WAT MAI BUDDHAVONGS, Lao Buddhist Society of Vic Inc.
HOME
SANGHA
COMMITTEE
CONTACT US
Dhamma Links
ABOUT
Wat Lao in Australia
PHOTOS
LESG
COMING EVENTS
BUDDHISM
Buddha Story
DHAMMA
Chanting
>
Sila
ປື້ມສູດມົນວັດໃໝ່ພຸທວົງສ໌
ບົດສູດມົນ
ບຸນຕ່າງໆ
ວາລະສານ
ປຶ້ມແລະໜັງສືທັມມະລາວ
ບົດຄວາມທັມມະ
2 ບຸນຄູນລານເຂົ້າ
ຊາວລາວສມັຍກ່ອນຈົນເຖິງສມັຍປັດຈຸບັນ ກັບການເຮັດນາປູກເຂົ້ານັ້ນເປັນຂອງຄູ່ກັນມາຕັ້ງນານ ແສນນານ. ເມື່ອຍາມນາ ເສັດສິ້ນແລ້ວໃນເດືອນຍີ່ ກ່ອນຈະຂົນເຂົ້າຂຶ້ນເລົ້າຂຶ້ນເຍັຽ ທາງບ້ານນັ້ນໆ ກໍຈະປ່າວຮ້ອງ ພີ່ນ້ອງ ຍາຕມິດ ມາຮ່ວມພິທີບຸນ ຄູນລານເຂົ້າ ຫລື ຂວັນເຂົ້າ,ກອງເຂົ້າ ໂດຍຈະນິມົນ ພຣະສັງຄະເຈົ້າ 5 ຕົນຢ່າງນ້ອຍ ມາສູຕມຸງຄຸນຄາຖາ.
ຄຳວ່າ ''ລານ'' ໄດ້ແກ່ດິນພຽງໆ ເຮັດເປັນບ່ອນຟາດເຂົ້າ ຫລື ນວດເຂົ້າ, ຄຳວ່າ ''ຄູນ'' ໄດ້ແກ່ການເພິ່ມເຂົ້າ ຫລື ຕື່ມເຂົ້າ ຫລື ເຮັດໃຫ້ຫລາຍຂຶ້ນຕາມສ່ວນ.
ກຳນົດການເຮັດບຸນນີ້ ຈະທຳກັນໃນເດືອນຍີ່ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍໄດ້ ເພື່ອຄວາມເປັນ ສິຣິມຸງຄຸນ ຄວາມມັ່ງມີສີສຸກ ສືບໄປ.
ພິທີເຮັດບຸນຄູນລານເຂົ້ານີ້ ເພິ່ນຈະຕັ້ງພາມຸງຄຸນຢູ່ທີ່ລານເຂົ້າ ນິມົນພຣະສັງຄະເຈົ້າມາສູດປະຣິຕຕະມຸງຄຸນຄາຖາ ຈົບແລ້ວ ຖວາຍອາຫານ ບິນທະບາດ ແລະ ມີເທສນາສລອງນຶ່ງກັນ ແລ້ວ ສູດໄຊຍະມຸງຄຸນຄາຖາເສກນໍ້າມົນ ໃຫ້ເຈົ້າຂອງນາ ເພື່ອເອົາໄປ ຮົດໃສ່ໃຮ່ນາ ແລະ ງົວຄວາຍເພື່ອໃຫ້ຢູ່ເຢັນເປັນສຸກ ແລ້ວຈຶ່ງ ອຸທິສສ່ວນກຸສົນທີ່ຕົນໄດ້ກະທຳນັ້ນ ໄປໃຫ້ຍາຕຜູ້ລ່ວງລັບໄປແລ້ວ ແລະ ເທວະດາ ອາຮັກ ທັງຫລາຍ ທີ່ຢູ່ຫົວໄຮ່ປາຍນາ ເມືອທ່ານທັງຫລາຍເຫລົ່ານັ້ນ ໄດ້ຮັບຜົລບຸນທີ່ ເຂົາເຈົ້າອຸທິສສົ່ງໃຫ້ ແລ້ວ ກໍຈະມາອວຍໄຊໃຫ້ພອນ ຟ້າຝົນຊົລທາກໍຈະຕົກຕາມຣະດູກາລ ເຂົ້າກ້າໃນນາກໍຈະແຂງແຮງ ງອກງາມ ອຸດົມສົມບູນ ຮວມທັງ ຄວາມສຸກ ຄວາມຈະເຣີນແລະບໍຣິບູນດ້ວຍຊັບສົມບັດທຸກຢ່າງ.
