ທໍາວັດເຊົ້າ
1.1 ຄຳບູຊາພຣະຣັຕນະໄຕຣ
ໂຍ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ,
ພຣະຜູ້ມີພຣະພາຄເຈົ້ານັ້ນພຣະອົງໃດ, ເປັນພຣະອະຣະຫັນ, ດັບໄຟກິເລສ ໄຟທຸກ ໂດຍສິ້ນເຊີງ,ຕັສຮູ້ຊອບໄດ້ໂດຍ ພຣະອົງເອງ;
ສວາກຂາໂຕ ເຍນະ ພະຄະວະຕາ ທັມໂມ
ພຣະທັມເປັນທັມອັນພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ສະແດງໄວ້ດີແລ້ວ;
ສຸປະຕິປັນໂນ ຍັສສະ ພະຄະວະໂຕ ສາວະກະສັງໂຄ,
ພຣະສົງສາວົກຂອງ ພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ປະຕິບັດດີແລ້ວ;
ຕັມມະຍັງ ພະຄະວັນຕັງ ສະທັມມັງ ສະສັງຄັງ, ອິເມຫິ ສັກກາເຣຫິ ຍະຖາຣະຫັງ ອາໂຣປິເຕຫິ ອະພິປູຊາຍາມະ,
ຂ້າພະເຈົ້າທັ້ງຫລາຍ, ຂໍບູຊາຢ່າງຍິ່ງ ຊຶ່ງພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ, ພ້ອມທັ້ງພຣະທັມແລະພຣະສົງ, ດ້ວຍເຄື່ອງສັກກາຣະທັ້ງຫລາຍເຫລົ່ານີ້,ອັນຍົກຂຶ້ນຕາມສົມຄວນແລ້ວຢ່າງໃດ,
ສາທຸໂນ ພັນເຕ ພະຄະວະ ສຸຈິຣະປະຣິນິພພຸໂຕປິ,
ຂ້າແຕ່ພຣະອົງຜູ້ຈະເຣີນ,ພຣະຜູ້ມີພຣະພາຄເຈົ້າແມ້ປະຣິນິພານນານແລ້ວ, ຊົງສ້າງຄຸນ ອັນສຳເຣັດປໂຍດໄວ້ແກ່ຂ້າພະເຈົ້າທັ້ງຫລາຍ,
ປັຈສິມາ ຊະນະຕານຸກັມປະມານະສາ,
ຊົງມີພຣະຫະຣຶທັຍອະນຸເຄາະ ແກ່ພວກຂ້າພະເຈົ້າ ອັນເປັນຊົນຮຸ່ນຫລັງ,
ອິເມ ສັກກາເຣ ທຸຄຄະຕະປັນນາກາຣະພູເຕ ປະຕິຄຄັນຫາຕຸ,
ຂໍພຣະຜູ້ມີພຣະພາຄເຈົ້າ ຈົ່ງຮັບເຄື່ອງສັກກາຣະ ອັນເປັນບັນນາການຂອງຄົນຍາກທັ້ງຫລາຍເຫລົ່ານີ້,
ອັມຫາກັງ ທິຄະຣັຕຕັງ ຫິຕາຍະ ສຸຂາຍະ.
ເພື່ອປໂຍດແລະຄວາມສຸກແກ່ຂ້າພະເຈົ້າທັ້ງຫລາຍ ຕລອດກາລນານເທີ້ນ.
