ຕຸດສົງການ ຫມາຍເຖິງພະອາທິດໄດ້ເຄື່ອນຍ້າຍຈາກປີເກົ່າເຂົ້າສູ່ປີໃຫມ່, ຕຸດຫມາຍເຖິງຕັດ ຫລື ສິ້ນໃຫ້ຫມົດໄປ, ສົງການ ຫມາຍເຖິງການເຄື່ອນຍ້າຍ ໂດຍເພິ່ນຖືເອົາສຸລິຍະຄະຕິກົງກັບວັນທີ 13-14 ແລະ 15 ຄ່ຳ ເດືອນເມສາຂອງທຸກໆປີເປັນວັນຈັດງານບຸນປີໃຫມ່ລາວ, ຂໍຢ່າຊູເວົ້າ “ກຸດ” ເຊິ່ງມັນມີຄວາມວ່າ ກຸດຫ້ຽນໄປເລີຍ, ທັງແມ່ນພາສາເວົ້າຂອງຈີນ ແລະ ຫວຽດນາມ, ສ່ວນຄຳວ່າ “ຕຸດ” ນັ້ນແມ່ນພາສາເວົ້າເດີມຂອງລາວແທ້. ເພິ່ນເຄີຍເວົ້າມາແຕ່ດຶກດຳບັນ ເຊິ່ງມີຄວາມຫມາຍວ່າ: “ຢຸດຢູ່ກ່ອນ” ສ່ວນສົງການແມ່ນເຄື່ອນຍ້າຍໄປສິ້ນປີເກົ່າແລ້ວສົງການປີໃຫມ່ກ້າວ ເຂົ້າມາແທນຕາມສຸລິຍະຄະຕິ ດັ່ງວ່າ ສົງການ ເປັນມື້ທີຫວ່າງກາງປີເກົ່າກັບປີໃຫມ່ນັ້ນເປັນມື້ຕຸດຢູ່ນີ້ເອງ.
ເຫດຜົນ ແລະ ຄວາມເປັນມາຂອງບຸນປີໃຫມ່ລາວ (ບຸນຕຸດສົງການລາວ) ແມ່ນອີງໃສ່ນິທານພື້ນເມືອງ ແຕ່ກ່ອນຍັງມີຊາຍຄົນຫນຶ່ງຊື່ວ່າ: ທຳມະບານກຸມມານ (ຄຳປາລີ = ທຳມະປະລະ) ເປັນລູກຊາຍຂອງມະຫາເສດຖີຢູ່ເມືອງຫນຶ່ງ (ບໍ່ຊາບຊື່) ມີຜາສາດເຈັດຊັ້ນ, ຕັ້ງຢູ່ແຄມແມ່ນ້ຳ, ທຳມະບານການກຸມມານຮຽນຈົບໄຕເພັດ (ມະນຸດ, ສັດ, ສັງຄົມສາດ) ເປັນຄົນຮອບຮູ້ສະຫລາດເປັນນັກປາດອາຈານເກ່ງກ້າ ຊື່ສຽງລືນາມປາກົດໄປທົ່ວພົມມະໂລກ, ເທວະໂລກ, ມະນຸດສະໂລກຈົນສົ່ງຜົນສະທ້ອນຮອດກະບິນລະພົມຜູ້ເປັນເຈົ້າພົມມະ ໂລກ ເຊິ່ງມີຄວາມເກ່ງກ້າສາມາດມີຊື່ສຽງຮຽງນາມເຫມືອນກັນເມື່ອໄດ້ຍິນ ແນວນັ້ນ ກະບິນລະພົມ ບໍ່ຍອມເສຍປຽບໃຫ້ໃຜມາກ່ອນຈິ່ງເກີດມີຄວາມສົນໃຈຢາກລົງມາພົບ ແລະ ທົດສະຫມອງລອງປັນຍາກັບທຳມະບານກຸມມານນັ້ນເບິ່ງ,ມີມື້ ຫນຶ່ງກະບິນລະພົມ ກໍ່ໄດ້ມີໂອກາດ ບິນແອ່ນລົງມາສູ່ມະນຸດສາໂລກ ແລ້ວກໍ່ເຂົ້າພົບທຳມະບານກຸມມານຢູ່ທີ່ຜາສາດເຈັດຊັ້ນນັ້ນໂລດ. ກະບິນລະພົມກໍ່ໄດ້ທັກທາຍປາໄສກັບທຳມະບານກຸມມານແບບກົງໄປກົງ ມາອັນສຳຄັນແມ່ນມາທົດລອງຖາມຕອບບັນຫາກັນເຖາະ! ບັນຫາທີ່ກະບິນລະພົມຕັ້ງໃຫ້ທຳ ມະບານກຸມມານ ເປັນຜູ້ຕອບມີຢູ່ສາມຂໍ້ຄື: 1. ຕອນເຊົ້າ ລາສີ (ສີລິ) ຂອງຄົນຢູ່ໃສ?, 2. ຕອນທ່ຽງ ລາສີ (ສີລິ) ຂອງຄົນຢູ່ໃສ?, 3. ຕອນຄ່ຳລາສີ (ສີລິ) ຂອງຄົນຢູ່ ໃສ?. ຖ້າທຳມະບານກຸມມານຕອບໄດ້ໃຫ້ຕັດຄໍກະບິນລະພົມ ໂລດ, ແຕ່ຖ້າຕອບບໍ່ໄດ້ກາບິນລະ ພົມ ຈະລົງມາຕັດຄໍທຳມະບານກຸມມານເຫມືອນກັນ, ນັດກັນພາຍໃນເຈັດວັນ.
