ບຸນວິສາຂະ ຫລື ບຸນເດືອນຫົກເພັງ
ຂຽນ ໂດຍ ດອກຄູນເມືອງ
ວັນວິສາຂະບູຊາເປັນວັນສຳຄັນທາງ ພຣະພຸທທະສາສນາ ສຳຫລັບຊາວພຸທທຸກນິກາຍທົ່ວໂລກ.
ໃນປີ ຄ.ສ 1950 ວັນທີ່ 25 ພຶສພາ ໄດ້ມີການ ປະຊຸມຄນະສົງຄ໌ທົ່ວໂລກ ທີ່ເມືອງກັນດີ ປະເທດສຣີລັງກາ, ມາຈາກ 29 ປະເທດ ຈຳນວນ 129 ທ່ານເຂົ້າຮ່ວມ (ບວກກັບສະມາຊິກທີ່ຢູ່ໃນປະເທດສຣີລັງກາ) ແລະໄດ້ມີການສເນີໃຫ້ມີ ພິທີພຸທບູຊາໃນເດືອນເພັງ ເດືອນພຶສພາ ຂອງທຸກປີ.
ໃນເດືອນ ພຶສຈິກາ 1998 ກໍມີການປະຊຸມຄນະສົງຄ໌ທົ່ວໂລກອີກທີ່ປະເທດສຣີລັງກາອີກ ເຣື່ອງ ສເນີວັນວິສາຂະບູຊາໃຫ້ເປັນສຳຄັນສາກົນ ໂດຍສເນີໄປທີ່ສະຫະປາຊາຊາດ.
ຈາກຈຸດນັ້ນເປັນຕົ້ນມາ ຈົນເຖິງ ວັນທີ່ 13 ເດືອນທັນວາ ປີ 1999 ໃນທີ່ປະຊຸມໃຫຍ່ສະມັຊຊາສະຫະປະຊາຊາດ ສມັຍສາມັນ ຄັ້ງທີ່ 55 ພ.ສ 2542 ໂດຍໄດ້ຖືກຮັບຮອງໃຫ້ ວັນວິສາຂະບູຊາ (Vesak Day) ເປັນ "ວັນສຳຄັນສາກົນ" ( International Day) ຕາມຂໍ້ມະຕິສະມັຊຊາໃຫຍ່ແຫ່ງສະຫະປະຊາຊາດ ທີ໋ 54/112 ລົງວັນທີ່ 13 ທັນວາ 2542. ໂດຍໄດ້ການຮັບຮອງຈາກ 16 ປະເທດຄື: ສຣີລັງກາ, ບັງກລາເດສ, ພູຖານ, ຂເມນ, ລາວ, ມັລດີຟ, ມົງໂກເລັຽ, ພະມ້າ, ເນປາລ, ປາກີສຖານ, ຟີລິປປີນ, ເກົາຫລີໃຕ້, ສະເປນ, ອິນເດັຽ, ໄທຍ ແລະ ຢູຄະເຣນ.
ວິສາຂະບູຊາ ຫຍໍ້ມາຈາກ ວິສາຂະປຸຣະນະມີບູຊາ ແປວ່າ ການບູຊາໃນວັນເພັງເດືອນວິສາຂະ ອັນເປັນເດືອນທີ່ສອງ ຕາມປະຕິທິນ ອິນເດັຽ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນຫົກ .
ວັນວິສາຂະບູຊາ ເປັນມື້ສຳຄັນສູງສຸດຂອງພຣະພຸທສາສນາ ມື້ເພັງສິບຫ້າຄໍ່າ ເດືອນຫົກເປັນມື້ທີ່ພຣະພຸທເຈົ້າ ປະສູດ-ຕັສຮູ້-ປະຣິນິພພານ ຊຶ່ງທັງສາມເຫດການເກີດຂຶ້ນຕົງກັນຢ່າງໜ້າອັສຈັນ.