1.2 ຄຳໄຫວ້ພຣະຣັຕນະໄຕຣ
ອະຣະຫັງ ສັມມາສັມພຸທໂທ ພະຄະວາ,
ພຣະຜູ້ມີພຣະພາຄເຈົ້າ ເປັນພຣະອະຣະຫັນ, ດັບໄຟກິເລສ ໄຟທຸກ ໂດຍສິ້ນເຊີງ, ຕັສຮູ້ຊອບໄດ້ໂດຍ ພຣະອົງເອງ;
ພຸທທັງ ພະຄະວັນຕັງ ອະພິວາເທມິ,
ຂ້າພະເຈົ້າອະພິວາດ ພຣະຜູ້ມີພຣະພາຄເຈົ້າ ຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ( ຂາບລົງ )
ສວາກຂາໂຕ ພະຄະວະຕາ ທັມໂມ ພຣະທັມເປັນສິ່ງ ທີ່ ພຣະຜູ້ມີພຣະພາຄເຈົ້າ ສະແດງໄວ້ດີແລ້ວ;
ທັມມັງ ນະມັສສາມິ, ຂ້າພະເຈົ້າ ນະມັສການ ພຣະທັມ ( ຂາບລົງ )
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ພຣະສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ ປະຕິບັດດີແລ້ວ,
ສັງຄັງ ນະມາມິ ຂ້າພະເຈົ້າ ນອບນ້ອມ ພຣະສົງ ( ຂາບລົງ )
1.3 ປຸພພະພາຄະນະມະກາຣ
( ຫັນທະ ມະຍັງ ພຸທທັສສະ ພະຄະວະໂຕ ປຸພພະພາຄະນະມະກາຣັງ ກະໂຣມະ ເສ )
ເຊີນເຖີດ ເຮົາທັງຫລາຍ ກະທຳການນອບນ້ອມ ອັນເປັນສ່ວນເບື້ອງຕົ້ນຕໍ່ ພຣະຜູ້ມີພຣະພາຄເຈົ້າ ຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ
ນະໂມຕັສສະ ພະຄະວະໂຕ, ຂໍນອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າ,ພຣະອົງນັ້ນ;
ອະຣະຫະໂຕ, ຊຶ່ງເປັນຜູ້ໄກ ຈາກກິເລສ;
ສັມມາສັມພຸທທັສສະ, ຕັສຮູ້ໄດ້ ໂດຍ ພຣະອົງເອງ (ວ່າ ໓ ເທື່ອ)
1.4 ພຸທທາພິຖຸຕິງ
( ຫັນທະມະຍັງ ພຸທທາພິຖຸຕິງ ກະໂຣມະ ເສ )
ເຊີນເຖີດ ເຮົາທັງຫລາຍ ຈົ່ງທຳການສະດຸດີ ພຣະຜູ້ມີພຣະພຸທເຈົ້າເຖີດ
ໂຍ ໂສ ຕະຖາຄະໂຕ, ພຣະຕະຖາຄົຕເຈົ້ານັ້ນ ພຣະອົງໃດ;
ອະຣະຫັງ, ເປັນຜູ້ໄກ ຈາກກິເລສ;
ສັມມາສັມພຸທໂທ, ເປັນຜູ້ຕັສຮູ້ ຊອບໄດ້ ໂດຍ ພຣະອົງເອງ;
ວິຊຊາຈະຣະນະ ສັມປັນໂນ, ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລະ ຈາຣະນະ;
ສຸຄະໂຕ, ເປັນຜູ້ໄປແລ້ວ ດ້ວຍດີ;
ໂລກະວິທູ, ເປັນຜູ້ຮູ້ໂລກ ຢ່າງແຈ່ມແຈ້ງ;
ອະນຸຕຕະໂຣ ປຸຣິສະທັມມະ ສາຣະຖີ , ເປັນຜູ້ສາມາດຝຶກບຸຣຸດ ທີ່ສົມຄວນຝຶກໄດ້ ຢ່າງບໍ່ມີໃຜຍິ່ງກວ່າ;
