WAT MAI BUDDHAVONGS, Lao Buddhist Society of Vic Inc.
  • HOME
    • SANGHA
    • COMMITTEE
    • CONTACT US
    • Dhamma Links
  • ABOUT
    • Wat Lao in Australia
  • PHOTOS
    • LESG
  • COMING EVENTS
  • BUDDHISM
    • Buddha Story
  • DHAMMA
    • Chanting >
      • Sila
    • ປື້ມສູດມົນວັດໃໝ່ພຸທວົງສ໌
    • ບົດສູດມົນ
  • ບຸນຕ່າງໆ
  • ວາລະສານ
    • ປຶ້ມແລະໜັງສືທັມມະລາວ
    • ບົດຄວາມທັມມະ
ຊີວິດລິຂິດເອງໄດ້ດັ່ງປາຖນາ
                                                                                        ໂດຍ: ພຣະ ສິງຫາ ພຸດທິຣາຊ
 
ມີຫລາຍຄົນມັກເກີດຄວາມສົງສັຍສເມີວ່າ ຄົນເຮົາເກີດມາເພື່ອຫຍັງ?  ແລະ ມີຊີວິດຢູ່ເພື່ອຫຍັງ? ໃນມຸມມອງທາງດ້ານພຸທສາສນາກໍຕ້ອງຕອບວ່າ ການທີ່ເຮົາເກີດມານັ້ນກໍເພາະເຮົາບໍ່ຮູ້ຄວາມຈິງ(ອະວິຊາ) ຫມາຍເຖິງການບໍ່ຮູ້ໃນຫລັກທັມແຫ່ງອະຣິຍະສັດຈະ4 ວ່າ ຊີວິດຕັ້ງຢູ່ບົນພື້ນຖານຂອງຄວາມທຸກ ເຫດແຫ່ງທຸກຄືຄວາມຢາກ 3 (ຕັນຫາ)ໄດ້ແກ່ ຄວາມຢາກ, ຄວາມຍິນດີພໍໃຈ (ກາມະຕັນຫາ,ພາວະຕັນຫາ) ແລະຄວາມບໍ່ຢາກເປັນຫລືບໍ່ຍິນດີ. 3 ຢ່າງນີ້ ເປັນເຫດໃຫ້ມະນຸດເກິດຄວາມຍຶດຕິດ (ອຸປະທານ) ຍາກທີ່ຈະປ່ອຍວາງໄດ້ ແລະສ່ວນທີ່ວ່າ ມີຊີວິດຢູ່ເພື່ອຫຍັງກໍຕ້ອງຕອບວ່າ ມີຊີວິດຢູ່ເພື່ອສ້າງຄວາມດີ ເພື່ອພັດທະນາຕົນ-ສັງຄົມ ຫລື ເພື່ອປໂຍດຕົນແລະຜູ້ອື່ນທັ້ງສອງປະການນີ້ຍ່ອມນຳໄປ ສູ່ປໂຍດ ສູງສຸດນັ້ນເອງ.

ຄຳວ່າ “ປໂຍດ” ຄື ຜົນທີ່ໄດ້ດັ່ງຄວາມປາຖນາ ຫລື ຜົນສຳເຣັດຕາມທີ່ຕ້ອງການ,ປໂຍດນັ້ນມີ 3 ປະການເຊັ່ນ:
1.ທິດຖະທັມມິກັດທະປໂຍດ ຄື ປໂຍດໃນປັດຈຸບັນ
2.ສັມປະຣາຍິກັດຖະປໂຍດ ຄື ປໂຍດໃນພາຍຫນ້າ
3.ປະຣະມັດຖະປໂຍດ ຄື ປໂຍດສູງສຸດ
 
1. ທິດຖະທັມມິກັດທະປໂຍດ
ຫມາຍເຖິງ ປໂຍດໃນຊາດນີ້ ບຸກຄົນຜູ້ປາຖນາຈະສຳເຣັດປໂຍດໃນຊາດນີ້ ຄວນຈະ ປະຕິບັດຕາມຫລັກທັມມີຊື່ວ່າ “ທິດຖະທັມມິກັດຖະສັງວັດຕະນິກະທັມ 4 ປະການ”( Virtues conducive to benefits in the present) ເປັນຫລັກທັມສຳຫລັບຄາຣະວາດຜູ້ຄອງເຮືອນ(ມີຄອບຄົວ)ທຳມາຫາກິນລ້ຽງຊີບໃນແຕ່ລະມື້ ປະຕິບັດຕາມຫລັກ 4 ປະການນີ້ແລ້ວຈະໄດ້ຕາມປາຖນາໃນຊາດນີ້ແນ່ນອນ ພຣະພຸທອົງກ່າວໄວ້ແນວນັ້ນ.

