ຈະເຄນສິ່ງຂອງໃຫ້ພຣະສົງຄ໌ແບບໃດຈຶ່ງຖືກຕ້ອງ
ໂດຍ ພຣະອາຈາຣຍ໌ ພຸດທິໄຊ ພຸດທິບັນດິດ
ໃນສັງຄົມປະຈຸບັນມີຫລາກຫລາຍວັດທະນະທັມມາໃຊ້ຮ່ວມກັນ ແລະຫລາຍຄົນກໍ່ມີຄວາມເຊື່ອ ຄວາມເລື່ອມໃສໃນພຣະພຸທ ສາສນາຢູ່ ໂດຍ ສະເພາະຊາວພຸດທະສາສນິກຊົນ ຕັ້ງແຕ່ສາມັນຊົນຄົນທຳມະດາ ຈົນເຖິງຜູ້ດີມີ ຕະກຸນໃນເມືອງໃຫຍ່ ກໍນັບວ່າ ມີເປັນຈຳນວນບໍ່ຫນ້ອຍທີ່ຍັງບໍ່ທັນມີຄວາມຮູ້ ຄວາມເຂົ້າໃຈ ໃນເລື່ອງການເຄນ ຫຼືການຖວາຍສິ່ງຂອງແກ່ພຣະເຈົ້າພຣະສົງຄ໌ ທີ່ຖືກຕ້ອງເທື່ອ ແລະສິ່ງທີ່ຖືກຕ້ອງນັ້ນເປັນ ຢ່າງໃດກັນແນ່ ທັ້ງນີ້ອາດເປັນເພາະ ຂາດການແນະນຳພໍ່າສອນຈາກພຣະສົງຄ໌ ສ່ວນຫນຶ່ງ ແລະຂາດການໃສ່ໃຈຂອງ ຝ່າຍຄະລືຫັດອີກ ຝ່າຍຫນຶ່ງ ຈຶ່ງເກີດມີຄວາມເຄືອບແຄງໃຈ ບໍ່ຊັດເຈນໃນ ຂໍ້ປະຕິບັດຢູ່ ສເມີມາ ແລະກໍ່ເຄີຍມີຫລາຍຄົນຖາມວ່າ ເຫດໃດການທີ່ ຈະເອົາ ອີ່ຫຍັງ ສັກຢ່າງໃຫ້ແກ່ພຣະສົງຄ໌ ຍັງຈະຕ້ອງເຄນຫຼືຖວາຍ ໃຫ້ເກີດຄວາມຍູ້ງຍາກສັບສົນກວ່າຊາວບ້ານທຳມະດາ ເລື່ອງນີ້ຜູ້ຂຽນຈຶ່ງຂໍກ່າວຕາມລຳດັບຄວາມເປັນມາໃຫ້ແຈ່ມແຈ້ງດັ່ງນີ້:
1. ຄວາມເປັນມາໃນການເຄນຂອງແກ່ພຣະສົງຄ໌:
ໃນສມັຍນັ້ນ ພຣະຜູ້ມີພຣະພາກເຈົ້າປະທັບຢູ່ທີ່ກູດດາຄານ ສາລາປ່າ ມະຫາວັນ ເຂດພຣະນະຄອນເວສາລີ ຄາວນັ້ນມີພຣະ ພິກຂຸອົງຄ໌ຫນຶ່ງ ອາສັຍຢູ່ ໃນເຂດປ່າຊ້າ ທ່ານໄດ້ໄປເອົາສິ່ງຂອງທຸກຢ່າງ ທີ່ມີຢູ່ໃນປ່າຊ້ານັ້ນ ມີຜ້າພັນສົບ ແລະອາຫານເປັນຕົ້ນ ເພື່ອນຳມາໃຊ້ສອຍອຳນວຍຄວາມສະດວກໃນການບຳເພັັນ ສະມະນະທັມ ທ່ານບໍ່ປາຖນາທີ່ຈະຮັບອາຫານແລະເຄື່ອງນຸ່ງຫົ່ມ ທີ່ ປະຊາຊົນຖວາຍ ຈິ່ງຊອກເກັບເອົາ ອາຫານ ເຄື່ອງບວງສວງໄຫວ້ເຈົ້າຕາມ ປ່າຊ້າ ເຫງົ້າໄມ້ໃຫຍ່ ແລະຕາມແຄມປະຕູເປັນຕົ້ນ ມາສັນເອງ ປະຊາຊົນຈຶ່ງ ເພ່ງໂທດຕິຕຽນ ຕ່າງໆ ນາໆ ວ່າເຫດໃດພິກຂຸທ່ານນີ້ຈຶ່ງໄດ້ເກັບເອາອາຫານ ເຄື່ອງບວງສວງຂອງ ໄຫວ້ເຈົ້າ ຂອງພວກເຮົາໄປສັນເອງເຊັ່ນນີ້ ຈິ່ງເຮັດໃຫ້ອ້ວນ ຖ້ວນສົມບູນ ບາງທີອາດສັນຊິ້ນມະນຸດເປັນອາຫານນຳກະບໍ່ຮູ້ ພິກຂຸທັງຫລາຍ ໄດ້ຍີນປະຊາຊົນພວກນັ້ນເພັ່ງໂທດ ຕິຕຽນ ຕ່າງໆ ນາໆ ບັນດາພຣະສົງຄ໌ເປັນຜູ້ ມັກຫນ້ອຍສັນໂດດຕ່າງໆ ກໍ່ເພັ່ງໂທດຕິຕຽນ ຕ່າງໆ ນາໆ ເຊັນກັນວ່າ: ເຫດໃດ ທ່ານຈຶ່ງກືນອາຫານທີ່ເຂົາຍັງບໍ່ທັນໄດ້ໃຫ້ ລ່ວງຊ່ອງປາກເຫລົ່າ! ແລ້ວຈິ່ງໄດ້ ຂາບທູນເລື່ອງນັ້ນ ແດ່ພຣະຜູ້ມີພຣະພາກເຈົ້າ ພຣະຜູ້ມີພຣະພາກເຈົ້າຈິ່ງໄດ້ ສອບຖາມ ພິກຂຸນັ້ນວ່າ! ຂ່າວວ່າ ທ່ານກືນອາຫານທີ່ເຂົາຍັງບໍ່ໄດ້ໃຫ້ລ່ວງຊ່ອງ ປາກມີຈິງບໍ່ ? ພິກຂຸນັ້ນທູນຮັບວ່າເປັນຄວາມຈິງ ພຣະຜູ້ມີພຣະພາກເຈົ້າຊົງ ຕິຕຽນການກະທຳເຊັ່ນນັ້ນວ່າ: ດູກ່ອນໂມຄະບຸຣຸດ (ບຸຣຸດຜູ້ຫວ້າງເປົ່າ) ເຫດໃດ ທ່ານຈິ່ງໄດ້ ກືນອາຫານທີ່ເຂົາຍັງບໍ່ທັນໄດ້ ໃຫ້ລ່ວງຊ່ອງປາກເຫລົ່າ! ການ ກະທຳຂອງທ່ານ ບໍ່ເປັນໄປເພື່ອຄວາມເລື່ອມໃສ ຂອງຊຸມຊົນທີ່ຍັງບໍ່ເຫລື່ອມໃສ ຫຼືເພື່ອຄວາມ ເຫລື່ອມໃສຍິ່ງ ຂອງຊຸມຊົນທີ່ເຫລື່ອມໃສແລ້ວ ຈິ່ງຊົງບັນຍັດສິກຂາ ບົດຂຶ້ນວ່າ: ພິກຂຸອົງໃດກືນອາຫານທີ່ເຂົາຍັງບໍ່ທັນໄດ້ໃຫ້ (ເຄນ) ລ່ວງຊ່ອງປາກ ເປັນອາບັດປາຈິດຕີ [1] ແລະພາຍຫລັງ ມີການບັນຍັດເພີ່ມເຕິມອີກ ທີ່ເປັນຂໍ້ຍົກ ເວັ້ນ ເຊັ່ນ: ນ້ຳ (ປະເພດເຕົ້ານ້ຳ) ງ້ຽງ ແປງຖູແຂ້ວ ຜ້າ ບາດ ສີ່ງທີ່ຕ້ອງໃຊ້ ປະຈຳວັນ ອະນຸໂລມເຂົ້າກັນໄດ້ ຄື: ບໍ່ຕ້ອງເຄັນກໍ່ໄດ້.
2. ຄວາມຫມາຍຂອງການເຄນ:
ການ ເຄນ ຫມາຍເຖິງການມອບໃຫ້, ເອົາໃຫ້(ໃຊ້ສຳຫຼັບເອົາສີ່ງຂອງໃຫ້ ພິກຂຸສາມະເນນ ຫຼືພຣະເຈົ້າແຜ່ນດິນ)[2]; ຊື່ງກົງກັບ ພາສາອັງກິດວ່າ: (give; offer) ການເຄນ ຫຼືປະເຄນ (ຄຳວ່າປຣະເຄນຄົງຈະມາຈາກພາສາສັນສະກຣິດ) ຫຼືພາສາກຳປູເຈັຽມາກ ກວ່າພາສາບາລີ "ຄວາມເຫັນສ່ວນຕົວຂອງຜູ້ຂຽນ" ໃນຄວາມໝາຍ ຂອງພຣະພຣົມຄຸນາພອນ (ປ.ອ.ປະຍຸຕໂຕ) ຫມາຍເຖິງ ການ ມອບ ຖວາຍສີ່ງຂອງໃດໜຶ່ງ ໃຫ້ແກ່ພຣະພິກຂຸ; ສົ່ງສີ່ງຂອງຖວາຍພຣະ ພາຍ ໃນຫັດຖະບາດ; ສົ່ງໃຫ້ເຖິງມື; ແລະພິກຂຸ ຜູ້ຮັບ ຈະຮັບດ້ວຍກາຍກໍໄດ້ ດ້ວຍ ຂອງເນື່ອງດ້ວຍກາຍກໍໄດ້ ເຊັ່ນ: (ເວລາຜູ້ຍິງເຄນ ໃຊ້ຜ້າຂາບ"ຜ້າເຫຼືອງນ້ອຍໆ ເໝືອນ ແພມົນ" ໃຊ້ຜ້າເຊັດໜ້າທີ່ສະອາດຮັບກໍ່ໄດ້)[3] ແຕ່ການ ຮັບເຄນທາງ ພາກເໜືອຂອງປະເທດໄທຍ (8 ແຂວງພາກເຫນືອ), ປະເທດພະມ້າ ແລະສີລັງກາ ສະຕີ (ຜູ້ຍິງ) ເຄນກໍ່ຮັບກັບມືໄດ້ເລີຍເໝືອນຜູ້ຊາຍທົ່ວໄປ ແຕ່ສ່ວນຫລາຍປະເພນີລາວ ເຮົາຈະ ມອບໃຫ້ເປັນຫນ້າທີ່ຜູ້ຊາຍຫລາຍກວ່າ(ຖືວ່າ ຂັດພຸດທະບັນຍັດ) ແລະໃນວິໄນບັນຍັດພຣະພິກຂຸກໍ່ສາມາດຮັບເຄນ ຈາກຜູ້ຍິງ ໄດ້ ເວັ້ນເສຍແຕ່ພວກອະເຈລົກຫຼືພວກເດຍລະຖີ ທີ່ຕ່າງສາສນາກັນ, ທີ່ໃຊ້ຜ້າ ຮອງ ຮັບນັ້ນ ເປັນການບັນຍັດຂຶ້ນມາໃໝ່ເທົ່າ ນັ້ນເອງ ແລະຕໍ່ໄປຈະໄດ້ກ່າວ ເຖິງວິທີການເຄນ ຄື:
3. ວິທີການເຄນສິ່ງຂອງແກ່ພຣະສົງຄ໌ຄື,
ວິທີການເຄນສີ່ງຂອງແກ່ພິກຂຸສົງຄ໌ສຳຫລັບຊາຍແລະຍີງເພີ່ງປະຕິບັດ ຕ່າງກັນດັ່ງນີ້:
3.1 ສໍາຫລັບຜູ້ຊາຍ:
ເພີ່ງນັ່ງຄຸກເຂົ່າ ຫຼືຢືນຕາມຄວາມເໝາະສົມແກ່ສະຖານທີ່ ຄື: ຖ້້າ ພຣະພິກຂຸນັ່ງເທີງເກົ້າອີ້ ເພີ່ງຢືນ, ຖ້າພຣະພິກຂຸ ສົງຄ໌ ນັ່ງກັບພື້ນເພີ່ງນັ່ງຄຸກເຂົ່າ ຍົກສີ່ງຂອງນັ້ນດ້ວຍມືທັງສອງ ນ້ອມສີ່ງຂອງນັ້ນເຂົ້າໄປໃກ້ພຣະພິກຂຸຜູ້ຮັບປະ ເຄນ ຍົກໃຫ້ສູງ ຈາກພື້ນ (ປະມານ 1 ຄືບ) ສົ່ງຖວາຍເຖີງມືພຣະພິກຂຸຜູ້ຮັບປະ ເຄນ ຖ້າສີ່ງຂອງນັ້ນມີຫລາຍຖ້ວຍໃຫ້ຈັດມາຖວາຍທີລະຖ້ວຍ ບໍ່ນິຍົມປະເຄນ ດ້ວຍການຍົກປະເຄນທັງໝົດ ເມື່ອເຄນສຳເລັດແລ້ວ ເພີ່ງໄຫວ້ ຫຼືຂາບດ້ວຍ ການສະແດງຄວາມ ເຄົາຣົບທຸກເທື່ອ.
3.2 ສໍາຫຼັບຜູ້ຍີງ:
ເພີ່ງຢືນຫຼືນັ່ງພັບພຽບຕາມຄວາມເໝາະສົມແກ່ສະຖານ ທີ່ດັ່ງທີ່ໄດ້ກ່າວມາແລ້ວ ແລ້ວຍົກສີ່ງຂອງ ນັ້ນດ້ວຍມືທັງສອງຂ້າງ ນ້ອມເຂົ້າໄປໃກ້ພຣະພິກຂຸຜູ້ຮັບປະເຄນພໍສົມຄວນ (ປະມານ 1 ສອກ) ວາງເທີງຜືນຜ້າທີ່ ພຣະພິກຂຸ ປູວາງໄວ້ເພື່ອຮັບປະເຄນ ນັ້ນ ຫຼືຈະເຄນໃຫ້ເຖິງມືພຣະພິກຂຸເລີຍກໍ່ໄດ້ ແຕ່ (ບໍ່ຄ່ອຍນິຍົມກະທຳກັນ) ແລະຄອຍໃຫ້ພຣະຈັບ ສົ້ນຜ້າຮັບປະເຄນນັ້ນເສັຽ ກ່ອນ ຈີ່ງວາງສີ່ງຂອງທີ່ຈະເຄນລົງລົງເທີງຜືນຜ້າຮັບປະເຄນນັ້ນ ເມື່ອປະເຄນ ຮຽບຮ້ອຍແລ້ວ ຄວນໄຫວ້ຫຼືຂາບທຸກເທື່ອເພື່ອ ເປັນການສະແດງຄວາມເຄົາຣົບ.
4. ອົງຄ໌ປະກອບໃນການເຄນມີ 5 ຢ່າງດັ່ງນີ້:
1) ຜູ້ຮັບເຄນຕ້ອງເປັນພຣະພິກຂຸສົມບູນ (ບໍ່ແມ່ນພຣະນອກ ພຸດທະສາສນາ)
2) ສີ່ງທີ່ຈະເຄນຕ້ອງເປັນຂອງຍົກເຄນໄດ້ ບໍ່ໜັກຈົນເກີນໄປ ຈົນບຸກຄົນ ທຳມະດາຍົກຂື້ນບໍ່ໄດ້.
3) ຜູ້ເຄນຕ້ອງເປັນອານຸປະສໍາບັນ (ຕ້ອງເປັນສາມະເນນ ຫຼືຄະລືຫັດ ຄືບໍ່ແມ່ນພຣະດ້ວຍກັນ).
4) ຕ້ອງຢູ່ໃນລະຫວ່າງຫັດຖະບາດ(ຊ່ວງແຂນ)ຂອງກັນແລະກັນ ຍົກຂື້ນ ພໍແມວລອດໄດ້ ແລະຕ້ອງໃຫ້ ຍັບເຄື່ອນຈາກຈຸດເດີມດ້ວຍ.