ສັຕຖາ ເທວະ ມະນຸສສານັງ, ເປັນຄຣູຜູ້ສອນຂອງເທວະດາ ແລະ ມະນຸດທັງຫລາຍ;
ພຸທໂທ, ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ດ້ວຍທັມ;
ພະຄະວາ, ເປັນຜູ້ມີຄວາມຈຳເຣີນ ຈຳແນກທັມ ສັ່ງສອນສັຕ;
ໂຍ ອິມັງ ໂລກັງ ສະເທວະກັງ ສະມາຣະກັງ ສະພຣັມມະກັງ,
ສັສສະມະນະພຣາມມະນິງ ປະຊັງ ສະເທວະມະນຸສສັງ ສະຍັງ ອະພິນຍາ ສັຈສິກັຕວາ ປະເວເທສິ,
ພຣະຜູ້ມີພຣະພາຄເຈົ້າ ພຣະອົງໃດ, ໄດ້ຊົງທໍາຄວາມດັບທຸກໃຫ້ແຈ້ງດ້ວຍພຣະປັນຍາ ອັນຍິ່ງນີ້ເອງແລ້ວ, ຊົງສອນໂລກນີ້ ພ້ອມທັງເທວະດາ ມາຣ ພຣົມ ແລະ ໝູ່ສັຕ, ພ້ອມທັງສະມະນະພຣາມ, ພ້ອມທັງເທວະດາ ແລະ ມະນຸດທັງຫລາຍ ໃຫ້ຮູ້ຕາມ;
ໂຍ ທັມມັງ ເທເສສິ, ພຣະຜູ້ມີພຣະພາຄເຈົ້າພຣະອົງໃດ, ຊົງສະແດງທັມແລ້ວ;
ອາທິກັລຍານັງ ງາມໃນເບື້ອງຕົ້ນ;
ມັຊເຊກັລຍານັງ ງາມໃນທ່າມກາງ;
ປະຣິໂຍສານະກັລຍານັງ ງາມໃນທີ່ສຸດ;
ສາຕຖັງ ສະພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸທທັງ ພຣັມມະຈະຣິຍັງ ປະກາເສສິ,
ຊົງປະກາດພຣົມມະຈັນ ຄືແບບແຫ່ງການປະຕິບັດ ອັນປະເສີດ ບໍຣິສຸດ ບໍຣິບູນສິ້ນເຊີງ , ພ້ອມທັງອັດຖະ(ຄຳອະທິບາຍ) ພ້ອມທັງພະຍັນຊະນະ(ຫົວຂໍ້);
ຕະມະຫັງ ພະຄະວັນຕັງ ອະພິປູຊະຍາມິ,
ຂ້າພະເຈົ້າບູຊາຢ່າງຍິ່ງ ສະເພາະພຣະຜູ້ມີພຣະພາກເຈົ້າ ພຣະອົງນັ້ນ;
ຕະມະຫັງ ພະຄະວັນຕັງ ສິຣະສາ ນະມາມິ
ຂ້າພະເຈົ້ານອບນ້ອມພຣະຜູ້ມີພຣະພາກເຈົ້າ ພຣະອົງນັ້ນ ດ້ວຍຫົວແຫ່ງຂ້າ (ຂາບຣຳລຶກເຖິງພຣະພຸທຄຸນ)
1.5 ທັມມາພິຖຸຕິງ
( ຫັນທະມະຍັງ ທັມມາພິຖຸຕິງ ກະໂຣມະ ເສ )
ເຊີນເຖີດ ເຮົາທັງຫລາຍ ຈົ່ງທຳການສະດຸດີ ພຣະທັມເຖີດ
ໂຍ ໂສ ສວາກຂາໂຕ ພະຄະວະຕາ ທັມໂມ,
ພຣະທັມອັນໃດ, ເປັນທັມທີ່ ພຣະຜູ້ມີພຣະພາກເຈົ້າ ໄດ້ສະແດງໄວ້ດີແລ້ວ;
ສັນທິຖຖິໂກ, ເປັນທັມທີ່ຜູ້ສຶກສາ ແລະ ປະຕິບັດ ເພິງເຫັນໄດ້ດ້ວຍຕົນເອງ;
ອະກາລິໂກ, ເປັນທັມທີ່ປະຕິບັດໄດ້ ແລະ ໃຫ້ຜົນໄດ້ ບໍ່ຈຳກັດກາລ;
ເອຫິປັສສິໂກ, ເປັນທັມທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ;