(1). ອຸດຖານະສັມປະທາ (Achievement of diligence) ຄືຄວາມຂຍັນຫມັ່ນພຽນຢ່າງຕໍ່ເນື່ອງ ຮູ້ຈັກປະກອບອາຊີບການງານເພື່ອການລ້ຽງຊີບຕົນແລະຄອບຄົວຢ່າງຊື່ສັດສຸຈຣິດມີຄວາມຊຳນານ ຮອບຄອບ ຮູ້ຈັກໃຊ້ປັນຍາຕາມສະຖານະການແລະຫາອຸບາຍທີ່ສາມາດດຳເນິນການໃຫ້ໄດ້ຜົນດີ ຢ່າງມີປະສິດທິພາບ.
(2). ອາຣັກຂະສັມປະທາ (Achievement of protection) ຄືການຮັກສາໂພຄະຊັບສົມບັດ ທີ່ຫາມາໄດ້ແລ້ວເກັບຮັກສາແລະປະຫຍັດ ຕາມວິທີຂອງພຣະພຸທເຈົ້າກ່າວໄວ້ມີ 4ຢ່າງ : 
1.ໃຊ້ຫນີ້ເກົ່າ ຫມາຍເຖິງລ້ຽງບິດາ ມານດາ
2.ໃຊ້ຫນີ້ໃຫມ່ຫມາຍເຖິງເກັບໄວ້ລ້ຽງລູກ ເປັນຄ່າໃຊ້ຈ່າຍໃຫ້ລູກ
3.ຝັງໄວ້ ຫມາຍເຖິງເກັບໄວ້ເປັນກອງທຶນ,ເອົາໄປລົງທຶນ ຫລືເອົາໄປທຳບຸນ
4.ເອົາຖິ້ມລົງເຫວ ຫມາຍເຖິງໃຊ້ຈ່າຍປະຈຳວັນເຊັ່ນ ສຳລັບທີ່ຢູ່ອາສັຍ,ອາຫານການກິນ,ເຄື່ອງນຸ່ງຫົ່ມ,ຢາຮັກສາໂຣຄ ໃນແຕ່ລະມື້.
(3). ກັນລະຍາມິດຕະຕາສັມປະທາ (Association with good people) ຄືການມີຄົນດີເປັນມິດ ຫລື ຄົບຄົນດີເປັນເພື່ອນ,ການມີເພື່ອນເປັນຄົນດີນັ້ນເທົ່າກັບປະສົບຜົນສຳເຣັດໄປແລ້ວເຄິ່ງນຶ່ງເພາະວ່າເພື່ອນຈະເປັນຕົວຢ່າງທີ່ດີ
ແລະຄອຍຊີ້ແນະທາງທີ່ດີແລະຊີ້ທາງທີ່ບໍ່ດີບໍ່ຄວນທຳໃຫ້ສເມີຈຶ່ງເຮັດໃຫ້ມີສະຕິ ບໍ່ຜິດພາດໃນການດຳເນີນຊີວິດ.
 (4). ສະມະຊີວິຕາສັມປະທາ (Living economically) ຄືການລ້ຽງຊີວິດ ຄອບຄົວຢ່າງພໍພຽງ ເຫມາະສົມ ໂດຍສະເພາະການໃຊ້ຈ່າຍ ຕ້ອງຮອບຄອບ ຢ່າໃຫ້ລາຍຈ່າຍເຫນືອກວ່າລາຍໄດ້ ລາຍໄດ້ຕ້ອງເຫນືອກວ່າລາຍຈ່າຍສເມີ ຈຶ່ງຈະມີຕົ້ນທຶນສຳຮອງໄວ້ ແຕ່ບໍ່ໄດ້ຫມາຍຄວາມວ່າຈະປະຫຍັດຈົນຝືດເຄືອງ ຫລືຟຸມເຟືອຍຈົນມີປັນຫາຕໍ່ການພັດທະນາຊີວິດ ຕລອດເຖີງການເປັນຫນີ້ຈະທຳໃຫ້ມີຄວາມທຸກ ທາງສາຍກາງນັ້ນແຫລະດີ ເຫມາະສົມທີ່ສຸດ.ແນວໃດກໍຕາມພຣະພຸທອົງກ່າວວ່າ ເຖິງແມ່ນວ່າບຸກຄົນຈະມີຊັບສົມບັດ(ເງິນຄຳ)ທີ່ຫາມາໄດ້ດ້ວຍຄວາມຊື່ສັດສຸຈຣິດກໍຕາມ ແຕ່ຍັງມີທາງເສື່ອມໄດ້ດ້ວຍເຫດສີ່ປະການເຊັ່ນ:
1. ເປັນນັກເລງຜູ້ຍິງ
2. ເປັນນັກເລງສຸຣາ
3. ເປັນນັກເລງການພະນັນ
4. ມີມິດຊົ່ວ, ສຫາຍຊົ່ວ, ເພື່ອນຊົ່ວ.
ສະນັ້ນບຸກຄົນຜູ້ປາຖນາຄວາມຈະເຣີນຮັ່ງມີ ເປັນເສດຖີຢ່າງຫມັ້ນຄົງ ຕ້ອງງົດເວັ້ນທາງແຫ່ງຄວາມເສື່ອມ 4 ປະການນີ້ ແລະປະຕິບັດຕາມທາງແຫ່ງຄວາມຈະເຣີນ 4 ປະການເຊັ່ນ:
1. ບໍ່ເປັນນັກເລງຜູ້ຍິງ
2. ບໍ່ເປັນນັກເລງສຸຣາ
3. ບໍ່ເປັນນັກເລງການພະນັນ
4. ມີມິດດີ, ສະຫາຍດີ, ເພື່ອນດີເປັນຕົ້ນ.ພຣະພຸທອົງຍັງປຽບທຽບຕໍ່ໄປອີກວ່າ ການງົດເວັ້ນທາງແຫ່ງຄວາມເສື່ອມທັ້ງ4ປະການ ທີ່ໄດ້ກ່າວມານັ້ນ ເປັນການປິດທາງແຫ່ງຄວາມເສື່ອມ ແຕ່ເປີດທາງແຫ່ງຄວາມຈະເຣີນເຫມືອນກັບຫນອງນ້ຳໃຫຍ່(ບືງໃຫຍ່) ມີທາງນ້ຳໄຫລເຂົ້າ 4ທາງ ແລະທາງນ້ຳໄຫລອອກ 4ທາງ ມີບຸກຄົນໄປປິດຕັນ 4ເສັ້ນທາງນ້ຳໄຫລອອກ ແລະເປີດ 4 ເສັ້ນທາງ ນ້ຳໄຫລເຂົ້າ ພ້ອມທັ້ງຝົນຟ້າກໍຕົກຕາມລະດູການຈຶ່ງເຮັດໃຫ້ບຶງນ້ຳໃຫຍ່ນັ້ນ ມີນ້ຳເຕັມ ຕລອດປີຢ່າງບໍ່ເຫືອດແຫ້ງ. ໃນທາງໂພຄະຊັບກໍຄືກັນ ເມື່ອບຸກຄົນເດີນຕາມທາງທີ່ຈະເຣີນ4ຂໍ້ນັ້ນແລ້ວ ຍອມຈະເຣີນຢ່າງດຽວ ບໍ່ມີເສື່ອມເຊັ່ນກັນກັບບືງນ້ຳ ໃຫຍ່ນັ້ນແລ.ທີ່ອະທິບາຍມານີ້ເປັນຫົນທາງແຫ່ງຄວາມຈະເຣີນຫລືຜົນສຳເລັດທີ່ໄດ້ດັງປາຖນາໃນຊາດນີ້.
 
2.ສັມປະຣາຍິກັດຖະປໂຍດ
ຫມາຍເຖິງປໂຍດຫລືຜົນສຳເລັດທີ່ຄວນໄດ້ຮັບດັງປາຖນາໃນພາຍຫນ້າ ຫລືຊາດຕໍ່ໄປ ມີ 4 ຢ່າງເຊັ່ນ:
(1).ສັດທາສັມປະທາ (Accomplishment of Confidence)
ຫມາຍເຖິງຄວາມເຊື່ອໃນປັນຍາຍານຕັສຮູ້ຂອງພຣະພຸທເຈົ້າວ່າ ເພິ່ນດັບທຸກໄດ້ແລ້ວ ຫ່າງໄກຈາກກິເລສເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບິກບານ  ເປັນຄຣູສອນຂອງເທວະດາແລະມະນຸດທັ້ງຫລາຍເຮົາຜູ້ປະຕິບັດຕາມຕ້ອງໄດ້ຫມາກຜົນ ຕລອດເຖິງພົ້ນຈາກ ຄວາມທຸກແນ່ນອນ.ເຊື່ອໃນຄຳສອນຂອງເພິ່ນວ່າທຳດີໄດ້ດີ ທຳຊົ່ວໄດ້ຊົ່ວແລະເຮົາຈະຕ້ອງໄດ້ຮັບຜົນແຫ່ງກັມນັ້ນໆເປັນທຳມະດາ ຕາມເຫດແລະຜົນ ທີ່ໄດ້ທຳໄວ້.
(2).ສີລະສັມປະທາ (To be endowed with Morality)
ສີລ ແປວ່າປົກກະຕິຫມາຍເຖິງການຮັກສາກາຍວາຈາໃຫ້ຮຽບຮ້ອຍຢ່າງເປັນປົກກະຕິເຊັ່ນ:ຮູ້ຈັກບັງຄັບຄວບຄຸມຕົນເອງ ໃຫ້ສງົບສງ່ຽມເປັນລະບຽບຮຽບຮ້ອຍແລະບໍ່ຂ້າສັດ ບໍ່ລັກຊັບ ບໍ່ປະພຶດຜິດໃນກາມ ບໍ່ຂີ້ຕົວະຫລອກຫລວງແລະບໍ່ດື່ມນ້ຳເມົາເປັນຕົ້ນ, ຜູ້ຮັກສາສີລຍອມໄດ້ຮັບອານິສົງ3ປະການເຊັ່ນ :
1). ສິເລນະສຸຄະຕິງຍັນຕິ    ຜູ້ມີສີລຍ່ອມໄປສຸຄະຕິໂລກສວັນ ຫລື ກັບມາ ເກິດເປັນມະນຸດ
2). ສິເລນະໂພຄະສັມປະທາ  ຜູ້ມີສີລຍ່ອມມີໂພຄະຊັບສົມບັດແລະຮັກສາຊັບໄດ້
3). ສິເລນະນິບພູຕິງຍັນຕິ    ຜູ້ມີສີລຍ່ອມເຂົ້າເຖິງຄວາມຢູ່ເຢັນເປັນສຸກຄືພຣະນິບພານໄດ້
(3).ຈາຄະສັມປະທາ (Accomplishment of Charity)
ຫມາຍເຖິງການເສັຽສລະຊັບສິນອັນເປັນຂອງຕົນແກ່ຜູ້ອື່ນຫລືແກ່ສາທາຣະນະປໂຍດເປັນການລົດລະຄວາມຂີ້ຖີ່ຫນຽວ ແໜ້ນທີ່ເປັນມົນທິນ,ຢູ່ຄອງເຮືອນ ແຕ່ມີການໃຫ້ເປັນປະຈຳ, ມີຝາມືທີ່ປຽກຊຸ່ມເປັນປົກກະຕິ, ຍິນດີໃນການ ສລະ, ສົມຄວນແກ່ການຂໍ ແລະຍິນດີຢ່າງຍິ່ງໃນການຈຳແນກແຈກທານ.
 (4).ປັນຍາສັມປະທາ (Accomplishment of Wisdom)
ຫມາຍເຖິງຄວາມຮູ້ ຄວາມເຂົ້າໃຈໃນຫລັກອະຣິຍະສັດຈະ4 (Four Noble Truths)ເຊັ່ນ: ຮູ້ທຸກ(Suffering) ເຫດໃຫ້ເກີດທຸກ  (The Cause of Suffering) ຄວາມດັບບໍ່ເຫລືອແຫ່ງທຸກ(The Cessation of Suffering)ແລະທາງມັຄມີອົງແປດ(Noble Eightfold Path; The Path Leading to the Cessation of Suffering) .ເປັນປັນຍາທີ່ເຂົ້າເຖິງຫລັກແຫ່ງເຫດຜົນຄວາມຈິງ ຕາມທັມມະຊາດຂອງສິ່ງທັ້ງຫລາຍທີ່ມີຄວາມເກີດຂຶ້ນ ຕັ້ງຢູ່ ແລະຄວາມເສື່ອມໄປດ້ວຍເຫດປັດຈັຍ ເກື້ອຫນູນ ເກາະກຸ່ມແລະແຕກສລາຍ ຕາມເຫດແລະຜົນຂອງຄວາມຈິງທີ່ມີໃນຕົວມັນເອງ.

ປັນຍາມີ3ຢ່າງໄດ້ແກ່
1). ສຸຕະມະຍະປັນຍາໄດ້ແກ່ປັນຍາທີ່ເກິດຈາກການຟັງການສຶກສາຮ່ຳຮຽນ
2). ຈິນຕະມະຍະປັນຍາໄດ້ແກ່ປັນຍາທີ່ເກີດຈາກການຄິດເຊັ່ນເມື່ອໄດ້ຮັບຟັງເລື່ອງຕ່າງໆແລ້ວນຳມາວິເຄາະວິຈານດ້ວຍ ເຫດຜົນເຖິງຄວາມຖືກ-ຜິດເຮັດໃຫ້ເກີດຄວາມຮູ້ຫລາຍຂຶ້ນ.
3). ພາວະນາມະຍະປັນຍາໄດ້ແກ່ປັນຍາທີ່ເກີດຈາກການພັດທະນາຈິດຄືການຝຶກຈິດດ້ວຍສະມະຖະແລະປະຕິບັດວິປັດສະນາ ເພື່ອໃຫ້ຈິດສງົບແລະເກີດປັນຍາເຊິ່ງຖືວ່າເປັນຄວາມຮູ້ອັນສູງສຸດຄືສາມາດຫລຸດພົ້ນໄດ້.
 