ຈາກນັ້ນ, ກາບິນລະພົມ ກໍ່ໄດ້ບິນແອ່ນສະເດັດຂຶ້ນເມືອສູ່ພົມມະໂລກ, ສ່ວນທຳມະບານກຸມມານກໍ່ຍັງຢູ່ຫໍຜາສາດເຈັດຊັ້ນນັ້ນ. ແຕ່ລະວັນກໍ່ມີແຕ່ຄິດຫາກບໍ່ເຂົ້າບໍ່ອອກຍ້ອນບໍ່ຮູ້, ນອກກໍ່ບໍ່ຫລັບກິນບໍ່ໄດ້, ເກີດເປັນມື້ເປັນວັນມາມີແຕ່ຄິດຕອບບັນຫາຂອງ ກະບິນລະພົມ ຈົນຮ່າງກາຍຈ່ອຍຈົນຜອມ. ຈົນຮອດມື້ທີຫົກຈິ່ງອອກຈາກຜາສາດເພື່ອຈະຂ້າໂຕເອງຕາຍ, ບໍ່ຍອມໃຫ້ ກະບິນລະພົມຕັດຄໍຕົນ, ໄປຕາມໄປກໍ່ເລີຍໄປຮອດທົ່ງນາທົ່ງຫນຶ່ງຢູ່ຫົວນາທົ່ງນັ້ນມີ ກົກຕານໃຫຍ່ 2 ກົກ, ທຳມະບານກຸມມານ ໄດ້ໄປລີ້ຊົ້ນຢູ່ກ້ອງກົກຕານຫວັງຈະໃຫ້ຕາຍຢູ່ທີ່ນັ້ນ. ພໍຮອດຫົວແລງຂອງມື້ນັ້ນໄດ້ມີແຮ້ງເຖົ້າຜົວເມຍຄູ່ຫນຶ່ງບິນມາ ເຊົາຢູ່ເທິງກົກຕານນັ້ນ, ເດິກມາແຮ້ງເຖົ້າຜົວເມຍຄູ່ນັ້ນລົມກັນວ່າ: “ມື້ອື່ນນີ້ເຮົາຈະກິນຫຍັງ? ຊາກງົວຊາກຄວາຍຕາຍກໍ່ຫມົດແລ້ວ“ ໂຕເມຍຖາມ, ໂຕຜົວຕອບວ່າ: “ບໍ່ຍາກດ໋ອກ ມື້ອື່ນນີ້ເຮົາຈະໄດ້ກິນຊີ້ນຄົນເພາະວ່າມື້ອື່ນເປັນມື້ຖ້ວນ ເຈັດວັນຂອງການນັດກັນລະຫວ່າງກະບິນລະພົມກັບທຳມະບານກຸມ ມານເພື່ອຕອບບັນຫາກັນ. ແຕ່ຖ້າທຳມະບານກຸມມານຕອບບັນຫາກະບິນລະພົມບໍ່ໄດ້ຈະຖືກຕັດ ຄໍແທ້ໆ.,” ໂຕເມຍຖາມຕໍ່ໄປວ່າ: “ບັນຫາທີ່ກະບິນລະພົມຖາມນັ້ນມີຫຍັງແດ່? “ໂຕຜົວເວົ້າວ່າ: “ຕອນເຊົ້າລາສີ (ສີລິ) ຂອງຄົນ ຢູ່ໃສ?, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ໃສ?, ຕອນຄ່ຳລາສີ (ສີລິ) ຂອງຄົນຢູ່ໃສ, ຂ້ອຍຄິດວ່າ ທຳມະບານກຸມມານຕອບບໍ່ໄດ້ດອກ ເພາະມັນຍາກໂພດ”. ໂຕເມຍຖາມຕໍ່ໄປອີກວ່າ: “ຄັນຈັ່ງຊັ້ນເຈົ້າຮູ້ຄຳຕອບສາມບັນຫານັ້ນບໍ ແມ່ນຫຍັງກັນແທ້?”. ໂຕຜົວ ຈິ່ງເວົ້າວ່າ: “ມັນຊິຍາກຫຍັງ!, ຕອນເຊົ້າລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຫນ້າ ເພາະວ່າຕື່ນເຊົ້າມາຄົນຕ້ອງໄດ້ລ້າງຫນ້າຂອງຕົນເພື່ອຄວາມຊຸ່ມເຢັນ ແລະ ສວຍງາມ, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ທີ່ເອິກ ເພາະວ່າເມື່ອຮ້ອນມາຄົນຈະມັກເອົານ້ຳມາລູບເອິກ ເພື່ອ ຜ່ອນຄວາມຮ້ອນ ແລະ ການຫົນຫວຍກະວົນກະວາຍ, ຕອນຄ່ຳ ລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຕີນເພາະວ່າກ່ອນຈະເຂົ້າບ່ອນນອນຄົນຈະລ້າງຕີນໃຫ້ ສະອາດເສຍກ່ອນ”. ພໍແຕ່ທຳມະບານກຸມມານໄດ້ຍິນ ແລະ ເຂົ້າໃຈດີແລ້ວກໍ່ຜຸດລຸກຂຶ້ນແລ້ວຮີບແລ່ນເມືອຫາຜາສາດເຈັດຊັ້ນ ຂອງຕົນ ເພື່ອລໍຖ້າກະບິນລະພົມຈະສະເດັດລົງມາພົບເພາະຮອດມື້ນັດຫມາຍ ຕອບບັນຫາ. ຮອດມື້ນັດຫມາຍ ກະບິນລະພົມ ກໍ່ສະເດັດລົງມາແທ້, ແລ້ວກໍ່ເຂົ້າໄປພົບ ທຳມະບານກຸມມານຢູ່ຫໍຜາສາດເຈັດຊັ້ນຕາມນັດຫມາຍແລ້ວ ທຳມະບານກຸມມານ ກໍ່ໄດ້ຕອບບັນຫາທັງສາມຂໍ້ຂອງ ກະບິນລະພົມນັ້ນຖືກຫມົດ ບໍ່ມີຜິດຈັກຫນ້ອຍເລີຍ. ກະບິນລະພົມ ຍອມ ຮັບຄວາມພ່າຍແພ້ຂອງຕົນແລ້ວຕົກລົງໃຫ້ ທຳມະບານກຸມມານ ຕັດຄໍຕົນຕາມສັນຍາ. ກ່ອນຈະຖືກຕັດຄໍກະບິນລະພົມໄດ້ເອີ້ນລູກສາວທັງເຈັດມາພົບແລ້ວໃຫ້ ເອົາຂັນຮອງຄໍພໍ່ເພື່ອບໍ່ໃຫ້ຫົວຕົກລົງໄປທົ່ວທີບຈະເປັນ ເຫດຮ້າຍຕໍ່ມະນຸດໂລກ ເພາະວ່າຖ້າ ຫົວພໍ່ຕົກລົງດິນ ດິນຈະຖືກແຫ້ງແລ້ງເກີດໄຟໄຫມ້ເຜົາ, ຖ້າຕົກໃສ່ມະຫາສະຫມຸດກໍ່ຈະບົກແຫ້ງກາຍເປັນພູຜາປ່າໄມ້, ຖ້າຕົກຢູ່ສະ ຫວັນຊັ້ນຟ້າກໍ່ຈະກາຍເປັນພະຍຸລົມແດງ, ຝົນຕົກ ແລະ ມີຫິມະກ້າມຕະຫລອດໄປ.
ຈາກນັ້ນລູກສາວທັງເຈັດກໍ່ໄດ້ເອົາພາຂັນມາຮອງຄໍພໍ່ຕົນ ແລ້ວໃຫ້ທຳມະບານກຸມມານຕັດຄໍລົງໃສ່ພາຂັນນັ້ນ ແລ້ວລູກສາວໄດ້ ເອົາໄປແຫ່ອ້ອມເສົາສະເຫມນສາມຮອບ ແລ້ວຈິ່ງເອົາໄປໄວ້ພູເຂົາໄກລາດຢູ່ແດນໄກ. ພໍເຖິງຂອບປີ (ເດືອນຫ້າລາວ) ມາຮອດແລ້ວລູກສາວທັງເຈັດກໍ່ຜັດປ່ຽນກັນໂຈມພາຂັນອອກມາລ້າງສ່ວຍໃຫ້ ຊຸ່ມເຢັນ ແລະ ສະອາດເປັນປະຈຳ. ແຕ່ນັ້ນມາບ່າວໄພ່ລາດສະດອນເຫັນວ່າຈົບງາມດີແທ້ຈິ່ງຈັດຕັ້ງກັນ ເອົານ້ຳອົບນ້ຳຫອມ ຫລື ນ້ຳສະອາດມາຫົດສົງກັນ (ເອີ້ນວ່າ: ບຸນຫົດນ້ຳ) ຈົນເທົ່າທຸກວັນນີ້. ສ່ວນວ່ານາງສັງຂານ ຫລື ການແຫ່ສັງຂານນັ້ນກໍ່ແມ່ນແຫ່ລູກສາວທັງເຈັດຂອງກະບິນລະພົມ ທີ່ຜັດປ່ຽນກັນອອກມາໃນແຕ່ລະປີນັ້ນດ້ວຍ.
