ຄວາມເປັນມາຂອງບຸນກະຖິນ... ກອງບຸນທີ່ເຮັດໄດ້ງ່າຍໆ
ພຣະອາຈາຣຍ໌ ພຸດທິໄຊ ພຸດທິບັນດິດ
ເດີມທີຄວາມເປັນມາຂອງງານກະຖິນມີເຣື່ອງເລົ່າວ່າ ໃນຄັ້ງພຸທກາລມີພິກຂຸຊາວເມືອງປາຖາ 30ອົງຄ໌ ຊຶ່ງເປັນຜູ້ຖື ການຢູ່ປ່າ ການທ່ຽວບິນທະບາດ ນົ່ງຫົ່ມຜ້າບັງສະກຸນ(ຜ້າເກັບຕົກຈາກ ທີ່ຕ່າງໆ ມາປະຕິດປະຕໍ່ເຮັດເປັນຈີວອນ) ຫລືໃຊ້ ຜ້າ 3ຜືນ (ຜ້າຈີວອນ ສັງຄາຕິ ແລະຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງ ໄປເຂົ້າເຝົ້າພຣະພຸດທະເຈົ້າ ແຕ່ເນື່ອງດ້ວຍຫົນທາງໄກ ໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ໂດຍເຫລືອລະຍະທາງອີກ 6 ໂຍດ (ປະມານ 96km) ຈິ່ງເຖິງພຣະນະຄອນສາວັດຖີ ຈຶ່ງຈຳໃຈ ຈຳພັນສາ ທີ່ເມືອງສາເກດ ຕລອດລະຍະ 3 ເດືອນ ມີຄວາມລະນຶກ ເຖິງສົມເດັດພຣະບໍຣົມມະສາສດາຢູ່ ສເມີ.
ເມື່ອອອກພັນສາແລ້ວ ຈິ່ງພາກັນເດີນທາງມາເຝົ້າ ພຣະພຸທທະເຈົ້າທີ່ ວັດເຊຕະວັນມະຫາວິຫາຣ ພຣະນະຄອນສາວັດຖີ ໃນຂະນະທີ່ຜ້າຈີວອນຍັງປຽກ ຊູ່ມດ້ວຍນ້ຳຝົນຢູ່ ຄືຕ້ອງເດີນທາງລຸຍນ້ຳ ລຸຍຕົມ ເພາະລະຍະທາງທີ່ເດີນທາງ ໄປນັ້ນ ຝົນຍັງຕົກຫນັກຢູ່ ພິກຂຸເຫລົ່ານັ້ນໄດ້ຮັບ ຄວາມລຳບາກ ເນື່ອງດ້ວຍຜ້າ ຈີວອນທີ່ເປື້ອນຕົມ ແລະປຽກຊຸ່ມດ້ວຍນ້ຳຝົນ ພຣະພຸທທະເຈົ້າຈິ່ງຊົງຖືເປັນມູລ ເຫດຊົງມີ ພຸດທານຸຍາດໃຫ້ພິກຂຸທີ່ຈຳພັນສາຄົບ 3 ເດືອນກຣານກະຖິນໄດ້ [1] ຄຳວ່າ ກຣານ ເປັນພາສາຂະເມນ ແປວ່າ ຂຶງ ຄື: ເຮັດໃຫ້ຕຶງ ກໍ່ຄືເອົາ ຜ້າທີ່ຈະຫຍິບເປັນຈີວອນ ເຂົ້າໄປຂຶງທີ່ໄມ້ສະດຶງນັ້ນ [2] ຄຳວ່າ ກະຖິນ ເປັນພາສາ ບາລີ ໃນຫນັງສືສາສນະ ພິທີສະບັບກົມການສາສນາໃຫ້ຄວາມຫມາຍວ່າ ກະຖິນ ແປວ່າ ຂອບໄມ້ ຫລືໄມ້ ແບບສຳຫລັບຂຶງເພື່ອຕັດຫຍິບ ຜ້າຈີວອນ ຂອງພຣະພິກ ຂຸ. ການທອດກະຖິນ ຫລືການຖວາຍຜ້າກະຖິນ ຄືການທີ່ຄະລືຫັດ ຜູ້ມີສັດທາ ຫລືແມ້ແຕ່ພິກຂຸສາມະເນນກໍ່ດີ ນຳຜ້າໄປຖວາຍແກ່ສົງຄ໌ຜູ້ຈຳພັນສາແລ້ວ ໃນວັດໃດວັດຫນຶ່ງ ເພື່ອທຳເປັນຜ້າ ກະຖິນຮຽກຄຳທັມມະດາວ່າ 'ທອດກະຖິນ' ນອກຈາກຜ້າກະຖິນແລ້ວປັດຈຸບັນຍັງນິຍົມມີເຄື່ອງອື່ນໆ ຖວາຍເພິ່ມເຂົ້າໄປອີກ ດ້ວຍເປັນຈຳນວນມາກຮຽກວ່າ ບໍຣິວາຣກະຖິນ ແລ້ວນຳໄປວາງໄວ້ຕໍ່ຫນ້າພຣະ ສົງຄ໌ 5 ອົງຄ໌ (ເພາະຈະຕ້ອງຈັດເປັນອົງຄ໌ຮັບ ຜ້າກະຖິນອົງຄ໌ນຶ່ງ ແລະຕ້ອງ ມີພິກຂຸອີກ 4 ອົງຄ໌ຂຶ້ນໄປຈິ່ງສາມາດ ປະກອບສັງຄະກັມ ກ່ຽວກັບພິທີກັມນີ້ ຕາມກຳຫນົດທາງ ພຣະວິນັຍໄດ້) ເພາະສັງຄະກັມບາງຢ່າງ ຈຳຕ້ອງມີຂໍ້ກຳຫນົດຈຳນວນພຣະສົງຄ໌ ຄືບາງພິທີກັມຕ້ອງໃຫ້ມີພິກຂຸ 4 ອົງຄ໌ ຂຶ້ນໄປຫລື...5-10ແລະ 20 ອົງຄ໌ຂຶ້ນໄປພິທີກັມນັ້ນ ຈຶ່ງຖືກຕ້ອງ [3] ເຊັ່ນໃນເຂດ ທຸຣະກັນດານຫາພຣະຍາກ ກໍບັນຍັດ ວ່າພິກຂຸ 4 ອົງຄ໌ ສາມາດລົງອຸບໂປສັງຄະກັມໄດ້ ພິກຂຸ 5 ອົງຄ໌ສາມາດຮັບກະຖິນໄດ້ ບວດນາກໄດ້ ແລະພິກຂຸ 20 ອົງຄ໌ສາມາດ ສູດອັບພານງານເຂົ້າປະຣິວາດສະກັມໄດ້ ເປັນຕົ້ນ) ແລ້ວໃຫ້ ພຣະສົງຄ໌ ອົງຄ໌ໃດອົງຄ໌ຫນຶ່ງ ທີ່ໄດ້ຮັບມອບຫມາຍ ຈາກຄະນະ ສົງຄ໌ຢ່າງ ເປັນເອກະສັນ ໃຫ້ເປັນຜູ້ຮັບຜ້າກະຖິນນັ້ນ ພິກຂຸ ອົງຄ໌ນັ້ນ ປະຕິບັດຫນ້າທີ່ ຕັ້ງແຕ່ ຊັກ ແທກ ຕັດ ຫຍິບ ແລະຍ້ອມ ໃຫ້ສຳເລັດໃນວັນນັ້ນ ທຳພິນທຸ (ຫມາຍຊື່ຕົນໄວ້ກັນຫລົງ ກັບຜ້າ ຂອງອົງຄ໌ອື່ນ) ອະທິຖານຜ້ານັ້ນຜືນໃດ ຜືນນຶ່ງ ໃນໄຕຣຈີວອນ ນັ້ນ ແລ້ວບອກແກ່ພິກຂຸສົງຄ໌ທີ່ພ້ອມກັນຍົກຜ້າໃຫ້ ເພື່ອອະນຸໂມທະນາ (ສະແດງຄວາມຍີນດີດ້ວຍ) ພິກຂຸຜູ້ຮັບ ແລະຫຍິບ ຈີວອນນັ້ນຮຽກວ່າ ຜູ້ກຣານກະຖິນ (ຖ້າຜ້າກະຖິນເປັນຈີວອນສຳເຣັດຮູບແລ້ວ ກິດ ຫລືວຽກທີ່ຈະຕ້ອງຊັກ ວັດແທກ ຕັດ ຫຍິບ ແລະຍ້ອມກໍ່ບໍ່ຕ້ອງມີ). ການທອດກະຖິນ ນິຍົມປະຕິບັດກັນ ຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 