ຫລັງຈາກເສັດພິທີທາງສາສນາແລ້ວ ກໍຈະມີພາຂວັນຕັ້ງຂຶ້ນນຶ່ງພາໂດຍ ເນັ່ງຝ້າຍມຸງຄຸນໄປຮອບກອງເຂົ້າ ແລ້ວເຊີນ ໝໍພອນ ມາສູດຂວັນເຂົ້າ ໃຫ້ລາພໃຫ້ພອນ ຜູກຂໍ່ຕໍ່ແຂນກັນ ແລະ ຜູກຂວັນງົວຂວັນຄວາຍ ເຫລົ່ານີ້ເປັນຕົ້ນ.
ມູນເຫດແຫ່ງການທຳບຸນນີ້ ມີເຣື່ອງໃນຄັມພີພຣະທັມມະບົດວ່າ ໃນສມັຍ ພຣະວິປັສສີພຸທທະເຈົ້າ ມີ ບຸດຂອງກະດຸມພີ ຊາວເມືອງພັນທຸມະດີ ຊື່ວ່າ ມະຫາກາລ ຜູ້ເປັນອ້າຍ ແລະ ຈູລະກາລຜູ້ນ້ອງ. ທັ້ງສອງມີອຸປນິສັຍແຕກຕ່າງກັນ ກ່າວຄື ທ້າວມະຫາກາລ ເປັນຄົນທີ່ມີຄວາມເຫລື້ອມໃສໃນພຣະວິປັສສີພຸທທະເຈົ້າ ແຕ່ ທ້າວຈຸລະກາລ ບໍ່ເຫລື້ອມໃສ ດັ່ງນັ້ນ ທັງສອງຈຶ່ງມີຄວາມເຫັນຂັດແຍ້ງ ກັນຢູ່ຕລອດເວລາກ່ຽວກັບການເຮັດບຸນ.
ຄັນເຖິງພໍຍາມເຂົ້າພໍເປັນນໍ້ານົມ ອ້າຍຈຶ່ງຊວນນ້ອງເອົາເຂົ້າໄປເຮັດເຂົ້າມະທຸປະຍາດຖວາຍພຣະສົງຄ໌ອັນມີພຣະພຸທທະເຈົ້າ ເປັນປະທານ ສ່ວນນ້ອງຊາຍກໍບໍ່ເຫັນດີນຳ ຈຶ່ງເປັນເຫດໃຫ້ ສອງອ້າຍນ້ອງແບ່ງນາກັນເຮັດເປັນຂອງໃຜຂອງລາວ.
ເມື່ອທ້າວມະຫາກາລໄດ້ນາມາເຮັດເປັນສ່ວນຕົວແລ້ວ ກໍໄດ້ຖວາຍທານຕາມຄວາມພໍໃຈ ໂດຍຈະໃຫ້ທານ 9 ເທື່ອໃນປີນຶ່ງຄື: ເວລາເຂົ້າເປັນນໍ້ານົມ ເຮັດເຂົ້າມະທຸປະາຍາດ 1, ເວລາເຂົ້າພໍເໝົ້າ ເຮັດເຂົ້າເໝົ້າຖວາຍ 1, ເວລາເກັບກ່ຽວ 1, ເວລາຈັກຕອກ ມັດ 1, ເວລາມັດເປັນຝ່ອນ1, ເວລາຂົນມາກອງໃສ່ລານແລ້ວ 1, ເວລາຟາດເຂົ້າແລ້ວ 1, ເວລາ ຂົນເຂົ້າຂຶ້ນເລົ້າ 1, ເວລາຂົນ ເຂົ້າຂຶ້ນເລົ້າສຳເຣັດ 1, ແລ້ວຕັ້ງປະນິທານປາຖນາໃນຂນະທີ່ໄດ້ຖວາຍທານໃນເທື່ອນັ້ນວ່າ ຂໍໃຫ້ສຳເຣັດເປັນພຣະອໍຣະຫັນອົງ ນຶ່ງໃນອະນາຄົດ.