ພິທີຈັດງານບຸນປີໃຫມ່ລາວ, ຂຶ້ນ 13 ຄ່ຳເດືອນ 5 ກົງກັບວັນທີ 13 ເມສາ ແມ່ນວັນສົ່ງທ້າຍປີເກົ່າ. ໃນວັນນີ້ ແຕ່ລະຄອບຄົວ, ທຸກໆສະຖານທີ່ພາຍໃນວັດ, ໂຮງຮຽນ, ສຳນັກງານຫ້ອງການຈະມີການຮ່ວມຈິດຮ່ວມໃຈກັນເຮັດອະນາໄມລວມ ຫມູ່ໃຫ້ສະຖານທີ່ຕ່າງໆສະອາດງາມຕາ ແລະ ຢູ່ຕາມບ້ານເຮືອນຈະມີການຫ້າງຫາກະກຽມດອກໄມ້ທູບທຽນນ້ຳອົບນ້ຳຫອມ ເພື່ີອຫົດສົງພະພຸດທະຮູບ. ຢູ່ວັດຈະມີການເຮັດຮ້ານພະ ພໍເມື່ອຮອດສາມໂມງແລງພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວບ້ານມາໂຮມ ກັນຢູ່ວັດ ແລ້ວທຳພິທີໄຫວ້ພະຮັບສິນ, ຟັງເທດ, ຄາລະວະສົມມາສວດໄຊຢັນໂຕ, ຊິດນ້ຳພຸດທະມົນ, ນິມົນພະພຸດທະຮູບລົງຈາກແທ່ນບູຊາ ເພື່ອໃຫ້ຊາວບ້ານໄດ້ຫົດສົງ.
ຂຶ້ນ 14 ຄ່ຳ ເດືອນ 5 ກົງກັບວັນທີ 14 ເມສາ ແມ່ນວັນເນົາ ຊາວບ້ານທຸກໆຄົນທຸກໆຄອບຄົວຈະຢຸດງານບໍ່ກະທຳກິດຈະການໃດໆພັກຜ່ອນ ທ໋ຽວຫລິ້ນ ແລະ ໄປຢ້ຽມຢາມພີ່ນ້ອງຕະຫລອດມື້, ຕອນແລງເວລາ 4 ໂມງ ພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວບ້ານມາໂຮມກັນຢູ່ທີ່ວັດ ເພື່ອໄປເກັບດອກໄມ້ມາບູຊາພະ ແລະ ຕົກຕອນຄ່ຳມາພໍກິນເຂົ້າແລງແລ້ວ ພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວ ບ້ານມາໂຮມກັນຢູ່ທີ່ວັດ ເພື່ອແຫ່ດອກໄມ້ທູບທຽນ, ມີການທຳພິທີທາງສາສະຫນາຟັງເທດ ແລະ ການລະຫລີ້ນແບບພື້ນ ເມືອງຕ່າງໆຂອງບ່າວສາວໄວຄະນອງ, ໄດ້ເວລາສົມຄວນຈິ່ງເລີກລາເມືອ. ຂຶ້ນ 15 ຄ່ຳ ເດືອນ 5 ກົງກັບວັນທີ 15 ເມສາ ແມ່ນມື້ໃຫມ່ຂອງປີໃຫມ່ຕອນເຊົ້າຢູ່ວັດຈະມີການຕັກບາດຖວາຍ ບາສີສູ່ຂວັນແກ່ພະສົງສາມະເນນ ແລະ ອວຍພອນໃຫ້ເຊິ່ງກັນ ແລະ ກັນ. ນອກຈາກນີ້ ຢູ່ແຕ່ລະຄອບຄົວຍັງມີການສູດມົງຄຸນ, ຕັກບາດບາສີສູ່ຂວັນຢູ່ເຮືອນໃຜເຮືອນລາວ ເພື່ອສົ່ງທ້າຍປີເກົ່າ ຕ້ອນ
ຮັບປີໃຫມ່. ພໍຮອດຕອນແລງ ແລະ ຕອນຄ່ຳກໍ່ຈະໄປເອົາດອກໄມ້ແຫ່ວຽນທຽນໃນແຕ່ລະມື້ຈົນຮອດເດືອນ 6 ເພັງຈິ່ງລາ ເລີກກັນກໍ່ມີ ນີ້ແມ່ນຄວາມນິຍົມປະພຶດຂອງບາງບ້ານ.
ກິດຈະກຳຕ່າງໆໃນງານບຸນປີໃຫມ່ລາວ.
1. ບາສີສູ່ຂວັນພະສົງສາມະເນນ, ສົງພະພຸດທະຮູບ, ສູດມົງຄຸນຕັກບາດເຮືອນ, ບາສີສູ່ຂວັນອວຍພອນເຊິ່ງກັນ ແລະ ກັນ. ສະເພາະມື້ສູ່ຂວັນພະສົງສາມະເນນສຳເລັດແລ້ວ ກໍ່ກັບຄືນເມືອສູ່ຂວັນຢູ່ເຮືອນໃຜເຮືອນລາວ ເມື່ອເຖິງຕອນບ່າຍ 1ໂມງ ຫາ 2 ໂມງ ຊາວບ້ານອອກຕົນຍາດໂຍມຈະພາກັນໄປຂົນເອົາຊາຍມາກອງໄວ້ ເພື່ອຕົບເປັນເຈດີຊາຍໄວ້ຮອດ 4ໂມງ ພວກອອກຕົນຍາດໂຍມກໍ່ໄປນຳເອົາດອກໄມ້. ຕອນຄ່ຳເວນກອງຊາຍ ແລະ ແຫ່ດອກກໄມ້ແລ້ວຈິ່ງ’ກັບເຮືອນໃຜເຮືອນລາວ.