5) ຜູ້ຮັບຕ້ອງຮັບດ້ວຍມື ຫຼືເນື່ອງດ້ວຍມື ເຊັ່ນ ຍົກກ້ວຍໃຫ້ເລີຍຮຽກວ່າ ຮັບດ້ວຍມື ແຕ່ຖ້າໃສ່ຈານກ່ອນແລ້ວ ຍົກໃຫ້ຮຽກວ່າຮັບເນື່ອງດ້ວຍມື ແລະຕໍ່ໄປ ຈະໄດ້ກ່າວເຖີງສີ່ງໃດທີ່ຕ້ອງເຄນອີກ ຫຼືຂາດຈາກການເຄນແລ້ວ.
5. ຂອງຮັບຈາກການເຄນແລ້ວ ຂາດຈາກອາການເຄນ ເຈັດ ຢ່າງ ພິກຂຸຈະສັນ ຫຼືເອົາໄປ ບໍຣິໂພກບໍ່ໄດ້ຄື:
1) ຜູ້ຮັບເຄນນັ້ນຕາຍ
2) ຜູ້ຮັບເຄນນັ້ນລາສິກຂາເສັຽ
3) ອົງຄ໌ຮັບເຄນນັ້ນກາຍເພດຜູ້ຍີງເສັຍ ຫຼືພິກຂຸນີກາຍເປັນເພດຊາຍເສັຽ
4) ອົງຄ໌ຮັບເຄນນັ້ນໄປເຂົ້າສາສນາອື່ນເສັຽ
5) ສີ່ງຂອງທີ່ເຄນແກ່ພຣະສົງຄ໌ແລ້ວພິກຂຸຍັງບໍ່ທັນໄດ້ສັນ ມີໂຈນມາລັກ ໄປກ່ອນ
6) ຂອງທີ່ເຄນນັ້ນພິກຂຸບອກປະຕິເສດແລ້ວ ຄື: ບອກວ່າ (ພໍແລ້ວ) ເປັນຕົ້ນ.
7) ສີ່ງຂອງທີ່ເຄນນັ້ນ ພິກຂຸບອກສະລະໃຫ້ຄະລືຫັດໄປແລ້ວ ພາຍຫຼັງມີ ພິກຂຸມາອີກ: (ຕ້ອງເຄນໃຫມ່) ກ່າວຄື ເອົາສີ່ງ ຂອງເດີມນັ້ນແຫລະນຳມາປະເຄນ ໃໝ່ ບໍ່ແມ່ນຕ້ອງໄປຫາມາໃໝ່, ບາງຄົນມີຂໍ້ສົງສັຍວ່າ: ເມື່ອເຄນອາຫານແກ່ ພິກຂຸແລ້ວ ມີຄະລືຫັດບາງຄົນເຂົ້າໄປຄອຍຈັດໃຫ້ຮຽບຮ້ອຍອີກ ຈະຂາດຈາກ ການປະເຄນ ຫຼືບໍ່ເພາະຫລາຍຄົນເຂົ້າໃຈວ່າ ເມື່ອເຄນສີ່ງຂອງແກ່ພິກຂຸແລ້ວ ຄະລືຫັດຈະຈັບຕ້ອງບໍ່ໄດ້ໃນຂໍ້ນີ້ ຈາກຂໍ້ວິນິດໃສທັງ 7 ຂໍ້ທີ່ກ່າວມາຂ້າງເທີງນັ້ນ ຖືວ່າບໍ່ຂາດຈາກການເຄນ ຄື (ບໍ່ຕ້ອງເຄນໃໝ່ອີກ).