ສ່ວນທ້າວຈຸລະກາລຜູ້ນ້ອງບໍ່ສາມາດຖວາຍທານຄົບເຖິງເກົ້າເທື່ອ ແຕ່ກໍໄດ້ຖວາຍແຕ່ເທື່ອດຽວເທົ່ານັ້ນ ແລະ ໄດ້ຕັ້ງ ປະນິທານ ຄຳປາຖນາວ່າ ຂໍໃຫ້ໄດ້ເປັນພຣະອໍຣະຫັນອົງນຶ່ງໃນອະນາຄົດເໝືອນກັນ.
ພໍຕົກມາເຖິງສາສນາຂອງພຣະສະມະນະໂຄດົມພຸທທະເຈົ້າ ທ້າວມະຫາກາລ ໄດ້ເກີດເປັນບຸດພຣາມມະຫາສານໃນໝູ່ບ້ານ ພຣາມ ໂທນະວັຕຖຸ ຊຶ່ງຢູ່ບໍ່ໄກຈາກເມືອງກະບິລພັສເທົ່າໃດ ຊື່ວ່າ ອັນຍາໂກນທັນຍະ.
ຕໍ່ມາ ອັນຍາໂກນທັນຍະໄດ້ອອກບວດໃນພຣະພຸທສາສນາ ແລະ ໄດ້ສຳເຣັດເປັນພຣະອໍຣະຫັນອົງທຳອິດກ່ອນພຣະສາວົກ ທັ້ງຫລາຍຄື ເປັນປະຖົມສາວົກ.
ພຣະອັນຍາໂກນທັນຍະ ເປັນນຶ່ງໃນປັນຈະວັກຄີທັງຫ້າ ທີ່ຕິດຕາມປົນນິບັຕພຣະພຸທທະອົງຕັ້ງແຕ່ສະເດັດອອກບວດໃໝ່ໆ ແລະ ໄດ້ຟັງປະຖົມມະເທສນາ ຄື ທັມມະຈັກກັປປະວັຕຕະນະສູຕ ເປັນລຸ້ນທຳອິດ ໃນວັນຂຶ້ນ 15 ຄໍ່າ ເດືອນແປດ ແລະ ກໍໄດ້ ດວງຕາເຫັນທັມ ບັນລຸໂສດາບັນ ແລ້ວ ພຣະພຸທທະເຈົ້າກໍປະທານເອຫິພິກຂຸອຸປສັມປະທາໃຫ້.
ສ່ວນທ້າວຈຸລະກາລຜູ້ນ້ອງໄດ້ເກີດມາເປັນ ສຸພັທທະປະຣິພາຊົກ ບໍ່ໄດ້ພົບພຣະພຸທທະເຈົ້າໃນຕອນຕົ້ນແລະກາງພຸທການ ແຕ່ພໍຊາບ ຂ່າວວ່າ ພຣະອົງຈະປະຣິນິພພານຈຶ່ງປາຖນາຂໍເຂົ້າເຝົ້າເພື່ອຖາມຂໍ້ຂ້ອງໃຈ.
ພຣະພຸທທະອົງຊົງອະນຸຍາດໃຫ້ເຂົ້າເຝົ້າແລະຊົງສະແດງພຣະທັມມະເທສນາ ຄື ອະຣິຍະມັຄມີອົງແປດ, ສ່ວນສຸພັທທະ ປະຣິພາຊົກ ເມື່ອໄດ້ຟັງແລ້ວ ເກີດມີຄວາມເຫລື້ອມໃສ ຈຶ່ງ ທູນຂໍອຸປະສົມບົທ ແລະບັນລຸ ອໍຣະຫັນຕະຜົລໃນຣາຕຣີນັ້ນ ນັບວ່າເປັນ ພຸທທະສາວົກ ອົງສຸດທ້າຍ ທີ່ໄດ້ເປັນອໍຣະຫັນ ໃນວັນທີ່ພຣະພຸທທະເຈົ້າປະຣິນິພພານ.