ໂອປະນະຍິໂກ, ເປັນທັມທີ່ຄວນ ນ້ອມເຂົ້າມາໃສ່ຕົນ;
ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ ເປັນທັມທີ່ຜູ້ຮູ້ ກໍຮູ້ໄດ້ ສະເພາະຕົນ
ຕະມະຫັງ ທັມມັງ ອະພິປູຊະຍາມິ ຂ້າພະເຈົ້າບູຊາຢ່າງຍິ່ງ ສະເພາະພຣະທັມນັ້ນ
ຕະມະຫັງ ທັມມັງ ສິຣະສາ ນະມາມິ ຂ້າພະເຈົ້າ ນອບນ້ອມພຣະທັມນັ້ນ ດ້ວຍຫົວໃຈແຫ່ງຂ້າດ້ວຍສຽນເກົ້າ
( ຂາບຣຳລຶກເຖິງພຣະທັມມະຄຸນ )
1.6 ສັງຄາພິຖຸຕິງ
(ຫັນທະມະຍັງ ສັງຄາພິຖຸຕິງ ກະໂຣມະເສ)
ເຊີນເຖີດ ເຮົາທັງຫລາຍ ຈົ່ງທຳການສະດຸດີ ພຣະສົງເຖີດ
ໂຍ ໂສ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,
ສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ ໝູ່ໃດ, ປະຕິບັດດີແລ້ວ;
ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,
ສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ ໝູ່ໃດ, ປະຕິບັດຕຣົງແລ້ວ;
ຍາຍະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ
ສົງສາວົກຂອງ ພຣະຜູ້ມີພຣະພາຄເຈົ້າໝູ່ໃດ, ປະຕິບັດເພື່ອຮູ້ທັມເປັນເຄື່ອງອອກຈາກທຸກແລ້ວ;
ສາມີຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,
ສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ ໝູ່ໃດ, ປະຕິບັດສົມຄວນແລ້ວ;
ຍະທິທັງ ໄດ້ແກ່ບຸກຄົນເຫລົ່ານີ້ ຄື :
ຈັຕຕາຣິ ປຸຣິສະຍຸຄານິ ອັຕຖະ ປຸຣິສະປຸຄຄະລາ, ຄູ່ແຫ່ງບຸຣຸດ ໔ ຄູ່ ນັບລຽງຕົວບຸຣຸດໄດ້ ໘ ບຸຣຸດ;
ເອສະ ພະຄະວະໂຕ ສາວະກະສັງໂຄ, ນັ້ນແຫລະ ສົງສາວົກຂອງ ພຣະຜູ້ມີພຣະພາກເຈົ້າ;
ອາຫຸເນຍໂຍ, ເປັນສົງຄວນ ແກ່ສັກກາຣະ ທີ່ເຂົານຳມາບູຊາ;
ປາຫຸເນຍໂຍ, ເປັນສົງຄວນ ແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ;
ທັກຂິເນຍໂຍ, ເປັນຜູ້ຄວນ ຮັບທັກຂິນາທານ;
ອັນຊະລີກະຣະນິໂຍ, ເປັນຜູ້ທີ່ບຸກຄົນທົ່ວໄປ ຄວນນອບນ້ອມ;
ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສະ, ເປັນເນື້ອນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ;