3. ປະຣະມັດຖະປໂຍດ
ຫມາຍເຖິງປໂຍດຢ່າງຍິ່ງຫລືປໂຍດສູງສຸດທີ່ມະນຸດຄວນມີຄວນໄດ້ (ປະຣະມະ ຢ່າງຍິ່ງຫລືສູງສຸດ ອັດຖະປໂຍດ) ໄດ້ແກ່ ພຣະນິພພານ ຄືພາວະທີ່ຈິດສະອາດ (ບໍ່ແປດເປື້ອນຈາກກິເລດ), ສວ່າງ(ຈິດບໍ່ມືດດ້ວຍອະວິຊາ), ສງົບ (ບໍ່ມີການປຸງແຕ່ງ ອີກຕໍ່ໄປ), ຜູ້ທີ່ບັນລຸປໂຍດອັນສູງສຸດນີ້ເອີ້ນວ່າ”ອະຣະຫັນ” ຄືຜູ້ເຖິງຝັ່ງແລ້ວ, ພົ້ນຈາກທຸກທັ້ງສິ້ນ, ບໍ່ຈົມໃນກອງທຸກອີກຕໍ່ໄປ, ຫມົດກິດໃນວັດຕະສົງສານແລ້ວ ແລະ ບໍ່ວຽນວາຍຕາຍເກີດອີກ ເປັນອະຣິຍະບຸກຄົນຂັ້ນສູງສຸດໃນພຣະພຸທສາສນາ.

ຂໍ ຄວາມສຸກ ຄວາມຈະເຣີນຈົ່ງເກີດແກ່ທ່ານຜູ້ອ່ານ.

Powered by Create your own unique website with customizable templates.