2. ສົງນ້ຳທ່ານຜູ້ໃ້ຫຍ່, ຜູ້ຊົງຄຸນນະວຸດ, ພໍ່ແມ່ເຖົ້າແກ່ອາວຸໂສເຮັດບຸນກິນທານແດ່ພໍ່ແມ່ຍາດຕິພົງພັນທີ່ ລ່ວງລັບໄປແລ້ວ.
3. ຕົບເຈດີພະທາຍ ຫລື ກໍ່ເຈດີຊາຍຢູ່ຕາມວັດ ແລະ ສະຖານທີ່ຕ່າງໆ.
4. ປ່ອຍສັດ, ໂຜດສັດໃຫ້ພົ້ນອອກຈາກຄວາມທຸກ, ພົ້ນຈາກສະຖານທີ່ຄຸມຂັງ, ພົ້ນຈາກຄວາມຕາຍໃຫ້ມີຄວາມເປັນອິດສະຫລະ ໃນມື້ຕອນແລງຂອງມື້ 15ຄ່ຳ.
ບາງທ້ອງຖິ່ນການສົງນ້ຳພະພຸດທະຮູບຖືກແກ່ຍາວໄປແຕ່ຂຶ້ນ 13 ຄ່ຳ ເດືອນ 5 ຈົນເຖິງຂຶ້ນ 15 ຄ່ຳ ເດືອນ 6 ເພັງ ຈິ່ງສິ້ນສຸດລົງ. ການສົງນ້ຳພະນັ້ນ, ນອກຈາກຈະສົງຢູ່ຕາມຫົວວັດຕ່າງໆແລ້ວ ເພິ່ນຍັງນິຍົມຈັດຕັ້ງກັນທັງຝ່າຍພະສົງສາມະເນນ ແລະ ຝ່າຍບ້ານເມືອງໄປສົງນ້ຳພະຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ຖ້ຳ, ຫ້ວຍ, ພູ, ວັດຮ້າງ ແລະ ສະຖານທີ່ອື່ນໆທີ່ມີພະພຸດທະຮູບນັ້ນອີກ.

ບຸນປີໃໝ່ລາວ ຫຼື ເອີ້ນວ່າ ສົງການ ເປັນບຸນປະເພນີອີກອັນໜຶ່ງຂອງລາວເຮົາ ແລະ ກໍເປັນບຸນສະເຫຼີມສະຫຼອງກັນທົ່ວ ປະເທດ ຕັ້ງແຕ່ເໜືອຕະຫຼອດໃຕ້ ປີລະຄັ້ງ ຄືໂດຍທົ່ວໄປເລ່ີມແຕ່ວັນທີ່ 13 ຫາ 15 ຂອງເດືອນເມສາ ເຊ່ິງເປັນເດືອນທ່ີຮ້ອນ ທ່ີສຸດໃນຮອບປີ. ນອກຈາກປະເທດລາວເຮົາແລ້ວ ບາງປະເທດອ່ືນ ກໍສະຫຼອງສົງການເໝືອນກັນ ເຊ່ັນ ປະເທດໄທ, ກຳປູເຈຍ ແລະ ມ່ຽນມ້າ. ໃກ້ຈະຮອດບຸນປີໃໝ່ ຊາວລາວພາກັນກະກຽມ ຕ້ອນຮັບປີໃໝ່ ເຊ່ັນ ທຳຄວາມສະອາດ ຕາມເຮືອນຊານ ບ້ານຊ່ອງ, ກະກຽມຫາດອກໄມ້ທ່ີມີກ່ິນຫອມ ເຊັ່ນ ດອກເຂັມຂາວ, ດອກຂັດເຄົ້າ, ດອກຈຳປາ, ດອກຈຳປີ,ດອກດາວເຮືອງ, ດອກຄູນ ແລະ ອ່ືນໆ ເຊິ່ງເພິ່ນເອົາມາປະສົມໃສ່ກັນ ເພ່ືອປຸງແຕ່ງນ້ຳຫອມສົງພະ. ນອກຈາກນັ້ນ ເພ່ິນຍັງເອົາດອກ ແລະ ໃບຄູນ ມາເໜັບໄວ້ນຳປະຕູບ້ານປະຕູເຮືອນ ເພາະມີຄວາມເຊ່ືອວ່າເປັນສີລິມົງຄຸນ. ນ້ຳຫອມສົງພະ ແມ່ນປະສົມຈາກນ້ຳ, ຂີ້ໝິ້ນ, ໝາກສົ້ມປ່ອຍເຜົາໄຟ ແລະ ກີບດອກໄມ້ຊະນິດຕ່າງໆ ດ່ັງທ່ີກ່າວມານັ້ນ.
