ບຸນຊຳຮະນິຍົມທຳກັນໃນເດືອນເຈັດ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍໄດ້. ການຊໍາຮະຄືການສະສາງ ລ້າງສິ່ງອັປມຸງຄຸນ ກຳຈັດ ປັດເປົ່າ ຂັບໄລ່ ຄວາມສະນຽດຈັງໄຮ ຕລອດເຖິງພູດຜີ ປີສາດ ຫລືສິ່ງຊົ່ວຮ້າຍໃຫ້ອອກໄປຈາກບ້ານ ອອກໄປຈາກເມືອງ. ວ່າກັນວ່າ ຍາມໃດທີ່ມີຂ້າເສີກມາຮາວີ ມີຜູ້ຮ້າຍອ້າຍໂຈນມາລັກມາປົ້ນ, ເສນາອາມາດເຂັ່ນຂ້າກັນ ແຍ່ງກັນເປັນໃຫຍ່, ຊ້າງມ້າ ງົວຄວາຍລົ້ມຕາຍ,ຫລືວ່າ ມີຜີຮ້າຍມາກວນ ເຮັດໃຫ້ເຈັບໃຫ້ປ່ວຍ ແລະຖືວ່າຊາຕາບ້ານເມືອງເດືອດຮ້ອນ ຊາຕາບ້ານເມືອງຂາດ ຈຳຕ້ອງເຮັດບຸນຊໍາຮະນີ້ໃຫ້ຫາຍຈາກ ສັພພະພັຍທຸກປະການ ໂດຍມີການເຮັດບຸນ ຮັກສາສີລ ໃຫ້ທານເປັນຕົ້ນ.
ນອກຈາກທຳພິທີຊຳຮະແລ້ວ ຍັງຕ້ອງມີພິທີບູຊາສິ່ງສັກສິດຄູ່ບ້ານຄູ່ເມືອງ ເພື່ອໃຫ້ເກີດຄວາມເປັນສິຣິສວັສສະດີແກ່ຊາວບ້ານ ຊາວເມືອງແຫ່ງນັ້ນນຳອີກ ໂດຍ ການຈັດບຸນເບີກບ້ານ ໂດຍການຕັ້ງຜາມໃນບ້ານ ດ້ວຍການນຳຕົ້ນກ້ວຍ,ຕົ້ນອ້ອຍ, ກະໂທງໜ້າງົວ, ຊໍ່ທຸງ,ຫອກດາບ, ທຽນວຽນຫົວ ຄ່າຄີງ ຂອງຊາວບ້ານແຕ່ລະເຮືອນມາໂຮມກັນໄວ້ຢູ່ທີ່ຜາມແລ້ວ ແລ້ວກໍເນັ່ງ ຝ້າຍມຸງຄຸນອ້ອມບ້ານ ແລ້ວ ນິມົນ ພຣະສັງຄະເຈົ້າມາສູດປະຣິຕຕະມຸງຄຸນ ເທສຊຳຮະ ໃຫ້ເກີດຄວາມເປັນສິຣິມຸງຄຸນ.
ຕອນເຊົ້າມີການຖວາຍທານ ບິນທະບາດ ຈົບແລ້ວ ພຣະສົງສູດຊໍາຮະ ສູດເບີກ ຫວ່ານແຮ່ ຫວ່ານຊາຍ ສາດນໍ້ມົນ ລົງຄາຖາ ໃສ່ກີບໄມ້ ເອົາໄປຫ້ອຍໄວ້ປະຕູເຂົ້າບ້ານ ຫລື ທ່ອນໄມ້ໄຜ່ໄປຝັງໄວ້ອ້ອມບ້ານທັງແປດທິສ ເພື່ອປ້ອງກັນສນຽດຈັງໄຮຕ່າງໆ.