ປະສູດ :
ພຣະພຸທເຈົ້າພຣະນາມເດີມວ່າ "ສິດທັດຖະ" ເປັນພຣະຣາຊໂອຣົດຂອງພຣະເຈົ້າສຸດໂທທະນະແລະພຣະນາງສິຣິມະຫາມາຍາ ແຫ່ງເມືອງກະບິລພັດ (ປັຈຈຸບັນຄືເມືອງຕິເລົາຣາໂກຕ ໃນເຂດປະເທດເນປາລ) ແຄວ້ນສັກກະ.
ເຈົ້າຊາຍສິດທັດຖະຖືກໍາເນີດໃນສະກຸນສາກກະຍະວົງ, ພຣະອົງປະສູດໃນວັນສຸກ ຂຶ້ນ 15 ຄໍ່າ ເດືອນຫົກ ປີຈໍ ກ່ອນພຸທທະສັກຣາຊ 80 ປີ ທີ່ສວນລຸມພິນີວັນ ແຄວ້ນສັກກະ ຊຶ່ງຕໍ່ເຂດ ກັບເມືອງເທວະທະຫະແຄວ້ນໂກລິຍະ (ປັຈຈຸບັນຄືເມືອງຣັມມິນເດ, ປະເທດເນປາລ).
ເມື່ອປະສູດ ພຣະຣາຊກຸມານຢູ່ໃນອິຣິຍະບົດຢືນແລະຫັນພຣະພັກໄປທາງທິດເໜືອ ສະເດັດຍ່າງພຣະບາທໄປ 7 ກ້າວ ແຕ່ລະກ້າວມີດອກບົວຜຸດຂຶ້ນມາຮອງຮັບ ແລ້ວຊົງກ່າວວ່າ " ເຮົາເປັນຜູ້ເລີດໃນໂລກ ເຮົາເປັນຜູ້ຈະເຣີນທີ່ສຸດຂອງໂລກ ເຮົາເປັນຜູ້ປະເສີດທີ່ສຸດໃນໂລກ ຊາດນີ້ເປັນຊາດສຸດທ້າຍ ບັດນີ້ການເກີດໃໝ່ບໍ່ມີອີກ ".
ຕັສຮູ້ :
ທັມມະສຳຄັນທີ່ສົມເດັດພຣະສັມມາສັມພຸທເຈົ້າໄດ້ຊົງຕັສຮູ້ໃນມື້ເພັງ ສິບຫ້າຄໍ່າເດືອນຫົກ ຄື ອະຣິຍະສັຈ ສີ່ ຫລືຈະຮຽກອີກຢ່າງນຶ່ງວ່າ ຫົວໃຈຂອງພຣະພຸທສາສນາ ເປັນຫລັກຄຳສອນນຶ່ງຂອງພຣະໂຄດົມພຸທເຈົ້າ ແປວ່າ ຄວາມຈິງອັນປະເສີດ ຄວາມຈິງຂອງພຣະອະຣິຍະບຸກຄົນ ຫລືຄວາມຈິງທີ່ເຮັດໃຫ້ຜູ້ເຂົ້າເຖິງກາຍເປັນອະຣິຍະ ມີຢູ່ສີ່ປະການຄື :
1.ທຸກຂ໌ ຄວາມທຸກ ສະພາວະທີ່ທົນໄດ້ຍາກ ສະພາບທີ່ບີບຄັ້ນ ໄດ້ແກ່ການເກີດ,ແກ່,ເຈັບ,ຕາຍ. ການປະສົບກັບສິ່ງທີ່ບໍ່ເປັນທີ່ຮັກ,ການພັດພາກ
ຈາກສິ່ງອັນເປັນທີ່ຮັກ,ການປາຖນາສິ່ງໃດແລ້ວບໍ່ສົມຫວັງໃນສິ່ງນັ້ນ. ສລຸບແລ້ວ ທຸກກໍຄືອຸປາທານຂັນ ຫລື ຂັນທັ້ງຫ້າ.