11ໄປ ຈົນເຖິງເດືອນ 12 ເພັງ (ເພາະເປັນລະຍະເວລາ ທີ່ພຣະພຸດທະເຈົ້າຊົງ ອະນຸຍາດໃຫ້ປະກອບກະຖິນໄດ້ພຽງ 1 ເດືອນຕໍ່ຈາກວັນສິ້ນສຸດ ການຈຳພັນສາ ຮຽກ ວ່າກະຖິນຈອນ ຫລືກະຖິນແລ່ນເພາະໃສ່ຊື່ຕາມຄວາມຮີບດ່ວນ ເພາະເປັນກະຖິນທີ່ຕ້ອງຊ່ວຍກັນເຮັດໃຫ້ແລ້ວ ພາຍໃນ ກຳຫນົດມື້ນຶ່ງເກັບຝ້າຍ "ຫລືສ້ອມຝ້າຍ" ປັ່ນ ມ້ວນ ຕໍ່າ ຕັດ ຫຍິບ ແລະຍ້ອມ ເຮັດໃຫ້ເປັນຂັນ ໄດ້ ຂະນາດຕາມ ພຣະວິໄນ ບັນຍັດ ແລ້ວທອດຖວາຍໃຫ້ສຳເລັດໃນວັນນັ້ນ ສ່ວນ ມະຫາກະຖິນ (ກະຖິນໃຫຽ່)ຫລືທີ່ຮຽກກັນວ່າກະຖິນ ສາມັກຄີ [4] ນັ້ນກະກຽມກັນ ຫລາຍວັນພ້ອມພຽງຈິ່ງຖວາຍ; ເພື່ອກ່າວໃຫ້ເຂົ້າໃຈງ່າຍຂຶ້ນ ອົງປະກອບ ໃນງານກະຖິນມີ 6 ຢ່າງ ຄື:
1. ພຣະສົງຄ໌: ວັດທີ່ຈະຮັບກະຖິນຕ້ອງມີພຣະສົງຄ໌ 5 ອົງຄ໌ຂຶ້ນໄປ (ທີ່ຕ້ອງມີ 5 ອົງຄ໌ ເພາະອົງຄ໌ 1 ຕ້ອງເປັນອົງຄ໌ຮັບເພື່ອ 4 ອົງຄ໌ທີ່ເຫລືອ ຈິ່ງປະກອບສັງຄະກັມໄດ້ ຖ້າເຫລືອ 3 ອົງຄ໌ຈະບໍ່ຮຽກວ່າສັງຄະກັມ ແຕ່ນ່າ ຈະຮຽກວ່າຄະນະກັມຫລາຍກວ່າ (ເບິ່ງຄຳອະທິບາຍຂ້າງລູ່ມຕື່ມ) ອັນ 5 ອົງຄ໌ໃນທີ່ນີ້ຕ້ອງຈຳພັນສາຄົບໄຕຣມາດ (ສາມເດືອນ) ໃນອາວາດດຽວກັນ ທຸກອົງຄ໌ ຮຽກວ່າຄະນະປູຣະນະ ຄື: ຄະນະເດີມ; ພຣະທີ່ນິມົນມາຈາກວັດອື່ນຈັດເປັນອົງຮ່ວມອະນຸໂມທະນາ ຈະນິມົນມາຮ່ວມກໍ່ໄດ້ ບໍ່ນິມົນມາຮ່ວມກໍ່ໄດ້ແລ້ວແຕ່ ສັດທາຂອງເຈົ້າພາບຜູ້ຈັດງານ ແລະອົງຄ໌ທີ່ໄດ້ຮັບ ຕ້ອງເປັນຜູ້ມີຄຸນສົມບັດສົມຄວນ ຄື: ເປັນຜູ້ມີສະຕິປັນຍາ ຮູ້ອານິສົງ 5, ມາຕິກາ 8, ປຣິໂພດ 2 ຄອງອັນທີ່ຈະປະຕິບັດໃນເລື່ອງກະຖິນນັ້ນໄດ້ ຄື: ຕ້ອງເປັນຜູ້ທີ່ມີຄຸນຄວາມດີ ເປັນທີ່ຍອມຮັບຂອງພຣະ 4 ອົງຄ໌ ທີ່ເຫລືອນັ້ນໄດ້ ຫລືບໍ່ຖືກເຈາະຈົງມາຈາກພໍ່ອອກ ແມ່ອອກ ວ່າຈະຕ້ອງເປັນພຣະອົງຄ໌ນັ້ນອົງຄ໌ນີ້ ຮັບ ຈິ່ງຈະມາຖວາຍ ຖ້າບໍ່ສະນັ້ນຈະບໍ່ມາຖວາຍ (ກໍ່ເຄີຍມີ).