ອີງຕາມປະເພນີ ທີ່ສືບເນ່ືອງມາແຕ່ບູຮານນະການ ບຸນປີໃໝ່ລາວ ແກ່ ຍາວ 3 ວັນຄື: ວັນສັງຂານໄປ ຫຼື ວັນສັງຂານລ່ວງ ເຊິ່ງໝາຍເຖິງ ວັນສົ່ງທ້າຍປີເກ່ົາ, ວັນເນົາ ເຊິ່ງໝາຍເຖິງວັນລະຫວ່າງກາງ ແລະ ວັນສັງຂານຂຶ້ນ ເຊິ່ງແມ່ນວັນເລີ້ມຕົ້ນຂອງ
ປີໃໝ່ນັ້ນເອງ. ກ່ຽວກັບວັນບຸນ ປີໃໝ່ລາວ ຫຼື ວັນສົງການນີ້ ມີນິທານເລ່ືອງໜ່ຶງໄດ້ ກ່າວໄວ້ວ່າ:
ກາລະຄັ້ງໜ່ຶງນານມາແລ້ວ ມີລູກເສດຖີຄົນໜຶ່ງ ຊ່ື ທຳມະປະລະກຸມມານຫຼື ເອີ້ນວ່າ ທຳມະບານ ເປັນຄົນມີຄວາມຮູ້, ສະຫຼາດຫຼັກແຫຼມ ແລະ ສາມາດເຂົ້າໃຈພາສານົກໄດ້. ລາວໄດ້ອອກທ່ຽວສອນທຳມະ ແລະ ຄວາມຮູ້ໃຫ້ ແກ່ປວງຊົນທັງຫຼາຍ
ເຊ່ິງເຮັດໃຫ້ຄົນທັງຫຼາຍ ສັດທາ ແລະ ເຄົາລົບນັບຖື ຈົນມີຊ່ືສຽງເລືອງລືໄປທ່ົວພິພົບ ຈົນເຮັດໃຫ້ ພະຍາພົມ ກະບິນລະພົມ ຢາກທົດສອບຄວາມສະຫຼາດຂອງທຳມະປະລະກຸມມານ. ພະຍາກະບິນລະພົມ ຈ່ຶງໄດ້ສະເດັດລົງມາຫາທຳມະປະລະກຸມມານ ແລະ ຕັ້ງຄຳຖາມຂຶ້ນ 3 ຂ້ໍ ຄື:
1) ຕອນເຊົ້າ ສີລິຂອງຄົນຢູ່ໃສ ?
2) ຕອນທ່ຽງ ສີລິຂອງຄົນຢູ່ໃສ ? ແລະ
3). ຕອນກາງຄືນ ສີລິຂອງຄົນຢູ່ໃສ ?
ໂດຍວາງ ເງ່ືອນໄຂໄວ້ວ່າ: ຖ້າຕອບບໍ່ໄດ້, ພະຍາພົມກະບິນລະພົມ ຈະຕັດຫົວທ້າວທຳມະປະລະກຸມມານ; ຖ້າຫາກ ວ່າຕອບໄດ້ ພະຍາ ພົມກະບິນລະພົມ ຈະຕັດຫົວຂອງຕົນເອງ ແລະ ໃຫ້ເວລາ ແກ່ທ້າວ ທຳມະປະລະກຸມານ ໄປຄົ້ນຄິດ 7 ວັນ. ພໍເຖິງວັນ
ຖ້ວນ 3 ທ້າວທຳມະປະລະກຸມມານ ກໍຍັງ ຄິດຫາຄຳຕອບບໍ່ໄດ້ ຈ່ຶງຄິດວ່າຕົນຈະຕ້ອງຕາຍຍ້ອນ ຄົມດາບຂອງພະຍາ ກະບິນລະພົມ ເພ່ືອປະໂຫຍດອັນໃດ ຕົນຈະໜີໄປຕາຍເອົາດາບໜ້າ ຈະບໍ່ດີກ່ວາບໍ. ເວົ້າແລ້ວ ລາວກໍ່ອອກເດີນທາງ, ພໍຮອດຍາມຄ່ຳ
ລາວໄດ້ໄປ ນອນຢູ່ກ້ອງຕົ້ນຕານ, ກໍ່ບັງເອີນ ໄດ້ຍິນນົກອິນຊີຜົວເມຍ ຄູ່ໜຶ່ງ ເຊິ່ງອາໄສຢູ່ເທິງຕົ້ນຕານ ລົມກັນ. ນົກຕົວເມຍຖາມຜົວວ່າ ມື້ອ່ືນນີ້ ພວກເຮົາຈະເອົາອັນໃດມາເປັນອາຫານ, ນົກຕົວຜົວຈຶ່ງຕອບວ່າ ຈະໄດ້ກິນຊາກສົບ ຂອງ ທຳມະປະລະກຸມມານທ່ີພະຍາກະບິນລະພົມ ຈະຂ້າເພາະຕອບຄຳຖາມ ບໍ່ໄດ້. ເມ່ືອນົກຕົວເມຍ ຖາມວ່າຄຳຖາມນັ້ນເປັນຄືແນວໃດ ນົກຕົວຜູ້ ກໍເລີຍເວົ້າສູ່ເມຍຟັງ ແລະ ບອກຄຳຕອບພ້ອມຄື: ຕອນເຊົ້າ ສີລິຂອງຄົນຢູ່ທ່ີໜ້າ ດ່ັງນັ້ນ ຄົນທັງຫຼາຍ ຈ່ິງເອົານ້ຳ ສວ່າຍໜ້າ, ຍາມທ່ຽງສີລິຂອງຄົນຢູ່ເອິກ ຄົນທັງຫຼາຍ ຈ່ຶງເອົານ້ຳ ແລະ ຂອງຫອມ ລູບເອິກ, ຕອນຄ່ຳ ສີລິຂອງຄົນຢູ່ຕີນ ຄົນທັງຫຼາຍຈ່ຶງເອົານ້ຳລ້າງຕີນກ່ອນເຂົ້ານອນ. ເມື່ອ ທຳມະປະລະກຸມມານ ໄດ້ຍິນດ່ັງນັ້ນ ກໍຈື່ຈຳເອົາ ແລ້ວກໍ່ຕ່າວກັບຄືນມາ ຜາສາດຂອງຕົນ ແລະ ຕອບຄຳຖາມໄດ້ໃນວັນຕໍ່ມາ.