2.ສະມຸທັຍ ຄືສາເຫດທີ່ເຮັດໃຫ້ເກີດທຸກ ໄດ້ແກ່ຕັນຫາ ສາມປະການຄື:
1.ກາມຕັນຫາ : ຄວາມຢາກໄດ້ໃນກາມ ໝາຍເຖິງ ຮູບ ຣົສ ກິ່ນ ສຽງ ສັມຜັດທີ່ປາຖນາ,ທີ່ພໍໃຈ,ຄວາມດີ້ນຮົນຢາກໄດ້ ຢາກເຫັນໃນສິ່ງທີ່
ສວຍງາມ, ສຽງທີ່ມ່ວນຫູ, ຢາກດົມກິ່ນທີ່ຫອມຫວນ,ຢາກກິນຂອງແຊບ, ຢາກສຳຜັດສິ່ງທີ່ໜ້າຮັກໃຄ່ ໜ້າປາຖນາ ໜ້າພໍໃຈ.
2.ພະວະຕັນຫາ: ຄວາມທະເຍີທະຍານ ຢາກເປັນນັ້ນ ເປັນນີ້ເຊັ່ນ ນັກຮ້ອງ ນັກລໍາ ນັກການເມືອງ ຫລື ຢາກໄດ້ເລື່ອນຍົດ ເລື່ອນຕຳແໜ່ງ
ຢາກເລີດກ່ອນໝູ່.
3.ວິພະວະຕັນຫາ: ຄວາມຢາກໃນຄວາມບໍ່ມີ ຫລື ບໍ່ເປັນ ຄື ດີ້ນຮົນບໍ່ຢາກເປັນໃນສິ່ງທີ່ເຂົາໃຫ້ເປັນ ຫລື ຢາກຈະພົ້ນໄປຈາກໜ້າທີ່ ຕຳແໜ່ງ
ທີ່ເປັນຢູ່ ຫລື ຢາກໃຫ້ສິ່ງນັ້ນສິ່ງນີ້ໝົດໄປ.
3.ນິໂຣທ ຄວາມດັບໄປຊຶ່ງຕົ້ນເຫດທີ່ເຮັດໃຫ້ເກີດທຸກ ກ່າວຄື ດັບຕັນຫາທັ້ງສາມໄດ້ຢ່າງຮາບຄາບ.
4.ມັຄ (ມັຄ ມີອົງແປດ) ຄືແນວທາງປະຕິບັດທີ່ຈະນໍາໄປເຖິງຄວາມດັບທຸກ ປະກອບຢູ່ດ້ວຍແປດປະການຄື:
1.ສັມມາທິຕຖິ - ຄວາມເຫັນຊອບ.
2.ສັມມາສັງກັປປະ - ຄວາມດຳຣິຊອບ,
3.ສັມມາວາຈາ - ການເວົ້າຈາຊອບ,
4.ສັມມາກັມມັນຕະ - ການເຮັດວຽກຊອບ,
5.ສັມມາອາຊີວະ - ການລ້ຽງຊີບຊອບ,
6.ສັມມາວາຍາມະ - ຄວາມພາກພຽນຊອບ,
7.ສັມມາສະຕິ - ຄວາມຣະລຶກຊອບ,
8.ສັມມາສະມາທິ - ຄວາມຕັ້ງໃຈຊອບ
ຊຶ່ງຮວມຮຽກອີກຊື່ນຶ່ງວ່າ ມັຊຊິມາປະຕິປະທາ ຫລື ທາງສາຍກາງ.
ປະຣິນິພພານ :
ພຣະສັມມາສັມພຸທເຈົ້າໄດ້ໂຜດສັຕວ໌ ແລະ ສະແດງພຣະທັມມະເທສນາ ຕລອດເວລາ 45 ພັນສາ.