2. ຄາຣາວາດຜູ້ຖວາຍ: ການຈອງກະຖິນໂດຍທົ່ວໄປ ນິຍົມຂຽນເປັນ ຫນັງສືຈອງກະຖິນໄປຕິດຍັງວັດທີ່ຈະທອດຖວາຍ ເປັນການນິມົນພຣະສົງຄ໌ໃຫ້ຮັບຊາບວັນເວລາທີ່ຈະໄປທອດ ຫລືຈະໄປນະມັດສະການເຈົ້າອະທິການວັດໃຫ້ຮັບ ຊາບໄວ້ກໍ່ໄດ້ ແລະຕ້ອງຖວາຍດ້ວຍຄວາມເລື່ອມໃສ ຄືມີຄວາມເອື້ອເຟື້ອຕັ້ງ ຄວາມຫວັງວ່າ ໃຫ້ພຣະເຈົ້າພຣະສົງຄ໌ ໄດ້ໃຊ້ຜ້າຂອງຕົນ ຈະໄດ້ສະດວກແກ່ການ ປະຕິບັດທັມ ແລະສຶກສາພຣະທັມວິໄນ ແລະຢູ່ສືບອາຍຸພຣະພຸດທະສາສນາຕໍ່ ໄປ.
3. ຜ້າທີ່ຈະຖວາຍ: ຈະເປັນຜ້າເກົ່າ ຫຼືເປັນຜ້າໃຫມ່ກໍ່ໄດ້ ແຕ່ຕ້ອງເປັນຜ້າ ທີ່ບໍ່ຕ້ອງອະທິກອນມາກ່ອນ (ຄືບໍ່ມີມົນທີນທາງ ພຣະວິໄນ ແລະຄະດີຄວາມທາງ ບ້ານເມືອງ) ຈະເອົາຜ້າຜືນໃດຜືນນຶ່ງໃນໄຕຣນັ້ນ ຈະເປັນຜ້າສະບົງ ສັງຄາຕິ ຫລືຈີວອນກໍ່ໄດ້ ບໍ່ໄດ້ຫມາຍເອົາທັງຫມົດ ແລ້ວແຕ່ພິກຂຸອົງຄ໌ນັ້ນຈະແຈ້ງໃຫ້ທີ່ ປະຊຸມສົງຄ໌ ຊາບເພື່ອອະນຸໂມທະນາ.
4. ເວລາທີ່ຖວາຍ: ຕ້ອງຢູ່ໃນເຂຕກະຖິນ ຄື: ຕັ້ງແຕ່ແຮມ 1 ຄ່ຳ ເດືອນ 11 ເຖິງຂຶ້ນ 15 ຄໍ່າເດືອນ 12.
5. ສະຖານທີ່ຖວາຍ: ຕ້ອງເປັນເຂຕວັດທີ່ມີພຣະສົງຄ໌ຈໍາພັນສາຕົ້ນ (ພັນສາຕົ້ນຄືແຕ່ເດືອນ 8 ເພັງໄປ; ຖ້າພັນສາປາຍ ຫມາຍເຖິງແຕ່ເດືອນ 9 ເພັງໄປ) ທັງໝົດ 5 ອົງຄ໌ເປັນຢ່າງຕໍ່າ ແລະກາງພັນສານັ້ນບໍ່ມີພຣະອົງຄ໌ໃດ ຂາດພັນສາ ຄື: ໄປຄ້າງຄືນເປັນຕົ້ນ ແລະຈະຖວາຍໃນອາຣາມຫລືໃນສາລາກໍ່ ໄດ້ ແຕ່ເວລາສູດຕ້ອງສູດໃນສີມາ (ເພາະວິສູງຄາມະສີມາ ຖືເປັນເຂດທໍຣະນີ ສົງຄ໌) ທາງການປົກຄອງບ້ານເມືອງ ຍົກຂາດໃຫ້ເປັນສົມບັດນິຕິບຸກຄົນແລ້ວ ແລະໃນກໍລະນີວັດທີ່ບໍ່ມີສີມາ ກໍ່ສາມາດຈັດຮັບກະຖິນໄດ້ ພາຍຫລັງຖວາຍ ກະຖິນແລ້ວກໍ່ເອົາໄປສູດ(ກຣານ)ຢູ່ທີ່ສີມາວັດອື່ນແລ້ວ ຈິ່ງເອົາກັບມາວັດ ຂອງຕົນ ກໍ່ເຄີຍເຫັນກະທຳກັນເລື້ອຍໆຢູ່ ຫລືບໍ່ເຊັ່ນນັ້ນ ກໍ່ໃຊ້ເຊືອກກັ້ນ ລ້ອມຮອບເຂຕ ວັດທີ່ໃດທີ່ຫນຶ່ງໃຫ້ໄດ້ພື້ນທີ່ ຂະນາດເທົ່າສີມາຕົວຈິງ ຄືມີພື້ນທີີ່ສາມາດບັນຈຸໄດ້ 21ທີ່ນັ່ງ ເປັນຢ່າງນ້ອຍ ແລ້ວສູດສົມມຸດເຂຕສີມາຊົ່ວຄາວ ເມື່ອສູດສຳເລັດ ແລ້ວ ກໍ່ສູດປະກາດຖອນໃຫ້ເປັນພື້ນທີ່ວັດເຊັ່ນເຄີຍ.