ດ່ັງນັ້ນ ພະຍາກະບິນລະພົມ ຈ່ຶງຕ້ອງໄດ້ຕັດຫົວຂອງຕົນເອງ ດັ່ງທ່ີ ໄດ້ວາງເງ່ືອນໄຂໄວ້. ກ່ອນຕັດຫົວຂອງຕົວເອງ ພະຍາກະບິນລະພົມ ໄດ້ເອີ້ນລູກສາວທັງ 7 ມາສັ່ງວ່າ ພໍ່ຈະຕັດຫົວບູຊາ ທຳມະປະລະກຸມມານ; ຖ້າຫົວຂອງພໍ່ຫາກຕົກລົງໃສ່ ແຜ່ນດິນ ໄຟກໍຈະໃໝ້ໂລກ; ຖ້າໂຍນຂຶ້ນໄປ ເທິງຟ້າ ກໍຈະເກີດໄພ ແຫ້ງແລ້ງ; ຖ້າຖິ້ມລົງໃນມະຫາສະມຸດ ນ້ຳກໍຈະແຫ້ງ. ດ່ັງນັ້ນ ໃຫ້ພວກລູກ ທັງ 7 ຄົນເອົາພາພານ ມາຮອງຮັບເອົາຫົວຂອງພໍ່ໄວ້ ແລ້ວເຊີນໄປຕັ້ງໄວ້ໃນຖ້ຳຄັນທະທຸລີ ທ່ີພູເຂົາໄກລາດ ແລະ ບູຊາດ້ວຍເຄ່ືອງ ສັກກາລະທິບຕ່າງໆດ້ວຍເຖີ້ນ. ເມ່ືອຄົບຮອບເວລາ ໃນແຕ່ລະປີ ດັ່ງ ວັນປີໃໝ່ ຫຼື ວັນສັງຂານ ລູກສາວທັງ 7 ກໍປ່ຽນຜ່ຽນ ກັນຕາມລຳດັບ ພາບໍລິວານ ແລະ ເທບພະຍະດາ ທັງຫຼາຍ ມາເຊີນເອົາຫົວຂອງ ພະຍາ ພົມກະບິນລະພົມ ອອກມາຫົດສົງ ແລະ ແຫ່ວຽນອອ້ມເຂົາພະສຸເມນ. ຫຼັງຈາກນັ້ນ ຂະບວນ ກໍນຳຫົວຂອງພະຍາກະບິນລະພົມ ໄປໄວ້ທ່ີເດີມ. ສະນັ້ນ ເພິ່ນຈຶ່ງເອີ້ນ ລູກສາວທັງ 7 ຂອງ ພະຍາກະບິນລະພົມ ວ່າ ນາງສັງຂານ ແຕ່ນັ້ນມາ. ນາງສັງຂານທັງ 7 ນີ້ສະເດັດ ມາໃນທ່າຕ່າງກັນ ເຊິ່ງເພິ່ນຖືວ່າເປັນສັນຍາລັກໃຫ້ແກ່ແຕ່ລະວັນເຊັ່ນວ່າ
ນາງສັງຂານຜູ້ທ່ີເປັນສັນຍາລັກໃຫ້ແກ່ ວັນເສົາ ແມ່ນ ນາງມະໂນທອນ ທັດດອກຜັກຕົບ, ລາວມັກຊີ້ນຊາຍ (ສັດປະເພດຟານ) ມີອາວຸດ ຄື ມືຂວາຖືກົງຈັກ ມືຊ້າຍຖື ຕຣີສູນ (ຫອກສາມງ່າມ) ພາຫະນະ ແມ່ນ ນົກຍຸງ;
ວັນອາທິດ ຊ່ືວ່ານາງທຸງສະເທວີ ມັກກິນ ໝາກເດ່ືອເປັນອາຫານ ຖືອາວຸດຄື ມືຂວາຖື ກົງຈັກ ມືຊ້າຍຖື ສັງ(ຫອຍສັງ) ແລະ ພາຫະນະແມ່ນ ຄຸດ.
