ບຸນພຣະເວສ ຄືບຸນຟັງເທສນ໌ ລຳພຣະເວສຫລືຟັງເທສມະຫາຊາດ ຄືຊາຕໃຫຍ່ ໝາຍເຖິງຊາຕທີ່ໃກ້ເຂົ້າມາ ຈະໄດ້ເປັນ ພຣະ ພຸທທະເຈົ້າ ໃນລຳມະຫາຊາຕ ປະກອບດ້ວຍຄາຖາ ໑໐໐໐ ພຣະຄາຖາ ເປັນເຣື່ອງຍືດຍາວ ຟັງແລ້ວ ມວ່ນຊື່ນ ໃນທ້ອງເຣື່ອງ ມີຂໍ້ວັດ ປະຕິບັດຫລາຍຢ່າງ ທັງທີ່ເປັນສ່ວນເລິກແລະຕື້ນ ຟັງແລ້ວໃຫ້ເກີດສັດທາ ຄວາມເຫລື້ອມ ໃສ ບຸນພຣະເວສ ຫລື ບຸນ ມະຫາຊາຕ ນິຍົມກັນເຮັດໃຫ້ຍາມເດືອນສີ່ ຈະເປັນຂ້າງຂື້ນຫລືຂ້າງແຮມກໍໄດ້. ສະນັ້ນ, ບຸນນີ້ ຈິ່ງເອີ້ນກັນອີກຢ່າງນຶ່ງ ວ່າບຸນເດືອນ ສີ່ ກໍຄືບຸນ ພຣະເວສນັ້ນເອງ ກາຣເອົາບຸນພຣະເວສນັ້ນ ຊາວພຸດລາວ ເຮົາໄດ້ທຳກັນ ມາເຫິງນານ ຈົນເປັນ ປະເພນີແລ້ວ ການຟັງ ນັ້ນ ຈະຮູ້ ເຣື່ອງຫລືບໍ່ຮູ້ເຣື່ອງຖືວ່າໄດ້ບຸນໂລດ ທັງພຣະຜູ້ເທສນ໌ ກໍຕາມມີ ຕາມໄດ້ ລາງເທື່ອບໍ່ໄດ້ ຂໍ້ໄດ້ຄວາມ ທັງນີ້ເພາະ ບໍ່ໄດ້ຝຶກ ແອບໃຫ້ ຂື້ນໃຈ ບໍ່ໜຳບ້ານນອກລາງບ້ານ ເຖິງຍາມພຣະເທສນ໌ ຍັງເປົ່າປີ່ຕີກອງ ແຫ່ກັນ ຫລອນບຸກນັນ ຈົນຟັງເທສນ໌ ບໍ່ໄດ້ຍິນ ຟັງພຽງ ແຕ່ວ່າຟັງ ຈະເອົາຂໍ້ວັດປະຕິບັດບໍ່ໄດ້ເລີຍ ເຣື່ອງນີ້ ຖ້າຫາກມີການແກ້ໄຂດັດ ແປງແນ່ຈັກໜ່ອຍ ກໍຈະເປັນ ການດີ.
ມູລເຫຕຂອງການທຳບຸນພຣະເວສ
ໃນມາລັຍໝື່ນມາລັຍແສນ ໄດ້ກ່າວໄວ້ວ່າ ພຣະສົງສາວົກ ຂອງພຣະພຸດທະເຈົ້າ ຕົນນຶ່ງຊື່ວ່າ ພຣະມາລັຍເຖຣະ ເປັນຜູ້ ເຫາະເຫີນ ເດີນອາກາດໄດ້ ຄັ້ງນຶ່ງໄດ້ເຫາະຂື້ນໄປ ເຖິງດາວະດຶງສ໌ເທວະໂລກ ເພື່ອໄຫວ້ນະມັສກາຣ ພຣະທາດເກສແກ້ວ ຈຸລມະນີ ໄດ້ພົບ ເທວະບຸດ ຕົນນຶ່ງ ຜູ້ເຊິ່ງຈະໄດ້ລົງມາຕັດສະຮູ້ ເປັນພຣະພຸດທະເຈົ້າ ພຣະນາມວ່າພຣະສີອະຣິຍະເມຕໄຕ ໃນອະນາຄົດພາຍໜ້າພຸ້ນ ເທວະບຸດຕົນນັ້ນ ໄດ້ໄຕ່ຖາມເຖິງມະນຸສໂລກວ່າ ຍັງມີກາຣທຳບຸນໃຫ້ທານ ຍັງມີການທຳບຸນ ໃຫ້ທານ ຮັກສາສີລພ່ຳເພັງບຸນກຸສົລ ເພື່ອປາຖນາຢາກຈມະພົບເຮົາແດ່ບໍ? ພຣະມາລັຍກໍເລີຍຕອບວ່າ ບັນດາມະນຸສ ທັງຫລາຍ ຍັງພາກັນປາຖນາ ຢາກຈະພົບເຫັນ ພຣະພຸດທະເມຕໄຕຢູ່ ຕ່າງພ່ຳເພັງກຸສົລຄວາມດີ ຕາມກຳລັງສັດທາ ຄວາມສາມາດຂອງໃຜລາວ ເທພບຸຕຕົນນັ້ນເລີຍສັ່ງມາກັບ ພຣະມາລັຍວ່າ ຖ້າຜູ້ໃດຢາກພົບເຫັນສາສນາຂອງພຣະເມຕໄຕ ແລ້ວ ຈົ່ງຍຶດໝັ້ນໃນຂໍ້ວັດປະຕິບັດເປັນຕົ້ນວ່າ ບໍ່ຂ້າພໍ່ຕີແມ່ ບໍ່ບຽດບຽນສົມນະຊີພຣາມນ໌ ແລະ ບໍ່ທຳຮ້າຍພຣະພຸດ ທະສາສນາ ບໍ່ຍຸຍົງໃຫ້ພຣະສົງແຕກສາມັກຄີກັນ ແລະ ຈົ່ງຟັງລຳມະຫາຊາດ (ບຸນພຣະເວສ) ໃຫ້ແລ້ວໃນມື້ນຶ່ງຍາມດຽວ ແລ້ວນຳເອົາຂໍ້ປະຕິບັດ ແລະ ຈະຣິຍະວັດ ອັນມີໃນລຳພຣະເວສນັ້ນ ໄປໃຊ້ໃຫ້ຖືກຕ້ອງ ເໝາະສົມກັບກາລະເທສະ ໃນການ ດຳເນີນຊີວິດປະຈຳວັນຂອງຕົນ ຖ້າວ່າປະຕິບັດໄດ້ດັ່ງນີ້ ຜູ້ນັ້ນຈະໄດ້ເຫັນໜ້າພຣະສີອະຣິຍະ ເມຕໄຕແນ່ແທ້ ພຣະມາລັຍ ເຖຣະ ເມື່ອຟັງຄຳສັ່ງດັ່ງນັ້ນແລ້ວ ກໍໄດ້ນຳເອົາຂ່າວສາຣນັ້ນ ມາບອກແກ່ຊາວມະນຸສໂລກ ສະນັ້ນ ພວກຊາວພຸທເຮົາ ທັງຫລາຍ ປາຖນາຈະໄດ້ເຫັນໜ້າ ພຣະສີອະຣິຍະເມຕໄຕ ຈິ່ງພາກັນເຮັດບຸນພຣະເວສ ຫລືຟັງລຳ ມະຫາຊາດ ສືບໆກັນມາ ຈົນເທົ່າທຸກວັນນີ້.
ວິທີເຮັດບຸນພຣະເວສ
ໃນລຳພຣະເວສແບ່ງອອກເປັນກັນໃຫຍ່ໆ ໄດ້ ໑໓ ກັນ ແລະ ເປັນທຳນຽມຂອງການເຮັດບຸນພຣະເວສ ຕ້ອງອາຣາທນາ ພຣະສົງ ແລະ ກ່າວເຕືອນພໍ່ອອກແມ່ອອກ ມາຮວ່ມກັນຫລາຍວັດ ຫລາຍບ້ານ ສະນັ້ນ ການເທສນ໌ ຈິ່ງແບ່ງອອກເປັນກັນ ນ້ອຍໆ ອົງລະໃບສອງໃບແລ້ວແຈກຢາຍກັນໄວ້ລວ່ງໜ້າ ກາຣຢາຍ່ໜັງສືນີ້ ເອີ້ນວ່າ ໃສ່ບຸນ ຫລືໃສ່ສລາກບຸນ ເພາະວ່າ ບຸນມະຫາຊາດ ເປັນບຸນໃຫຍ່ ແຕ່ງເຄື່ອງຫລາຍ ຈິ່ງຕ້ອງມີກາຣເດົາດາຫາເຄື່ອງໄວ້ລວ່ງໜ້າ ເປັນຕົ້ນວ່າເຄື່ອງຮ້ອຍ ເຄື່ອງພັນ ເພື່ອບູຊາ ຄາຖາພັນ ມີທຸງທີວ ທຸງແຜ່ນຜ້າ ທຸງຊໍ່ ທຸງໄຊ ຂັນໝາກເບັງ ທຽນບູຊາຄາຖາພັນ ນອກຈາກນັ້ນ ກໍຕົກແຕ່ງເສີມເອ້ ວັດຫລື ສາລາໃຫ້ສວຍງາມ ຕັ້ງໝໍ້ນ້ຳມົນຕ໌ ຂຶງຝ້າຍມຸງຄຸນ ແລະ ນອກຈາກນີ້ອີກກໍຍັງຕ້ອງປຸກຜາມ ປຸກປະຣັມເພື່ອຮັບຕ້ອນພຣະສົງຄ໌ ອອກຕົນຍາດໂຍມບ້ານຕ່າງໆທີ່ມາຮວ່ມເອົາບຸນ ກາຣລ້ຽງດູຄ້ຳຍໍ ກໍແບ່ງກັນເປັນໝວດໆ ສຸດແລ້ວແຕ່ໃຜຈະຖືກບ້ານໃດ ຮອດມື້ບຸນແທ້ໆກໍຕີກອງໂຮມລົງວັດ ຊ່ອຍກັນຈັດເຮັດສິ່ງທີ່ຍັງບໍ່ແລ້ວບໍ່ທັນ ຈັດໃຫ້ຜູ້ສລາດ ທຳພິທີໄປເຊີນພຣະອຸປະຄຸຕ ແລະ ທຳພິທີແຫ່ພຣະເວສເຂົ້າເມືອງ ນິມົນຕ໌ພຣະສົງຄ໌ຜູ້ເທສນ໌ສຽງດີ ເທສນ໌ສັກຂັຕຕິບັ້ນເຊີນ ແລ້ວແຫ່ແຫນມວ່ນຊື່ນກັນມາ ເຂົ້າວັດ ຕອນກາງຄືນມີສູດໄຊນ້ອຍໄຊໃຫຍ່ ເທສນ໌ບັ້ນຕົ້ນໂພທິສັຕວ໌ ອິຕິປິໂສ ວັຕຕະໂສ ມາລັຍໝື່ນມາລັຍແສນ ແລ້ວກໍມີ ການຄົບງັນມວ່ນຊື່ນກັນຕາມປະເພນີ.
ການນິມົນຕ໌ພຣະອຸປະຄຸຕ
ພຣະອຸປຄຸຕຄືພຣະສົງຄ໌ສາວົກຂອງພຣະພຸທທະເຈົ້າອີກອົງນຶ່ງ ທີ່ມີຣິທທາ ສັກດາເດຊ ສາມາດ ບັນດານຣິທຜາບພຣະຍາມາຣ ແລະ ອັນຕຣາຍ ຕ່າງໆໄດ້ ພຣະອຸປຄຸຕເຖຣະໄດ້ ນິມິຕກຸຕິຢູ່ ໃນກາງນ້ຳ ມະຫາສມຸທ ຄັ້ງນັ້ນ ພຣະເຈົ້າ ອະໂສກ ມະຫາຣາຊ ໄດ້ຮີບໂຮມເອົາ ພຣະ ບໍຣົມມະທາຕ ມາບັນຈຸໄວ້ ໃນ ພຣະສາຖູບ ຄັນສຳເລັດຮູບຮ້ອຍແລ້ວ ຈຶ່ງທຳການສລອງກັນຢ່າງໃຫຍ່ໂຕ ແຕ່ຢ້ານ ພຣະຍາມາຣ ເຊິ່ງເຄີຍເປັນສັຕຕູຂອງ ພຣະພຸທທະເຈົ້າ ຈະມາທຳການ ຮາວີ ກີດຂວາງ ບໍ່ໃຫ້ໄດ້ຮັບຄວາມສະດວກ ເພື່ອຄວາມປອດໄພ ໃນງານສລອງ ຄັ້ງໃຫຍ່ນີ້ ພຣະເຈົ້າອະໂສກ ຈິ່ງໄດ້ນິມົນຕ໌ ພຣະອຸປຄຸຕມາຮວ່ມ ໃນພິທີນັ້ນນຳ ເພື່ອ ຄຸ້ມກັນ ບໍ່ໃຫ້ພຣະຍາ ມາຣມາລົບກວນ. ຄັ້ງນັ້ນ, ພຣະຍາມາຣກໍໄດ້ມາ ລົບກວນ ຮາວີ ກີດຂວາງ ດວ້ຍອາການຕ່າງໆ ພຣະອຸປຄຸຕ ກໍໄດ້ສະແດງຣິທ ຕອບໄປ ຈົນບັ້ນສຸດທ້າຍ ພຣະອຸປຄຸຕໄດ້ເນຣະມິຕ ໜັງໝາເໜົ່າ ແຂວນ ຄໍພຣະຍາມາຣ ພຣະຍາມາຣ ຖືກທໍຣະມານ ຢ່າງໜັກ ຈະແກ້ເອງກໍບໍ່ໄດ້ ໄປໃຫ້ພຣະຍາອິນ ພຣະຍາ ພຣົມແກ້ໃຫ້ກໍບໍ່ໄດ້ ຜູ້ຈະແກ້ໄດ້ແມ່ນ ພຣະອຸປຄຸຕ ຜູ້ດຽວ ພຣະຍາມາຣ ກໍ ຈິ່ງອ່ອນ ຍອມສາຣະພາບຜິດ ພຣະອຸປຄຸຕຈິ່ງ ໄດ້ແກ້ ໜັງໝາເນົ່າອອກໃຫ້ ແລ້ວເອົາຂັງໄວ້ ທີ່ຍອດພູເຂົາ ຈົນພິທີສລອງພຣະບໍຣົມ ມະທາຕ ຂອງພຣະເຈົ້າ ອະໂສກສ້ຽງ ສຸດລົງ ດ້ວຍຄວາມປອດພັຍ ຈິ່ງໄດ້ປ່ອຍ ໃຫ້ອອກໄປຕາມລຳພັງ ກາຣທຳບຸນມະຫາຊາຕ ຫລືບຸນ ພຣະເວສ ຖືວ່າເປັນ ງານໃຫຍ່ ເຮັດໄດ້ຍາກ ຢ້ານບໍ່ໄດ້ຮັບຄວາມປອດພັຍ ແລະ ເປັນສິຣິມຸງຄຸລ ຈິ່ງໄດ້ມີພິທີນິມົນຕ໌ ພຣະອຸປຄຸຕ ເພື່ອຄວາມ ສວັສດີມີຊັຍ ຖ້າບໍ່ມີການນິມົນຕ໌ ພຣະອຸປຄຸຕ ເຮົາຖືກັນວ່າບໍ່ຮຽບຮ້ອຍ ເກີດຜິດກັນ ຖຽງກັນ ເກີດພາຍຸລົມ ຝົນຢ່າງແຮງ ເຊິ່ງນັບວ່າ ເປັນ ອຸປສັກ ນັກເທສນ໌ ກໍເທສນ໌ສຽງບໍ່ອອກ ຄໍແຫ້ງຄໍແຫບ. ກາຣເຊີນ ພຣະອຸປຄຸຕ ມັກໄປເຊີນໃນ ນ້ຳສ້າງ ຫລື ຫວ້ຍໜອງທີ່ມີນ້ຳ ບໍ່ຂາດ ທັງນີ້ເພາະ ຖືວ່າພຣະອຸປະຄຸຕນັ້ນ ນີຣະມິຕກຸຕິ ຢູ່ໃນນ້ຳມະຫາ ສຸມຸທນັ້ນເອງ.
ບຸນພຣະເວສນັ້ນ ອາດເຮັດກັນຫລາຍມື້ຫລາຍຄືນກໍມີ ລາງວັດມີເຖິງ ໓ ມື້ ໓ ຄືນ ຄັນຮອດມື້ສຸດທ້າຍ ຕອນກາງຄືນ ແຕ່ເດິກ ທຳພິທີໄຫວ້ ພຣະສູຕມົນຕ໌ ຮັບສີລ ອາຣາທນາເທສນ໌ພຣະເວສ ພຣະສົງຄ໌ຂື້ນທັມມາສ ເທສນ໌ສັງກາສຫລວງ ສັງກາສຫລວງມີ ຂໍ້ຄວາມຍືດຍາວ ບໍ່ສາມາດເອົາມາພິມໄວ້ໃນທີ່ນີ້ໄດ້ ແຕ່ໃຈຄວາມກໍໄດ້ພັນລະນາເຖິງຄວາມເປັນມາ ແລະ ເປັນໄປຂອງພຣະ ສະມະນະໂຄດົມຂອງເຮົານີ້ເອງ ແລ້ວເລີ່ມເທສນ໌ລຳພຣະເວສໄປຈົນຈົບ ຂະນະທີ່ເທສນ໌ຢູ່ ລາງເທື່ອ ກໍມີ ກັນຫລອນແຫ່ເຂົ້າມາ ເອີ້ນອີກຢ່າງນຶ່ງວ່າ ກັນແຖມສົມພານ ອົງໃດທີ່ກຳລັງເທສນ໌ຢູ່ແມ່ນອົງນັ້ນໄດ້ ກາຣຖວາຍ ກັນເທສນ໌ ນິຍົມຈັບສລາກ ຜູ້ໃດຖືກກັນໃດ ອົງໃດແມ່ນຖວາຍຕາມນັ້ນ.