6. ອານິສົງສ໌ຫຼືປໂຍດ : ປໂຍດທາງສົງຄ໌:
ເພື່ອສະແດງອອກຂອງ ພິກຂຸທີ່ໄດ້ ຈຳພັນສາຢູ່ຮ່ວມກັນ ແລະໄດ້ຮັບ ອານິສົງຄ໌(ມີສິດທິ) 5 ປະການຄື:
(1) ໄປໃສບໍ່ຕ້ອງບອກລາພິກຂຸອື່ນ (ຖ້າບໍ່ໄດ້ອາສິສົງຄ໌ກະຖິນແລ້ວ ໄປໃສບໍ່ ບອກລາຕ້ອງ ອາບັດປາຈິດຕີຕາມວິໄນບັນຍັດ ແຕ່ທີ່ວ່າໄປໃສບໍ່ຕ້ອງບອກລາກໍ່ໄດ້) ສະເພາະເຂດອານິສົງສ໌ກະຖິນຕັ້ງແຕ່ ເດືອນ 12 ເພັງໄປເຖິງເດືອນ 4 ເພັງ ເທົ່ານັ້ນເມື່ອ ໂປງກະຖິນ(ຫມົດເວລາກະຖິນ) ອານິສົງສ໌ນັ້ນກໍ່ຫມົດສິດ ແຕ່ໂດຍ ມາລະຍາດ ກໍ່ຄວນບອກລາ ແລະອາດເປັນເພາະໝັ້ນໃຈ ໃນຄຸນນະສົມບັດແລະ ຄຸນຄວາມດີຂອງທ່ານເອງຈິ່ງບໍ່ບອກລາກໍ່ໄດ້;
(2) ໄປທາງໃດບໍ່ຕ້ອງນໍາເອົາຜ້າ ໄຕຣ ຈີວອນໄປທັ້ງໄຕຣ;
(3) ສັນອາຫານຮ່ວມກຸ່ມກັນໄດ້;
(4) ເກັບຜ້າໄວ້ໄດ້ ຫລາຍຜືນຕາມ ຄວາມຕ້ອງການ (ໂດຍບໍ່ເຮັດ ເປັນສອງເຈົ້າຂອງ);
(5) ຜ້າທີ່ເກີດຂຶ້ນໃນວັດພິກຂຸອົງທີ່ຮັບກະຖິນນັ້ນ ຍັງມີສິດໄດ້ຮັບສ່ວນ ແບ່ງນັ້ນດ້ວຍ.
ສ່ວນອານິສົງສ໌ຫຼືປໂຍດທາງຄາຣະວາດ:
(1) ຈະເປັນຜູ້ມີຊື່ສຽງດັງໄປ ທົ່ວທຸກທິດ
(2) ເປັນຜູ້ສືບອາຍຸພຣະພຸດທະສາສນາ ເພາະເປັນຜູ້ໃຫ້ກໍາລັງ ສະນັບສະໜຸນແກ່ພຣະສົງສ໌
(3) ເປັນການຮັກສາປະເພນີທີ່ດີງາມໄວ້ ບໍ່ໃຫ້ ເສື່ອມສູນໄປ
(4) ເປັນການປະຕິບັດຕາມພຸດໂທວາດຂອງພຣະບໍຣົມມະສາສດາ
(5) ເປັນການກະທຳຊັບແລະຊີວິດໃຫ້ມີສາຣະແກ່ນສາຣ
(6) ເປັນການສ້າງ ຄວາມສາມັກຄີໃນລະຫວ່າງພຸດທະບໍຣິສັດ
(7) ເປັນການສະສົມທືນຄືສ້າງບຸນ ກຸສົນໄວ້ໃນພາຍພາກຫນ້າ ແລະ
(8) ເປັນການສ້າງທາງໄປສວັນແລະນິບພານ ໃຫ້ ແກ່ຕົນເອງ.
