍຮຽກວ່າ ຜີຕາແຮກ ຈົນເທົ້າທຸກວັນນີ້. ສ່ວນນາງກຸລະທິດີ ກໍໄດ້ບົວລະບັດ ນາງຍັກຂິນີເປັນຢ່າງດີ. ນາງຍັກຂິນີເປັນຜູ້ຢັ່ງຮູ້ວ່າປີໃດ ຟ້າຝົນຈະດີຫລືບໍ່ດີ ແລະ ແນະນຳໃຫ້ນາງກຸລະທິດາ ແລະຊາວເມືອງເຮັດນາຖືກຕ້ອງຕາມຟ້າຝົນ ຈົນມັ່ງມີເປັນດີ ສາມາດເອົາເຂົ້າຂອງໄປທຳບຸນ ຖວາຍທານເປັນສລາກກະພັຕແດ່ພຣະສົງມື້ລະແປດທີ່.
ຊາວລາວເມື່ອໄດ້ຮູ້ເຫດແຫ່ງຄວາມເປັນມາຂອງການຖວາຍສລາກກະພັຕດັ່ງກ່າວນີ້ແລ້ວ ຈຶ່ງໄດ້ພາກັນເຮັດບຸນເຂົ້າສາກ ເປັນປະເພນີສືບຕໍ່ກັນມາ ແລະເມື່ອເຖິງມື້ເຮັດບຸນເຂົ້າສາກ ຊາວບ້ານຈະນຳເຂົ້າສາກໄປຖວາຍພຣະສົງ ແລະວາງຫໍ່ເຂົ້າພາຍໃນ ບໍລິເວນວັດເພື່ອອຸທິສບຸນໃຫ້ແກ່ຍາຕພີ່ນ້ອງຜູ້ທີ່ໄດ້ລ່ວງລັບໄປແລ້ວ. ນອກນັ້ນຊາວນາກໍຈະເອົາອາຫານໄປລ້ຽງ ນາງຍັກຂິນີ ໃນບໍລິເວນນາຂອງຕົນແລະຕໍ່ມາໄດ້ປ່ຽນຊື່ວ່າ ຜີຕາແຮກ.
ຄວາມເປັນມາຂອງສລາກກະພັດຕາທານ
ໃນສມັຍນຶ່ງພຣະພຸທທະເຈົ້າໄດ້ສະເດັດໄປກຸງພາຣານະສີ ໃນຄາວນັ້ນມີບຸຣຸດເຂັນໃຈແລະເມັຽມີອາຊີບຕັດຟືນຂາຍເປັນອາຊີບ ທັງສອງຜົວເມັຽເປັນຄົນມີສັດທາເຫລື້ອມໃສຕໍ່ພຣະພຸທທະສາສນາຢ່າງແຮງກ້າ. ວັນນຶ່ງຜົວໄດ້ປຶກສາກັບເມັຽວ່າ " ພວກເຮົາ ຍາກຈົນ ໃນປັຈຈຸບັນນີ້ ເພາະເຮົາບໍ່ເຄີຍເຮັດບຸນໃຫ້ທານ ຮັກສາສີລຈັກເທື່ອເລີຍ ດັ່ງນັ້ນພວກເຮົາຄວນທຳບຸນໃຫ້ທານກັນເຖາະ ອັນຈະເປັນທີ່ເພີ່ງຂອງພວກເຮົາໃນພາຍຂ້າງໜ້າ " ໃນເມື່ອເມັຽໄດ້ຍິນດັ່ງນີ້ແລ້ວ ກໍຍິນດີນຳສາມີຕົນເປັນຍິ່ງນັກ. ຈາກນັ້ນພວກເຂົາສອງຄົນກໍໄດ້ເຂົ້າປ່າເກັບຜັກ ຫາຟືນໄປຂາຍໄດ້ເງິນໄດ້ຄຳແລ້ວ ຈຶ່ງນຳໄປຊື້ໝໍ້ເຂົ້ານຶ່ງໝໍ້, ໝໍ້ແກງນຶ່ງໝໍ້, ອ້ອຍສີ່ລຳ ແລະ ກ້ວຍສີ່ໜ່ວຍ ແລ້ວນຳມາຈັດແຈງຮຽບຮ້ອຍ ກໍນຳເຂົ້າປາອາຫານເຫລົ່ານັ້ນໄປວັດ ເພື່ອຖວາຍເປັນ ສລາກກະພັຕພ້ອມດ້ວຍຊາວບ້ານຄົນອື່ນໆ. ຜົວເມັຽຄູ່ນີ້ໄດ້ຈັບສລາກຖືກພະພິກຂຸອົງນຶ່ງ ທັງສອງມີໃຈຍິນດີ ແລ້ວຈຶ່ງນ້ອມ ພັຕຕາຫານຂອງຕົນເຂົ້າໄປຖວາຍ ແລ້ວໄດ້ລັ່ງນ້ຳສິໂນທົກໃຫ້ຕົກລົງເໜືອແຜ່ນປັຕຕະພີ ແລ້ວຄວາມປາຖນາວ່າ
" ດ້ວຍຜົນທານເຫລົ່ານີ້ ຂໍໃຫ້ພວກຜູ້ຂ້າເກີດໃນພົບຊາດໃດໆກໍຕາມ ຂື້ນຊື່ວ່າຄວາມຍາກຈົນເຂັນໃຈ ໄຮ້ຊັບເໝືອນດັ່ງໃນຊາດນີ້ ຂໍຢ່າໃຫ້ມີແກ່ພວກຜູ້ຂ້າເລີຍ ຂໍໃຫ້ພວກຜູ້ຂ້າທັງສອງເປັນຜູ້ມັ່ງຄັ່ງສົມບູນພຽບພ້ອມດ້ວຍຊັບສົມບັດແລະ ມີຣິທເດຊຫລາຍ ໃນປໍຣະພົບພາຍໜ້າດ້ວຍເຖີດ " ດັ່ງນີ້ .
ຢູ່ຕໍ່ມາຜົວເມັຽຄູ່ນັ້ນຢູ່ພໍສົມຄວນກໍໄດ້ໝົດອາຍຸໄຂ ໄດ້ຕາຍຈາກໂລກນີ້ໄປຕາມສະພາບຂອງສັງຂານ ດ້ວຍອານິສົງແຫ່ງ ສລາກກະພັຕທານ ຈຶ່ງໄດ້ໄປເກີດເປັນເທພບຸດ ເທພທິດາໃນສວັນຊັ້ນດາວະດຶງ ສເວີຍສົມບັດທິພຢູ່ໃນວິມານທອງ ອັນຜຸດຜ່ອງ ສວຍສົດງົດງາມຕະການຕາ ແລະພຽບພ້ອມໄປດ້ວຍນາງເທພອັປສອນ ຫ້ອມລ້ອມເປັນບໍລິວານ ເຊິ່ງມີນາມຮຽກວ່າ
" ສລາກກະພັຕເທບພະບຸດ ເທພທິດາ " .
ກາລເວລາຜ່ານໄປ ໃນເມື່ອເທພະບຸດ ເທພທິດາ ທັ້ງສອງໄດ້ໝົດບຸນຈາກສວັນ ແລ້ວກໍໄດ້ລົງມາເກີດເປັນກະສັດ ໃນເມືອງ ພາຣານະສີ ມີພຣະນາມວ່າ ພະເຈົ້າສັທທາດິສ ສເວີຍສົມບັດຢູ່ 8.4000 ປີ ຕໍ່ມາກະສັດອົງນີ້ເກີດເບື່ອໜ່າຍທາງໂລກ ຈຶ່ງໄດ້ ສະເດັດອອກບັນພະຊາ (ບວດ) ຕໍ່ມາໄດ້ມໍຣະພາບລົງ ກໍໄດ້ໄປຈຸຕິເກີດຢູ່ຊັ້ນພົມມະໂລກ ແລະຕໍ່ມາກໍໄດ້ອຸບັຕເປັນພຣະຕະຖາຄົຕ ຂອງ ເຮົານັ້ນເອງ ນີ້ຄືອະນິສົງແຫ່ງການຖວາຍສລາກກະພັດ ນັບວ່າຍິ່ງໃຫຍ່ໄພສານ ສາມາດອຳນວຍຄວາມສຸກສວັດ ແກ່ຜູ້ບຳເພັນທັ້ງຊາດທີ່ເປັນມະນຸດແລະຢູ່ສວັນ ໃນທີ່ສຸດກໍເຖິງຄວາມເປັນພຣະພຸທທະເຈົ້າໄດ້.