ໃນພັນສານັ້ນເອງຊຶ່ງເປັນພັນສາສຸດທ້າຍຂອງພຣະະຕະຖາຄົຕເຈົ້າຊຶ່ງປະຊວນໜັກດ້ວຍໂຣຄປັກຂັນທິກາພາທຄືມີພຣະບັງຄົນເປັນໂລຫິດ (ລົງແດງ, ຖ່າຍເປັນເລືອດ,ໂຣຄບິດ) ເກືອບຈະປະຣິນິພພານແລ້ວ ແຕ່ຊົງພິຈາຣະນາເຫັນວ່າ ຍັງບໍ່ແມ່ນເວລາອັນເໝາະສົມ ເພາະຍັງບໍ່ໄດ້ສັ່ງລາເຫລົ່າພິກຂຸຜູ້ເປັນອຸປັຕຖາກແລະພິກຂຸສົງອົງອື່ນໆ ຈຶ່ງຊົງໃຊ້ສະມາທິຂັບໄລ່ຄວາມເຈັບນັ້ນ ອິທິວາສະນະຂັນຕິ ຄື ອົດທົນຕໍ່ຄວາມທຸກຂະເວທນາ. ວັນຕໍ່ມາພຣະອົງກໍຊົງປົງພຣະຊົນມາຍຸສັງຂານວ່າ ຈະປະຣິນິພພານໃນອີກສາມເດືອນຂ້າງໜ້າ. ພຣະອົງເຄີຍໄດ້ບອກໃບ້ແກ່ພຣະອານົນມາແລ້ວເຖິງ 16 ຄັ້ງ 16 ແຫ່ງ, ແຫ່ງສຸດທ້າຍແມ່ນປາວາລເຈດີ . ວັນຕໍ່ມາຈຶ່ງເດີນທາງອອກຈາກເມືອງເວສາລີ ຜ່ານຫລາຍໆເມືອງຈົນໄປຮອດເມືອງປາວາ ແລະປະທັບຢູ່ສວນໝາກມ່ວງຂອງນາຍຈຸນທະ ກັມມາຣບຸຕ. ນາຍຈຸນທະ ຈຶ່ງມາເຝົ້າຟັງຄຳສອນ ແລ້ວທູນອາຣາທນາພຣະສາສດາແລະພິກຂຸສາວົກໄປທີ່ບ້ານຂອງຕົນເພື່ອຮັບພັຕຕາຫານ.
ເຊົ້າຂຶ້ນ ເມື່ອປະທັບນັ່ງຮຽບຮ້ອຍແລ້ວ ຈຶ່ງຕຣັສຖາມ ສູກອນມັທທະວະ (ບາງແຫ່ງກໍວ່າແມ່ນໝູອ່ອນ,ບາງແຫ່ງກໍວ່າແມ່ນເຫັດມີພິດ) ວ່າໃຫ້ຖວາຍແກ່ພຣະອົງແຕ່ພຽງອົງດຽວ ທີ່ເຫລືອນັ້ນກໍໃຫ້ເອົາໄປຝັງເສັຽ, ສ່ວນອາຫານອື່ນໆນັ້ນ ໃຫ້ຖວາຍແດ່ພຣະສົງຄ໌ສາວົກ.
ພໍສເວີຍເສັດແລ້ວ ຊົງອະນຸໂມທະນາໃຫ້ນາຍຈຸນທະ ແລ້ວກໍຈາກເມືອງນັ້ນຕໍ່ໄປສູ່ນະຄອນກຸສິນາຣາ ທັ້ງໆທີ່ພຣະອົງຊົງອົດທົນຕໍ່ຄວາມເຈັບນັ້ນຢ່າງແຮງ ຈົນເກືອບຈະສິ້ນພຣະຊົນ ຫລັງຈາກສເວີຍອາຫານທີ່ນາຍຈຸນທະນຳມາຖວາຍ. ພຣະສາສດາສະເດັດຕໍ່ໄປເຖິງປ່າສາລະ ໃນສາລະວະໂນທະຍານ ອັນເປັນທີ່ພັກຜ່ອນຂອງກະສັດມັລລົກແຫ່ງນະຄອນກຸສິນາຣາ. ຊົງຮັບສັ່ງໃຫ້ພຣະອານົນຕັ້ງຕຽງຫັນໄປທາງທິດເໜືອ ຣະຫວ່າງຕົ້ນສາລະທັ້ງຄູ່ ຊົງບັນທົມຢ່າງສີຫະໄສຍາສນ໌(ນອນຕະແຄງເບື້ອງຂວາ). ພຣະອານົນກໍທູນຖາມຫລາຍຢ່າງຈົນຮູ້ວ່າພຣະສາສດາທ່ີເປັນທີ່ເພິ່ງແຫ່ງຕົນຈະເຂົ້າສູ່ປະຣິນິພພານໃນບໍ່ຊ້າ,ກໍຮ້ອງໄຫ້ແລະລຳພຶງວ່າຕົວທ່ານເອງຍັງບໍ່ສິ້ນກິເລດ ຍັງມີອາສະວະຢູ່ ຕໍ່ໄປຈະມີໃຜເປັນຜູ້ແນະນຳນໍ.