ຕະມະຫັງ ສັງຄັງ ອະພິປູຊະຍາມິ, ຂ້າພະເຈົ້າບູຊາຢ່າງຍິ່ງ ສະເພາະພຣະສົງໝູ່ນັ້ນ
ຕະມະຫັງ ສັງຄັງ ສິຣະສາ ນະມາມິ ຂ້າພະເຈົ້າ ນອບນ້ອມພຣະສົງ ໝູ່ນັ້ນ ດ້ວຍຫົວແຫ່ງຂ້າດ້ວຍສຽນເກົ້າ.
( ຂາບຣຳລຶກເຖິງພຣະສັງຄະຄຸນ )
1.7 ຣະຕະນັຕຕະຍັບປະນາມະຄາຖາ
(ຫັນທະມະຍັງ ຣະຕະນັຕຕະຍັບປະນາມະ ຄາຖາໂຍ ພະນາມະ ເສ)
ເຊີນເຖີດ ເຮົາທັງຫລາຍ ກ່າວຄາຖານອບນ້ອມ ພຣະຣັຕຕະນະຕຣັຍເຖີດ
ພຸທໂທ ສຸສຸທໂທ ກະຣຸນາມະຫັນນະໂວ, ພຣະພຸທເຈົ້າຜູ້ບໍຣິສຸດ ມີພຣະກະຣຸນາ ເໝືອນວັງນ້ຳໃຫຍ່;
ໂຍຈຈັນຕະສຸທທັພພະຣະຍານະໂລຈະໂນ, ພຣະອົງໃດ ມີຕາ ຄື ຍານອັນປະເສີດໝົດຈົດເຖິງທີ່ສຸດ;
ໂລກັສສະ ປາປຸປະກິເລສະຄາຕະໂກ, ເປັນຜູ້ຂ້າເສັຽ ຊຶ່ງບາບ ແລະ ອຸປະກິເລດຂອງໂລກ
ວັນທາມິ ພຸທທັງ ອະຫະມາທະເຣນະ ຕັງ, ຂ້າພະເຈົ້າ ໄຫວ້ພຣະພຸທເຈົ້າພຣະອົງນັ້ນ ໂດຍໃຈເຄົາຣົບເອື້ອເຟື້ອ;
ທັມໂມ ປະທີໂປ ວິຍະ ຕັສສະ ສັຕຖຸໂນ, ພຣະທັມຂອງພຣະສາສດາ ສວ່າງຮຸ່ງເຮືອງປຽບດວງປະທີບ;
ໂຍ ມັຄຄະປະກາມະຕະເພທະພິນນະໂກ ຈຳແນກປະເພດ ຄື ມັຄ ຜົລ ນິພພານ, ສ່ວນໃດ;
ໂລກຸຕຕະໂຣ ໂຍ ຈະ ຕະທັຕຖະທີປະໂນ,
ຊຶ່ງເປັນຕົວໂລກກຸຕຕະຣະ, ແລະ ສ່ວນໃດທີ່ຊີ້ແນວທາງແຫ່ງໂລກກຸຕຕະຣະນັ້ນ;
ວັນທາມິ ທັມມັງ ອະຫະມາທະເຣນະ ຕັງ, ຂ້າພະເຈົ້າ ໄຫວ້ພຣະທັມນັ້ນ ໂດຍໃຈເຄົາຣົບເອື້ອເຟື້ອ;
ສັງໂຄ ສຸເຂຕຕາພ໌ພະຍະເຂຕຕະສັນຍິໂຕ, ພຣະສົງເປັນເນື້ອນາບຸນອັນຍິ່ງໃຫຍ່ ກວ່ານາບຸນອັນດີທັງຫລາຍ;
ໂຍ ທິຕຖະສັນໂຕ ສຸຄະຕານຸໂພທະໂກ, ເປັນຜູ້ເຫັນພຣະນິພພານ ຕັສຮູ້ຕາມພຣະສຸຄົດ ໝູ່ໃດ;
ໂລ ລັປປະຫິໂນ ວະຣິໂຍ ສຸເມທະໂສ, ເປັນຜູ້ລະກິເລດ ເຄື່ອງໂລເລ ເປັນພຣະອະຣິຍະເຈົ້າມີປັນຍາດີ;
ວັນທາມິ ສັງຄັງ ອະຫະມາທະເຣນະ ຕັງ, ຂ້າພະເຈົ້າ ໄຫວ້ພຣະສົງໝູ່ນັ້ນ ໂດຍໃຈເຄົາຣົບເອື້ອເຟື້ອ;
ອິຈເຈວະເມກັນຕະພິປູຊະເນຍຍະກັງ, ວັຕຖຸຕຕະຍັງ ວັນທະ ຍະຕາພິສັງຂະຕັງ, ປຸນຍັງ ມະຍາ ຍັງ ມະມະ ສັພພຸປັທທະວາ, ມາ ໂຫນຕຸ ເວ ຕັສສະ ປະພາວະສິທທິຍາ.