ຄຳອາຣາທນາພຣະເວດ
ສຸນັນຕຸ ໂພນໂຕ ເຍ ເທວາ ສັງຄາ ດູຣາເທພະເຈັ້າທັງຫລາຍ ອັນຢາຍຢັງຢູ່ທຸກໝູ່ໄມ້ໄພຣພະນອມ ທຸກເຫວຮອມຮາວປ່າ ທຸກປະເທດທ່າຮາວເຂົາ ທຸກແຖວເຖົາເຖື່ອນຖໍ້າ ທຸກທ່ານໍ້າແລະວັງປາ ພັນຣະນາຝູງເຜດແລະປີ ອັນມີໃຈໂຫດຮ້າຍໂທສະ ຈົ່ງໃຫ້ ເຈົ້າທັງຫລາຍ ປະລະເສັຽ ຍັງຫົວໃຈອັນເປັນບາບ ໃຫ້ຄ່ອຍໂສພາບງ່ຽງໂສດຟັງທັມ ເດົາດາຈຳຈື່ໄວ້ເປັນປະທີປ ໄຕ້ສ່ອງ ຕາມ ທາງ ຝູງໝູ່ເທວະດາທັງຫລາຍອັນຮັກສາວັດວາ ແລະ ປະເທດທາງເຂດໃຕ້ຮອດ ຫລີ່ຜີ ທາງເໜືອຮອດຜາໄດຜາດ່າງ ທາງຝັ່ງຊ້າຍ ກຸງສີ ອະຍຸທຍາ ທາງຝ່າຍເໜືອມີແດນແກວເປັນເຂດ ທຸກປະເທດດ້າວອັນຢູ່ທ້ອງພຣະສຸທາ ກັບນາງທໍຣະນີ ຈຳຈື່ນໍ້າ ເປັນຜູ້ຄໍ້າ ຝູງປານາ ຝູງໝູ່ເທພາດາ ເຈົ້າທັງຫລາຍ ພາຍບົນມີພຣະຍາອິນ ພຣະຍາພຣົມ ຈົ່ງລົງມາໂມທະນາເຊິ່ງ ທັມອັນຝູງຂ້າທັງຫລາຍ (ພາຍໃນມີສົມເດັດ ມະຫາຣາຊຄຣູເປັນເຄົ້າ ພາຍນອກມີ ມະຫາຣາຊຕົນເປັນອາດ ວຽງຈັນ ກັບທັງ ກັລຍາເມັຽມິ່ງ ລູກແກ້ວກິ່ງ ຊາຍາ ກັບທັງບິດາມາຣດາ ພໍ່ແມ່ ເຖົ້າແກ່ພ້ອມກັນມາ ທັງຣາຊາແລະອຸປຣາດ ທັງນັກປຣາຊຍ໌ ແລະ ອາຈາຣຍ໌ ເມຄະມາຊາວ ນິົຄົມບ້ານນອກ ອັນຢູ່ຂົງຂອບ ວຽງຈັນ) ຊວນກັນມາພ້ອມແພ່ງ ແຕ່ງເຄື່ອງໄຫວ້ບູຊາ ສະຫັສສາຫລາຍ ມີມາກ ດອກອຸບົນ ຫລາກພໍພັນ ບົວແດງບານໄຂກາບ ດອກຜັກຕົບອາດຂຽວນິລ ດອກກາງຂອງຫລາຍ ບໍ່ໜ້ອຍ ພັນນຶ່ງຄ່ອຍຂົນຂວາຍ ຊໍ່ທຸງປາຍ ສະພາດ ເຂົ້າພັນກ້ອນ ອາດບູຊາ.
ບັດນີ້ ຂ້າຈັກຈັດຄາຖາເວສສັນຕຣະຊາດົກເປັນຄາຖາພັນ ຜິຈັກແບ່ງປັນ ເປັນກັນໄດ້ 13 ກັນ ພັນຣະນາໃນທັສສະພອນ ກັນ ເປັນ ເຄົ້າມີ 19 ພຣະຄາຖາ ຂ້າຈັກແບ່ງບູຊາແລະສິ່ງ ແລສິບເກົ້າ ບູຊາກັນເຄົ້າ ຊື່ ທັສສະພອນ ຫິມະພານກັນຖ້ວນສອງ ມີ 134 ພຣະ ຄາຖາ ຖວາຍໄວ້ ທານະຂັນກັນຖ້ວນສາມ ມີຄາຖາຫລາຍ 209 ບໍເຄື່ອງຫ້ອຍບູຊາ ວະນະປະເວສກັນຖ້ວນສີ່ ມີ 57 ພຣະ ຄາຖາ ເຄື່ອງບູຊາແບ່ງໄວ້ ຊູຊົກກັນຖ້ວນຫ້າ ມີ 79 ພຣະຄາຖາ ເຄື່ອງບູຊາບໍ່ຂາດ ບໍ່ຕົກ ຈຸລລະພົນກັນຖ້ວນຫົກ ມີ 80 ພຣະ ຄາຖາ ເຄື່ອງບູຊາມີໄວ້ ກຸມມານກັນຖ້ວນ 8 ມີ 101ພຣະຄາຖາ ເຄື່ອງບູຊາຄົບ ລ້ວນ ມັທທີກັນຖ້ວນ 9 ມີ 90 ພຣະ ຄາຖາ ເຄື່ອງບູຊາ ແບ່ງໄວ້ສຸ່ອັນ ສັກກະບັຣພ໌ກັນຖ້ວນສິບ ມີ 43 ພຣະຄາຖາ ເຄື່ອງບູຊາຕົກແຕ່ງໄວ້ ມະຫາຣາຊກັນຖ້ວນ 11 ມີ 69 ພຣະ ຄາຖາ ເຄື່ອງບູຊາສະພາດງາມດີ ສັກຂັຕຕິຍ໌ ກັນ 12 ມີ 36 ພຣະຄາຖາເຄື່ອງບູຊາບໍ່ໜ້ອຍ ນະຄອນກັນຖ້ວນ 13 ມີ 49 ພຣະ ຄາຖາ ເຄື່ອງບູຊາແຕ່ງຖ້ວນ ມີຄົບລ້ວນຍໍຖວາຍ ຄາຖາທັງຫລາຍໂຮມກັນ ສະຫັສສັງ ໄດ້ພໍພັນຄົບຖ້ວນ ແຕ່ງ ເຄື່ອງລ້ວນບູຊາ ແລ້ວຈຶ່ງ ເຊີນມາຍັງເທວະດາ ທຸກເທດ ໃຫ້ມາຟັງທັມມະເທສນາ.