6. ກ່າວໂດຍສະຫຼຸບໃນເລື່ອງຂອງການປະເຄນຄື:
ເມື່ອເບີ່ງໄປທີ່ຫລັກການທາງພຸດທະບັນຍັດແລ້ວ ເຮົາລອງໃຄ່ຄວນດ້ວຍ ຕົນເອງເບີ່ງກໍໄດ້ວ່າ ສົມມຸດວ່າເຮົານັບຖືບຸກຄົນໆ ຫນຶ່ງ ຢ່າງສຸດອົກສຸດໃຈ ແລ້ວເຮົາຕ້ອງການເອົາສີ່ງຂອງສັກຢ່າງໃຫ້ ດ້ວຍການໄປວາງໄວ້ທີ່ໃດທີ່ຫນື່ງ ໃກ້ທີ່ຢູ່ຂອງເຂົາແລ້ວ ຮ້ອງໃຫ້ເຂົາມາເອົງເອງ ຫຼືໂຍນໃຫ້ ຫຼືຍື່ນໃຫ້ແບບບໍ່ເຕັມໃຈ ຈະສົມຄວນຫຼືບໍ່ ແລະການເຄນ ຫຼືການຖວາຍທີ່ບໍ່ຖືກຕ້ອງນັ້ນ ອາດເກີດຜົນ ກະທົບ ຕໍ່ຜົນຂອງການໃຫ້ທານຂອງຜູ້ເປັນເຈົ້າຂອງວັດຖຸທານນັ້ນດ້ວຍ ເມື່ອ ຜົນທານໃຫ້ຜົນ ເຊັ່ນ ໃນນິທານ ເລື່ອງປັນຈະປາປີເປັນຕົ້ນ ປັນຈະປາປາ ຫຼື ປັນຈະປາປີ (ຕາມອິກາລັນອິດຖີລີງ "ເພດຍີງ") ແປວ່າຜູ້ຍີງ 5 ບາບ ຄືມີ ອະວັຍວະບໍ່ສົມບູນ 5 ຢ່າງ ຄື: (ແຂນຄົດ ຂາເປ ຕາເຫຼ່ ດັງແໝບ ປາກບ້ຽວ) ດ້ວຍວິບາກອະກຸສົນລະກໍາທີ່ເຄີຍຖວາຍ ດີນໜຽວ ແກ່ພຣະປັດ ເຈກກະພຸດທະເຈົ້າ ເພື່ອເອົາໄປໂບກຝາກຸດຕິ ແລະດ້ວຍອາການບໍ່ເຕັມໃຈ ບໍ່ເຄົາຣົບໃນການໃຫ້ທານ ຈຶ່ງເຮັດໃຫ້ ຕີນ ມື ຕາ ດັງ ແລະປາກ ວິກົນ ວິປະຣິດໄປແຕ່ດ້ວຍອານິສົງ ກຸສົນລະກຳ ທີ່ນາງໄດ້ຖວາຍດີນໜຽວ ເປັນທານ ແກ່ພຣະປັດເຈກກະພຸດທະເຈົ້າຈຶ່ງບັນດານໃຫ້ນາງໄດ້ ມີສຳຜັດພິເສດ ແປກໄປ ກວ່າຊາວບ້ານຈົນມີ ສາມີເປັນພຣະຣາຊາເຖິງ 2 ພຣະຣາຊາໃນສມັຍດຽວກັນ.
[1] ພຣະໄຕຣປິດົກມະຫາມະກຸດຣາຊະວິທະຍາໄລ,ພຣະວິໄນປິດົກມະຫາວິພັງຄ໌ ເຫລັ້ມ 2, (ກຣຸງເທພມະຫານະຄອນ: ໂຮງພິມມະຫາມະກຸດ ຣາຊະວິທະຍາລັຍ,ພ.ສ. 2527), ຫນ້າ 562.
[2] ມະຫາສິລາ ວິຣະວົງສ໌, ວັຈນານຸກົມພາສາລາວ ສະບັບປັບປຸງໃໝ່ ພ.ສ. 2549, (ວຽງຈັນ:ໂຮງພິມຈຳປາການພິມ,ພ.ສ.2549), ໜ້າ 69.
[3] ພຣະທັມປິດົກ (ປ.ອ.ປະຍຸຕໂຕ), ພັຈນານຸກົມພຸດທະສາສນາສະບັບປະມວລສັບ, ພິມຄັ້ງທີ່ 11, (ກຸງເທບມະຫານະຄອນ: ໂຮງພິມມະຫາ ຈຸລາລົງກອນຣາຊະວິທະຍາລັຍ, ພ.ສ. 2546), ໜ້າ 123.