ວັນນັ້ນພຣະອານົນຖືບາດແລະຈີວອນຂອງຕົນເຂົ້າສູ່ເມືອງກຸສິນາຣາແຕ່ພຽງຜູ້ດຽວເພື່ອໄປແຈ້ງຂ່າວແກ່ ມັລລົກກະສັດໃຫ້ຊາບວ່າ ພຣະສາສດາຈະນິພພານແລ້ວໃນຣາຕຣີນີ້, ຈຶ່ງຈັດໃຫ້ກະສັດແລະພຣະຍາຕິເຂົ້າເຝົ້າ ພຣະສາສດາເທື່ອລະສະກຸນໆໄປ, ພຽງແຕ່ຫົວຄໍ່າກໍເສັດຮຽບຮ້ອຍແລ້ວ.
ຄັ້ງນັ້ນ ມີປະຣິພາຊົກຄົນນຶ່ງຊື່ ສຸພັທທະ ຢູ່ເມືອງກຸສິນາຣາໄດ້ຍິນຈາກປະຣິພາຊົກຜູ້ເຖົ້າວ່າ ພຣະສັມມາສັມພຸທເຈົ້າຈະປະຣິນິພພານເສັຽແລ້ວຈຶ່ງຂໍເຂົ້າເຝົ້າເພື່ອທູນຖາມຂໍ້ສົງສັຍຂອງຕົນ ແຕ່ພຣະອານົນຂໍຮ້ອງແລະສຽງຫ້າມ ໄດ້ຍິນໄປເຖິງພຣະຜູ້ມີພຣະພາຄເຈົ້າ ຈຶ່ງຊົງອະນຸຍາດໃຫ້
ສຸພັທທະປະຣິພາຊົກເຂົ້າເຝົ້າພຣະອົງ. ພຣະຜູ້ມີພຣະພາຄເຈົ້າກໍສະແດງທັມເຣື່ອງ ອະຣິຍະມັຄມີອົງແປດ. ສຸພັທທະມີຄວາມເຫລື້ອມໃສ ຈຶ່ງຂໍ ອຸປສົມບົດແລະ ກໍໄດ້ສຳເຣັດເປັນພຣະອໍຣະຫັນໃນຄືນນັ້ນເອງ ນັບວ່າເປັນພຣະອໍຣະຫັນອົງສຸດທ້າຍໃນຣະຫວ່າງທີ່ພຣະສາສດາຍັງຊົງມີພຣະຊົນຢູ່.
ພິກຂຸທັ້ງຫລາຍ ບັດນີ້ເຮົາຂໍເຕືອນທ່ານທັ້ງຫລາຍວ່າ ສັງຂາຣທັ້ງຫລາຍມີຄວາມເສື່ອມໄປ ສິ້ນໄປເປັນທັມມະດາ ຂໍທ່ານທັ້ງຫລາຍຈົ່ງມີຊີວິດຢູ່ດ້ວຍຄວາມບໍ່ປະໝາດເຖີດ. ນີ້ເປັນພຣະວາຈາສຸດທ້າຍຂອງພຣະຜູ້ມີພຣະພາຄເຈົ້າ.
ພຣະພຸທອົງສະເດັດເຂົ້າສູ່ປະຣິນິພພານໃນປັສສິມຍາມໃນຣາຕຣີນັ້ນ ຊຶ່ງກໍກົງກັບ ມຶ້15 ຄໍ່າເດືອນຫົກເພັງເໝືອນກັນ.
References :
https://undocs.org/A/RES/54/115
http://wfbhq.org/general-conference-detail.php?id=015000018
https://pubhtml5.com/cien/hmgi