ບັດນີ້ ຝູງຂ້າທັງຫລາຍຂໍຣາທະນາພຣະເປັນເຈົ້າຜູ້ວິເສດ ຂຶ້ນເທສນາ ມະຫາເວສສັນຕຣະຊາດົກ ອັນພຣະທັມມະສັງຄະ ຫະນາຈາຣຍ໌ ເຈົ້າຍົກມາເທສນາ ຕາມພຸທທະດິກາ ດ້ວຍບາດພຣະຄາຖາອາຣາທນາວ່າ ອາທິກັລຍານັງ ມັຊເຊກັລຍານັງ ປະຣິໂຍສານກັລຍານັງ ສາຕຖັງສະພະພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸທທັງ, ພຣົມມະຈາຣິຍັງ ປະກາເສຖະ ໂນ ໂອກາສະ ອາຣາທະນັງ ກະໂຣມະ.
ນໍ້ານົມ ແລະ ຝ້າຍມຸງຄຸລ ເມື່ອເລີກບຸນແລ້ວ ຖືກັນວ່າ ເປັນຂອງສັກສິດ ປ້ອງກັນສນຽດຈັງໄຮ ແລະ ຂັບໄລ່ເຄາະເຂັນ ໄດ້ສາລະພັດຢ່າງ ເມື່ອເສັດພິທີແລ້ວ ຕຽມຂັນ 5 ຄາຣະວະພຣະຣັຕນະໄຕຣ ຈົບແລ້ວ ນຳຂັນຖວາຍພຣະສົງ: ຊິດນໍ້າມົນຕ໌ ເປັນອັນເລີກແລ້ວບຸນປາງນັ້ນ.
ຄຳຄາຣະວະຫລວງ
ເປັນທຳນຽມການເຮັດບຸນພຣະເວສ ເມື່ອຈະເສັດພິທີ ກໍມີຄາຣະວະ ແຕ່ມີຂໍ້ ຄວາມຍືດຍາວຕາມປະເພນີເຂົາເອີ້ນຄຳຄາຣະວະ ແບບນັ້ນວ່າ " ຄາຣະວະຫລວງ " ເຊິ່ງມີໃຈຄວາມດັ່ງນີ້ :
ໂອກາສະ ໂອກາສະ ຝູງຂ້າທັງຫລາຍ ທັງຍິງຊາຍແລະນົງທ້າວ ຝູງບ່າວແລະຝູງສາວ ທັງລຸງອາວ ແລະ ພໍ່ແມ່ ແລະ ລຸງຕາ ທັງທ້າວພະຍາ ເສນາແລະອາມາດ ທັງນັກປຣາຊຍ໌ ແລະປຸໂຣຫິດ ທັງບັນດິດ ຊາວເມືອງ ມີສັທທາເຮື່ອງພໍ່າພ້ອມ ໃນອ່ອນນ້ອມ ໃນພຣະທັມ ລາງຜ່ອງມີເງິນຄຳຕາມແຕ່ໄດ້ ລາງຜ່ອງມີດອກໄມ້ ແລະ ເຜື້ງທຽນ ໃນສະຖຽນຊົມຊື່ນ ຍົນຍື່ນ ພ້ອມກັນມາ ມີຄິລານ໌ ໝ້ຽງໝາກ ຫລາກພາກພ້ອມອາຫານ ມີເຄື່ອງຫວານເປັນເຄົ້າ ຄືວ່າເຂົ້າຕົ້ມແລະເຂົ້າໜົມ ເຂົ້າມະທຸປະຍາສ ເຂົ້າປາດ ແລະ ເຂົ້າມັນ ສັພພະສັນປີ້ງຈີ່ ໝົກມອກໝີ່ແກມແກງ ເປັນຂອງແພງອັນປານີດ ແຊບຊ້ອຍ ຈິຕເພີງໃຈ ຕາມໃຈຕົກແຕ່ງ ພ້ອມກັນ ແລ້ວ ຈຶ່ງນຳມາ ຖວາຍບູຊາເຄນແຈກແກ່ ພຣະແກ້ວເຈົ້າສັງສາມ ໃນອາຮາມຂ່ວງ ເຂດ ຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວ ບໍຣະບວນ
ບັດນີ້ ຝູງຂ້າທັງຫລາຍ ຈຶ່ງປະມວນມາຍັງເຄື່ອງບູຊາທັງສອງປະການຄື ອາມິສະບູຊາພາຍໃນແລະພາຍນອກ ພາຍໃນຄື ຈິດຂັນທັງ 5 ຝູງຂ້າທັງຫລາຍ ພາຍນອກຄື ເຂົ້າຕອກ ດອກໄມ້ແລະທູບທຽນ ຈຶ່ງອະທິຖານໃຫ້ເປັນ 5 ໂກດຖາດ.