ບຸນໃດທີ່ຂ້າພະເຈົ້າຜູ້ໄຫວ້ຢູ່ຊຶ່ງວັດຖຸສາມຄື ພຣະຣັຕຕະນະໄຕຣ ອັນຄວນບູຊາຢ່າງຍິ່ງໂດຍສ່ວນດຽວ, ໄດ້ກະທຳແລ້ວເປັນ ຢ່າງຍິ່ງເຊັ່ນນີ້ ນີ້, ຂໍອຸປັດທະວະ(ຄວາມຊົ່ວ)ທັງ ຫລາຍຈົ່ງຢ່າໄດ້ມີແກ່ຂ້າພະເຈົ້າເລີຍ ດ້ວຍອຳນາດຄວາມສຳເຣັດ ອັນເກີດ ຈາກບຸນນັ້ນ
1.8 ສັງເວຄະປະຣິກິຕຕະນະປາຖັນຈະ
(ຫັນທະມະຍັງ ສັງເວຄະປະຣິກິຕຕະນະປາຖັງ ພະນາມະ ເສ)
ເຊີນເຖີດ ເຮົາທັງຫລາຍ ກ່າວຄາຖານອບນ້ອມບາລີ ທີ່ກຳນົດຄວາມສັງເວດເຖີດ
ອິທະ ຕະຖາຄະໂຕ ໂລເກ ອຸປປັນໂນ, ພຣະຕະຖາຄົດເຈົ້າ ເກີດຂຶ້ນແລ້ວ ໃນໂລກນີ້;
ອະຣະຫັງ ສັມມາສັມພຸທໂທ, ເປັນຜູ້ໄກຈາກກິເລສ ຕັສຮູ້ຊອບໄດ້ ໂດຍພຣະອົງເອງ;
ທັມໂມ ຈະ ເທສິໂຕ ນິຍານິໂກ ແລະພຣະທັມທີ່ຊົງສະແດງເປັນທັມເຄື່ອງອອກຈາກທຸກ;
ອຸປະສະມິໂກ ປະຣິນິພພານິໂກ, ເປັນເຄື່ອງສງົບກິເລດ, ເປັນໄປເພື່ອປະຣິນິພພານ;
ສັມໂພທະຄາມີ ສຸຄະຕັປປະເວທິໂຕ, ເປັນໄປເພື່ອຄວາມຮູ້ພ້ອມ , ເປັນທັມທີ່ພຣະສຸຄົຕປະກາດ;
ມະຍັນຕັງ ທັມມັງ ສຸຕ໌ວາ ເອວັງ ຊານາມະ, ພວກເຮົາ ເມື່ອໄດ້ຟັງທັມນັ້ນແລ້ວ, ຈຶ່ງໄດ້ຮູ້ຢ່າງນີ້ວ່າ;
ຊາຕິປິ ທຸກຂາ ແມ້ຄວາມເກີດ ກໍເປັນທຸກ;
ຊະຣາປິ ທຸກຂາ ແມ້ຄວາມແກ່ ກໍເປັນທຸກ;
ມະຣະນັມປິ ທຸກຂາ ແມ້ຄວາມຕາຍ ກໍເປັນທຸກ;
ໂສກະປະຣິເທວະທຸກຂະ ໂທມະນັສສຸປາຍາສາປິ ທຸກຂາ,
ແມ່ນຄວາມໂສກ ຄວາມຮ່ຳໄຮຣຳພັນ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ ຄວາມຄັບແຄ້ນໃຈ ກໍເປັນທຸກ;
ອັປປິເຍຫິ ສັມປະໂຍໂຄ ທຸກໂຂ, ຄວາມປະສົບກັບສິ່ງທີ່ບໍ່ເປັນທີ່ຮັກ ທີ່ພໍໃຈ ກໍເປັນທຸກ;
ປິເຍຫິ ວິປປະໂຍໂຄ ທຸກໂຂ, ຄວາມພັດພາກກັບສິ່ງທີ່ເປັນທີ່ຮັກ ທີ່ພໍໃຈກໍເປັນທຸກ;
ຍັມປິຈສັງ ນະ ລະພະຕິ ຕັມປິ ທຸກຂັງ ມີຄວາມປາຖນາສິ່ງໃດ ບໍ່ໄດ້ສິ່ງນັ້ນ ກໍເປັນທຸກ;
ສັງຂິຕເຕນະ ປັນຈຸປາທານັກຂັນທາ ທຸກຂາ, ວ່າໂດຍຫຍໍ້ ອຸປະທານຂັນທັງ ໕ ເປັນຕົວທຸກ;
ເສຍຍະຖິທັງ, ໄດ້ແກ່ສິ່ງເຫລົ່ານີ້ ຄື :
ຣູປູປາທານັກຂັນໂທ ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຶດໝັ້ນ ຄື ຮູບ ,