ສັນຍາລັກຂອງວັນຈັນ ແມ່ນ ນາງ ໂຄຣາຄະ ທັດ ດອກກາງຂອບ (ແມ່ນຊື່ຂອງດອກໄມ້ຊະນິດຫນື່ງ) ເຄ່ືອງປະດັບ ເປັນແກ້ວ ແລະ ມຸກ, ອາຫານ ໄດ້ແກ່ນ້ຳນົມ ໃນມື ຖື ພະຂັນ (ດາບ) ມືຊ້າຍ ຖືໄມ້ເທົ້າ, ພາຫະນະ ແມ່ນ ເສືອ;
ວັນອັງຄານແມ່ນ ນາງ ຣາກສະ ທັດດອກບົວຫຼວງ ພ້ອມດ້ວຍເຄ່ືອງປະດັບແກ້ວໂມຣາ, ອາຫານ ແມ່ນ ໂລຫິດ (ເລືອດ) ມືຂວາຖື ຕຼີສູນ ມືຊ້າຍຖືທະນູ ພາຫະນະ ແມ່ນ ໝູ.
ສັນຍາລັກຂອງວັນພຸດ ແມ່ນ ນາງ ມຸນທາ ທັດດອກຈຳປາ ພ້ອມດ້ວຍ ເຄ່ືອງປະດັບແກ້ວພິທູນ,ອາຫານ ແມ່ນນົມເນີຍ ແລະ ມືຂວາຖືເຂັມ ມືຊ້າຍ ຖືໄມ້ເທົ້າ ພາຫະນະ ແມ່ນ ລໍ.
ສັນຍາລັກຂອງວັນພະຫັດ ແມ່ນ ນາງ ກິຣິນີ ທັດດອກມົນທາ (ແມ່ນຊື່ຂອງດອກໄມ້ ຊະນິດຫນື່ງ) ພອ້ ມດວ້ ຍເຄື່ອງປະດບັ ແກ້ວ ມໍລະກົດ , ອາຫານແມນ່ ຖວົ່ ງາ, ມືຂວາຖືຂໍ ມືຊ້າຍຖືປືນ ພາຫະນະ ແມ່ນ ຊ້າງ.
ສັນຍາລັກຂອງວັນສຸກ ແມ່ນ ນາງ ກິມິທາທັດດອກຈັງກອນ ພ້ອມ ດ້ວຍເຄ່ືອງປະດັບແກ້ວບຸດສະຣາຄຳ, ອາຫານ ແມ່ນ ກ້ວຍນ້ຳ,ອາວຸດໃນມືຂວາ ແມ່ນພະຂັນ, ມືຊ້າຍ ຖືພິນ, ພາຫະນະ ແມ່ນ ຄວາຍ.

ອີງຕາມປະເພນີສືບຕໍ່ກັນມາ
ເມື່ອເຖິງວັນສັງຂານແລ້ວ ຍາມເຊົ້າຄົນທັງປວງພາກັນອອກໄປເຮັດບຸນ ຕັກບາດຢູ່ວັດ,
ໄຫ້ວພະພຸດທະຮູບ, ພະທາດເຈດີດ້ວຍດອກໄມ້ທູບທຽນ ແລະ ກໍນິມົນເອົາພະພຸດທະຮູບ
ລົງມາຈາກຮ້ານພະ ເພື່ອມາປະດິດ ສະຖານໄວ້ທ່ີໂຮງ ເພ່ືອຫົດສົງ ເອີ້ນວ່າ
“ເອົາພະລົງ”. ເມ່ືອເຖິງ
ເວລາຄ່ຳຄືນ ໃນລະຫວ່າງວັນ ສັງຂານນີ້ ກໍພາກັນກໍ່ພະທາດ ເຈດີ ດ້ວຍດິນຊາຍ
ເອີ້ນວ່າ “ຕົບພະທາຍ”, ທຳບຸນໃຫ້ທານ, ຟັງທຳມະ ເທດສະໜາ, ເຮັດບັງສະກຸນເພື່ອເຮັດ
ທານຫາ ຜູ້ທີ່ລ່ວງລັບໄປ ຕາມສັດທາຂອງໃຜລາວ ດັ່ງນີ້ ເປັນຕົ້ນ.
ເມ່ືອເຖິງວັນທ່ີສາມ ຄືວັນສັງຂານຂຶ້ນ ພະພິກຂຸສົງ ກໍຈະນິມົນ ເອົາພະພຸດທະຮູບທຸກອົງ ຂຶ້ນຄືນໄວ້ແທ່ນເດີມ ເຊ່ິງເຮົາ ເອີ້ນວັນນີ້ວ່າ ວັນສັງຂານຂຶ້ນ ຫຼື ວັນຂຶ້ນປີໃໝ່ນັ້ນເອງ. ຫັຼງຈາກ ທ່ີນິມົນພະຂຶ້ນແທ່ນຄືນ ແລ້ວ ພິທີການສະເຫີຼມ ສະຫຼອງ ປີໃໝ່ລາວກໍສິ້ນສຸດລົງ. ໃນໄລຍະຕົ້ນຂອງປີໃໝ່ນີ້ ແຕ່ລະຄອບຄົວ ກໍມັກຈັດບາສີສູ່ຂວັນກັນເພ່ືອຮັບໂຊກໄຊໃໝ່. |