ປະຖົມໂກດຖາດອັນຖ້ວນນື່ງນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ພຣະສັພພັນຍູເຈົ້າຕົນເປັນເຄົ້າ ໂຜດສັຕ ເນືອງນອງ.
ໂກດຖາດອັນຖ້ວນສອງ ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະນະວະໂລກຕຣະທັມເຈົ້າເກົ້າດວງງາມ.
ໂກດຖາດອັນຖ້ວນສາມນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະອະຣິຍະສົງຕົນຊົງ ສີລາອັນຖ້ວນຖີ່.
ໂກດຖາດອັນຖ້ວນສີ່ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະສະຖຸປ ຮູບພຣະພຸທທະເຈົ້າ ແລະ ເຈດີຍ໌ກັ ພຣະສີ ມະຫາໂພດ ອັນຢູ່ໃນໝື່ນໂຍຊນ໌ ຊົມພູ ດູຕະການງາມໃນມະນຸສແຫລ່ງຫລ້າ.
ໂກດຖາດອັນຖ້ວນຫ້າ ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະເທພະບຸດ ເທພະດາ ພຣະຍາອິນ ພຣະຍາພຣົມ ພຣະຍາຍົມພະບາລ ທ້າວຈະຕຸໂລກະບາລທັງສີ່ ນາງນ້ອຍ ເມຂ ລາ ນາງທໍຣະນີ ອິສູນເປັນເຄົ້າ ອັນເປັນເຈົ້າ ພຣະສຸທາ ຝູງຂ້າທັງ ຫລາຍ ບໍ່ອາດຈະຄນະນາ ລຳດັບລຽນຕໍ່ກັນມາຍັງໂທດອັນເປັນເຄົ້າ ຕາບຕໍ່ເທົ້າ ບັດນີ້ກໍດີ ໂທດອັນເກີດຈາກ ກາຍວະຈິ ມະໂນ ທວາຣວິຖີຈິດໃຈ ຫລອນວ່າໄດ້ຫລົງໄຫລພັ້ງພາດ ບໍ່ສລາດອາຈວ່າແມ່ນຄອງທັມ ຄິດວ່າບໍ່ເປັນກັມ ແລະໂທດ ຫລອນວ່າໄດ້ ປາກໂພດແລະໄດ້ກ່າວວາຈາ ໄດ້ຄາຣະຫາຕິຕຽນ ພຣະພຸທທະເຈົ້າວ່າບໍ່ງາມ ອົງຄ໌ຣາມນັ້ນບໍ່ສູງສັກກະ ໜ່ອຍ ອົງຄ໌ນ້ອຍໆນັ້ນ ຍັງຕໍ່າພໍປະມານ ອົງຄ໌ກາງໜາບາງບໍ່ຊ້ອຍໂຊດ ອົງຄ໌ໃຫຍ່ນັ້ນ ໜາໂພດບໍ່ສເມີກັນ ຫລອນວ່າໄດ້ ຕິຕຽນ ພຣະຈອມທັນວ່າມີສີ ອັນເສົ້າ ຂໍແກ່ພຣະເປັນເຈົ້າ ໂຜດກູນາ ຢ່າໃຫ້ເປັນໂທດສາໂທດຕ້ອງ ເປັນບາບຂ້ອງຢູ່ໃນ ວັຕຕະສົງສານ ກໍຂ້າເທີ້ນ.
ປະການນຶ່ງຝູງຂ້າທັງຫລາຍໄດ້ຕົກແຕ່ງທານ ມີເຄື່ອງຫວານແລະເຄື່ອງສົ້ມ ມີເຄື່ອງຕົ້ມ ແລະເຄື່ອງແກງ ຫລອນວ່າ ມີດຳຕົກໃສ່ ເປັນຝຸ່ນໄງ່ປິວໄປ ເປັນຄອງສຸດວິສັຍບໍ່ຮູ້ເມື່ອ ຄຶດວ່າເຊື່ອໃຈແລ້ວ ຈຶ່ງນຳມາ ຖວາຍບູຊາແຈກ ແກ່ ພຣະແກ້ວ ເຈົ້າ ທັງສາມ ໃນອາຣາມຂ່ວງເຂດ ຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວບໍຣະບວນ.