ເວທະນູປາທານັກຂັນໂທ, ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຶດໝັ້ນຄື ເວທະນາ;
ສັນຍູປາທານັກຂັນໂທ, ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຶດໝັ້ນຄື ສັນຍາ;
ສັງຂາຣາປາທານັກຂັນໂທ, ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຶດໝັ້ນຄື ສັງຂານ;
ວິນຍານູປາທານັກຂັນໂທ, ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຶດໝັ້ນຄື ວິນຍານ;
ເຍສັງ ປະຣິນຍາຍະ, ເພື່ອໃຫ້ສາວົກກຳນົດຮອບຮູ້ ອຸປາທານຂັນເຫລົ່ານີ້ເອງ;
ທະຣະມາໂນ ໂສ ພະຄະວາ, ຊຶ່ງພຣະຜູ້ມີພຣະພາກເຈົ້ານັ້ນ ເມື່ອຍັງຊົນພຣະຊົນຢູ່
ເອວັງ ພະຫຸວັງ ສາວະເກ ວິເນຕິ, ຍ່ອມຊົງແນະນຳສາວົກທັງຫລາຍ ເຊັ່ນນີ້ເປັນສ່ວນມາກ
ເອວັງ ພາຄາ ຈະ ປະນັສສະ ພະຄະວະໂຕ ສາວະເກສຸ ອະນຸສາສະນີ ພະຫຸລາ ປະວັຕຕະຕິ,
ອະນຶ່ງ ຄຳສັ່ງສອນຂອງພຣະຜູ້ມີພຣະພາກເຈົ້ານັ້ນ, ຍ່ອມເປັນໄປໃນສາວົກທັງຫລາຍ, ສ່ວນມາກມີສ່ວນຄື ການຈໍາແນກຢ່າງນີ້ວ່າ :
ຣູປັງ ອະນິຈຈັງ, ຮູບບໍ່ທ່ຽງ;
ເວທະນາ ອະນິຈຈາ, ເວທະນາບໍ່ທ່ຽງ;
ສັນຍາ ອະນິຈຈາ, ສັນຍາບໍ່ທ່ຽງ;
ສັງຂາຣາ ອະນິຈຈາ, ສັງຂານບໍ່ທ່ຽງ;
ວິນຍານັງ ອະນິຈຈັງ, ວິນຍານບໍ່ທ່ຽງ;
ຣູປັງ ອະນັຕຕາ, ຮູບບໍ່ແມ່ນຕົວຕົນ;
ເວທະນາ ອະນັຕຕາ, ເວທະນາບໍ່ແມ່ນຕົວຕົນ;
ສັນຍາ ອະນັຕຕາ, ສັນຍາບໍ່ແມ່ນຕົວຕົນ;
ສັງຂາຣາ ອະນັຕຕາ, ສັງຂານບໍ່ແມ່ນຕົວຕົນ;
ວິນຍານັງ ອະນັຕຕາ, ວິນຍານບໍ່ແມ່ນຕົວຕົນ;
ສັພເພ ສັງຂາຣາ ອະນິຈຈາ, ສັງຂານທັງຫລາຍທັງປວງບໍ່ທ່ຽງ;
ສັພເພ ທັມມາ ອະນັຕຕາຕິ, ທັມທັງຫລາຍ ທັງປວງ ບໍ່ແມ່ນຕົວຕົນ ດັ່ງນີ້;
ເຕ(ຕາ)ຜູ້ຍິງວ່າ ມະຍັງ ໂອຕິນນາມະຫະ ພວກເຮົາທັງຫລາຍ ເປັນຜູ້ຖືກຄອບງຳແລ້ວ;
ຊາຕິ ຍາ, ໂດຍຄວາມເກີດ;
ຊະຣາ ມະຣະເນນະ, ໂດຍຄວາມແກ່ ແລະ ຄວາມຕາຍ;
ໂສເກຫິ ປະຣິເທເວຫິ ທຸກເຂຫິ ໂທມະນັສເສຫິ ອຸປະຍາເສຫິ,
ໂດຍຄວາມໂສກ ຄວາມຮ່ຳໄຮຣຳພັນ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ ຄວາມຄັບແຄ້ນໃຈທັງຫລາຍ;