ມູນເຫດແລະຄວາມເປັນມາຂອງບຸນຊຳຮະມີເຣື່ອງເລົ່າໄວ້ໃນຄຳພີທັມມະບົດວ່າ
ຄັ້ງໜຶ່ງເມືອງໄພສາລີ ໄດ້ເກີດພາວະເຂົ້າຍາກ ໝາກແພງ ແລະຝົນແລ້ງ ຜູ້ຄົນ ຊ້າງ ມ້າ ງົວ ຄວາຍ ລົ້ມຕາຍເປັນອັນມາກ ແຖມຍັງເກີດ ອະຫິວາຕາກະໂຣຄ ລະບາດທົ່ວເມືອງ ເຮັດໃຫ້ທົ່ວທັງເມືອງ ມີຊາກສົພເປັນຈຳນວນຫຼວງຫຼາຍ ດັ່ງນັ້ນ ເຈົ້າເມືອງ ຜູ້ປົກຄອງໄດ້ໄປທູນອາຣາທະນານິມົນພຣະພຸທທະເຈົ້າ ເພື່ອມາປັດເປົ່າຫລື ຊຳຮະທຸກຂະພັຍໃນຄັ້ງນີ້.
ພຣະພຸທທະເຈົ້າໄດ້ສະເດັດຈາກເມືອງຣາຊະຄຣຶ ພ້ອມດ້ວຍພຣະສົງຄ໌ 500 ອົງຄ໌ ໂດຍມາທາງເຮືອ ໃຊ້ເວລາເດີນທາງເຖິງ ເຈັດ ວັນຈຶ່່ງເຖິງເມືອງໄພສາລີ. ພໍມາເຖິງເມືອງໄພສາລີ ກໍເກີດ ມີຝົນຫ່າໃຫຍ່ຕົກລົງຢ່າງໜັກ ຈົນນ້ຳຖ້ວມເມືອງສູງເຖິງຫົວເຂົ່າ ແລະ ນ້ຳກໍໄຫລພັດພາເອົາຊາກສົບຂອງຜູ້ຄົນ ແລະ ສັຕຕ່າງໆ ໄຫລລົງອອກສູ່ແມ່ນໍ້າໄປຈົນໝົດສິ້ນ.
ພຣະພຸທທະເຈົ້າຊົງສູຕນ້ຳ ພຣະພຸທທະມົນ ແລ້ວໃຫ້ພຣະອານົນໄປປະພຣົມທົ່ວເມືອງ ຈາກນັ້ນມາ ຊາວເມືອງກໍພາກັນຢູ່ເຢັນ ເປັນສຸກ ໂຣຄພັຍໄຂ້ເຈັບ ສິ່ງຊົ່ວຮ້າຍກໍສູນຫາຍໄປ.
ດ້ວຍອານຸພາບຂອງ ພຣະພຸທທະເຈົ້າແລະນໍ້າພຸທທະມົນນັ້ນເອງ ຄົນບູຮານຈຶ່ງຖືເປັນປະເພນີສືບມາຈົນຮອດເທົ້າທຸກວັນນີ້.
ບົດກອນກ່ຽວກັບບຸນຊຳຮະ
ຮີດໜຶ່ງນັ້ນ...
ພໍເມື່ອເດືອນເຈັດແລ້ວ ຈົ່ງພາກັນບູຊາຣາຊ
ຝູງໝູ່ເທພເຫລົ່ານັ້ນ ບູຊາແທ້ສູ່ພາຍ
ຕລອດໄປຮອດອ້າຍ ອາຮັກໃຫຍ່ມະເຫສັກ
ທັງຫຼັກເມືອງ ສູ່ຫົນບູຊາເຈົ້າ
ພາກັນເອົາໃຈຕັ້ງ ທຳຕາມຮີດເກົ່າ
ນິມົນສັງຄະເຈົ້າ ຊຳຮະແທ້ສູດມົນ
ໃຫ້ຝູງຄົນເມືອງນັ້ນ ທຳກັນຢ່າໄດ້ຫ່າງ
ສູດຊຳຮະເມືອງຢ່າຄ້າງ ຊິເສັຽເສົ້າຕ່ຳສູນ
ທຸກຊິໃຫ້ແລ່ນວຸ້ນໆ ມາໂຮມໃສ່ເຕັມເມືອງ
ມັນຊິເຄືອງຄ່າຂັດ ຕ່ຳລົງສູນເສົ້າ
ໃຫ້ເຈົ້າເຮັດຕາມນີ້ ແນວເຮົາຊິກ່າວ
ຈຶ່ງຊິສຸກຢູ່ສ້າງ ສວັນຟ້າເກິ່ງກັນ
ທຸກໝື່ນຮ້ອຍຊັ້ນ ບໍ່ມີວ່າມາພານ
ປານກັບເມືອງສວັນ ສຸກເກິ່ງກັນທຽມໄດ້.