ບັດນີ້ຝູງຂ້າທັງຫລາຍ ທັງຕາຍາຍ ແລະ ເດັກນ້ອຍ ຍິນຣະຫ້ອຍແລ່ນນຳ ມານຳລຸງຕາແລະພໍ່ແມ່ ເຂົາຢູ່ແຕ່ຫລິ້ນ ແລະ ຍິນດີ ລາງຜ່ອງຕີຫິງຄີ ແລະສັບຂ່າງລາງຜ່ອງຍ່າງໄປມາ ຕາມປະສາເດັກນ້ອຍ ລາງຜ່ອງໃຫ້ອ້ອຍປາກກິນນົມ ລາງຜ່ອງ ຢຽບຕົມເຂົ້າໃນຂ່ວງເຂດ ລາງຜ່ອງປິດພວງເພຊຜລາ ລາງຜ່ອງປິດອັນພາມີ້ມ່ວງ ລາງຜ່ອງແລ່ນເຕັ້ນຄ່ວງ ຢອກໄລ່ກັນ ໂຣທັນຕາ ຮ້ອງໄຫ້ ໄດ້ຄ້ອນແລ້ວ ໄລ່ຕີກັນ ເປັນອັນນັນພົ້ນທີ່ ບໍ່ສງັດມີ ເມື່ອຟັງທັມ ເປັນຄອງບໍ່ັຢຳແລະ ປະໝາດ ຫລອນວ່າໄດ້ ນັ່ງຮ່ວມໜັງ ໄດ້ນັ່ງຕ່າງຫລັງແລະຕ່າງຂ້າງ ຫລອນວ່າໄດ້ປ່ອຍຊ້າງມ້າ ແລະງົວຄວາຍ ເຂົ້າມາໃນເຂດ ຂໍໃຫ້ເຈົ້າກູຕົນວິເສດ ຈົ່ງໃຫ້ ອະນຸນຍາໂຕ ຢ່າໄດ້ເປັນໂທໂສໂທດຕ້ອງ ເປັນບາບຂ້ອງນຳໄປ ສຸດວິສັຍ ເມື່ອຈັກມໍຣະນາ ຄັນວ່າຄະຄາດແລ້ວ ຂໍໃຫ້ໄດ້ເມືອ ເມືອງແກ້ວ ຊື່ວ່າ ນິຣະພານ ກໍຂ້າເທີ້ນ.
ປະການນຶ່ງຝູງຂ້າທັງຫລາຍທັງຍິງຊາຍແລະ ພໍ່ແມ່ທັງເຖົ້າແກ່ແລະ ລຸງຕາພ້ອມກັນມາໃນເຂດເຫດວ່າ ຢາກໄດ້ຄອງເມືອ ເມືອງຟ້າ ແລະນິຣະພານ ຫລອນວ່າຢູ່ເຫີງນານໜັກເມື່ອຍ ໄດ້ຢຽດເໜື່ອຍແຂ່ງຂາ ໄດ້ທຽວໄປມາກ່າວ ເວົ້າຍາມ ເມື່ອພຣະສົງຄ໌ ເຈົ້າ ຍັງເທສນາທັມ ບໍ່ຈົດຈຳເອົາຫູຕໍ່ ລາງຜ່ອງຄຶດຮອດບ້ານແລະລູກເຕົ້າ ຫລອນວ່າໄດ້ກິນເຫລົ້າ ແລະສຸຣາມົວເມົາຕາຄຶດວ່າ ແມ່ນຂອງຊື່ນ ຕັກແລ້ວຢືນຢາຍກັນ ຍາມວັນມື້ເຊົ້າ ລາງເທື່ອອາຍກິນເຂົ້າ ພຣະສົງຄ໌ເຈົ້າ ທະຣົງທັມ ຈົ່ງນຳເອົາມາຍັງໂທດ ຝູງຂ້າທັງຫລາຍ ມາຕັ້ງໄວ້ຊ້ອງແລ້ວ ຈົ່ງກະທຳໃຫ້ເປັນອະໂຫສິກັມນຳເສັຽເຊິ່ງໂທດ ຢ່າງເປັນສັຄຄະນິວາຣະນະ ມັຄຄະນິວາຣະທັມ ກັມອັນຈັກຫ້າມຄອງເມືອເມືອງຟ້າແລະນິຣະພານກໍຂ້າເທີ້ນ ຈັຕຕາໂຣທັມມາ ອັນວ່າທັມທັງ ສີ່ປະການຄື ອາຍຸ ວັນນະ ສຸຂະ ພລະ ຈົ່ງປະວັຕຕະນາການ ໃນຂັ້ນທະສັນດານແຫ່ງຝູງຂ້າທັງຫລາຍທຸກຕົນ ທຸກຄົນ ກໍຂ້າເທີ້ນ ນິພພານະປັຈຈະໂຍ ໂຫຕຸ.