ທຸກໂຂ ຕິນນາ, ເປັນຜູ້ຖືກຄວາມທຸກຢັ່ງເອົາແລ້ວ;
ທຸກຂະປະເຣຕາ , ເປັນຜູ້ມີຄວາມທຸກເປັນເບື້ອງໜ້າແລ້ວ;
ອັປເປວະນາມິມັສສະ ເກວະລັສສະ ທຸກຂັກຂັນທັສສະ ອັນຕະກິຣິຍາ ປັນຍາເຍຖາຕິ,
ທຳຢ່າງໃດ ການທຳທີ່ສຸດແຫ່ງກອງທຸກທັງສິ້ນນີ້ ຈະເພິ່ງປາກົດແຈ້ງ ແກ່ເຮົາໄດ້;
ສຳຫລັບ ພຣະສົງຄ໌ - ສາມະເນນສູຕ
ຈິຣະປະຣິນິພພຸຕັມປິ ຕັງ ພະຄະວັນຕັງ ອຸທທິສສະ ວະຣະຫັນຕັງ ສັມມາສັມພຸທທັງ,
ເຮົາທັງຫລາຍ ອຸທິສສະເພາະພຣະຜູ້ມີພຣະພາຄເຈົ້າ ,ຜູ້ໄກຈາກກິເລດ , ຕັສຮູ້ໄດ້ໂດຍ ພຣະອົງເອງ , ແມ່ນປະຣິນິພພານນານແລ້ວ ພຣະອົງນັ້ນ;
ສັທທາ ອະຄາຣັສ໌ມາ ອະນະຄາຣິຍັງ ປັພພະຊິຕາ,
ເປັນຜູ້ມີສັທທາ ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນແລ້ວ;
ຕັສ໌ມິງ ພະຄະວະຕິ ພຣົມມະຈະຣິຍັງ ຈະຣາມະ,
ປະພຶດຢູ່ຊຶ່ງພຣົມມະຈັນ ໃນພຣະຜູ້ມີພຣະພາຄເຈົ້າ ພຣະອົງນັ້ນ;
ພິກຂູນັງ ສິກຂາສາຊີວະສະມາປັນນາ,
ເຖິງພ້ອມແລ້ວດ້ວຍສິກຂາ ແລະ ທັມເປັນເຄື່ອງລ້ຽງຊີວິດຂອງພິກຂຸທັງຫລາຍ
ຕັງໂນ ພຣົມມະຈະຣິຍັງ ອິມັສສະ ເກວະລັສສະ ທຸກຂັກຂັນທັສສະ ອັນຕະກິຣິຍາຍະ ສັງວັຕຕະຕຸ
ຂໍໃຫ້ພຣົມມະຈັນຂອງເຮົາທັງຫລາຍນັ້ນ, ຈົ່ງເປັນໄປເພື່ອການທໍາທີ່ສຸດແຫ່ງກອງທຸກທັງສິ້ນນີ້ ເທີ້ນ ...
ສຳຫລັບ ອຸບາສົກ - ອຸບາສິກາສູຕ
ຈິຣະປະຣິນິພພຸຕັມປິ ຕັງ ພະຄະວັນຕັງ ສາຣະນັງຄະຕາ,
ເຮົາທັງຫລາຍ ຜູ້ເຖິງແລ້ວຊຶ່ງພຣະຜູ້ມີພຣະພາຄເຈົ້າ ,ແມ້ ປະຣິນິພພານນານແລ້ວພຣະອົງນັ້ນ ເປັນສະຣະນະ;
ທັມມັນຈະ ສັງຄັນຈະ, ເຖິງພຣະທັມດ້ວຍ, ພຣະສົງຄ໌ດ້ວຍ;
ຕັສສະ ພະຄະວະໂຕ ສາສະນັງ ຍະຖາສະຕິ ຍະຖາພະລັງ ສັມມາສັມພຸທທັງ ມະນະສິກະໂຣມະ ອະນຸປະຕິປັຊຊາມະ,
ຈັກທຳໃນໃຈຢູ່ ປະຕິບັດຕາມຢູ່ ຊຶ່ງຄຳສັ່ງສອນຂອງພຣະຜູ້ມີພຣະພາຄເຈົ້ານັ້ນ ຕາມສະຕິ ກຳລັງ;
ສາ ສາໂນ ປະຕິປັຕຕິ, ຂໍໃຫ້ຄວາມປະຕິບັດນັ້ນໆຂອງເຮົາທັງຫລາຍ;
ອິມັສສະ ເກວະລັສສະ ທຸກຂັກຂັນທັສສະ ອັນຕະກິຣິຍາຍະ ສັງວັຕຕະຕຸ
ຈົ່ງເປັນໄປເພື່ອການທຳທີ່ສຸດແຫ່ງກອງທຸກທັງສິ້ນນີ້ ເທີ້ນ ...
( ຈົບຄໍາທໍາວັດເຊົ້າ )