ເຫດທີ່ວ່າບຸນກະຖິນເຮັດໄດ້ງ່າຍໆ ກໍເພາະວ່າຖ້າເບິ່ງໃນບາງແງ່ມຸມແລ້ວ ຈະເຫັນວ່າງ່າຍກວ່າກອງຜ້າປ່າ ແລະງ່າຍກວ່າ ກອງອັຕຖະ ເພາະກອງເຫລົ່ານີ້ ຍັງຕ້ອງໃຊ້ເຄື່ອງບໍຣິຂານແປດດ້ວຍ ຄື: ມີຄຳວ່າຝ້າຍ 4, ເຫລັກ 3, ແລະນໍ້າ 1 ຊຶ່ງຂາດບໍ່ໄດ້ (ຝ້າຍ 4 ໄດ້ແກ່ຜ້າໄຕຣຈີວອນແລະສາຍແອວ “ສາຍປະຄົດ” ເຫລັກ 3 ໄດ້ແກ່ບາດ ມີດແຖ ແລະເຂັມຫຍິບຜ້າ ແລະນໍ້າ 1 ໄດ້ແກ່ທຳມະກົກ ຫຼືອັນກອງນໍ້າ) ເນື້ອຫາສາຣະຫລັກໆ ກໍ່ມີເທົ່ານີ້ເອງແຕ່ສ່ວນ ຫລາຍເມື່ອເຮົາ ທ່ານທັງຫລາຍໄປງານຜ້າປ່າ ຫຼືບຸນເຮືອນ ເຮົາຈະເຫັນກອງ ອັຕຖະ ຫຼືງານກະຖິນກໍ່ຕາມເຮົາຈະເຫັນມີທຸງຊາດ ທຸງສາສນາ ຈີເຂັບ ແມງງອດ ຮູບເຕົ່າ ຮູບແຂ້ ຕົ້ນກ້ວຍ ຕົ້ນອ້ອຍ... ມືດຄື້ມເຕັມໄປຫມົດ ສະເຫມືອນ ຫນຶ່ງຮ້ານຄ້ານັ້ນ ທີ່ຈິງແລ້ວ ທາງພຣະທັມວິໄນແລ້ວ ກໍ່ໄດ້ຊື່ວ່າເປັນ ພຽງບໍຣິວານຂອງກອງກະຖິນເທົ່ານັ້ນເອງ ຈະມີກໍ່ໄດ້ບໍ່ມີກໍໄດ້.
[1] ວິໄນປິດົກມະຫາວິພັງ (ພາສາໄທຍ) ເລ່ມທີ່ 5 ຂໍ້ທີ່ 306 ຫນ້າທີ່ 145 ຫລືພຣະໄຕຣປິດົກພາສາໄທຍ, ສະບັບມະຫາຈຸລາລົງກອນຣາດຊະວິທະຍາໄລ.
[2] ພຣະພຣົມຄຸນາພອນ(ປ.ອ.ປະຍຸຕໂຕ), ພົຈນານຸກຣົມສະບັບປະມວລສັບ, ມະຫາຈຸລາລົງກອນ ຣາດຊະວິທະຍາໄລ ພ.ສ.2536, ຫນ້າ 6-7.
[3] ຖ້າພຣະ 1 ອົງຄ໌ຮຽກວ່າ ພິກຂຸ; ພຣະ 2-3 ອົງຄ໌ຮຽກວ່າຄະນະ ຖ້າພຣະ 4 ອົງຄ໌ຂຶ້ນໄປຮຽກວ່າສົງຄ໌;
[4] ກົມການສາສນາກະຊວງສຶກສາທິການ, ສາສນະພິທີກະບັບກົມການສາສນາ,(ໂຮງພິມກົມການສາສນາ,2523), ຫນ້າ 177-190.