ຄວາມສຳເລັດສ້າງໄດ້ທຸກວັນ
:ພຣະອາຈາຣຍ໌ ພຸດທິໄຊ ພຸດທິບັນດິດ
ເຂົາບອກວ່າຊີວິດຂອງຄົນເຮົາແຕ່ລະຄົນ ມີຄວາມເຊື່ອທີ່ແຕກຕ່າງກັນ ບາງຄົນບອກວ່າ: ສ່ວນຫນຶ່ງມາແຕ່ກັມ ທີ່ກະທຳເອົາໄວ້ ແຕ່ຊາດປາງກ່ອນ ຖ້າເຮົາເຊື່ອແນວນີ້ທ່ານຜູ້ອ່ານເຫັນວ່າຄວາມເຊື່ອນີ້ ຖືກຕ້ອງ 100% ຫຼືບໍ່ ຕົ້ນທືນສ່ວນຫນຶ່ງນັ້ນຈິງ ແຕ່ເຮົາທຸກຄົນສາມາດສ້າງຕົ້ນທືນໃໝ່ໃນຊີວິດປັດຈຸບັນໄດ້ ເຂົາບອກວ່າອະດີດມັນເປັນທີ່ມາຂອງປັດຈຸບັນ ແຕ່ປັດຈຸບັນມັນໝາຍເຖິງທີ່ມາຂອງອະນາຄົດ ເຄີຍມີທ່ານຜູ້ຮູ້ທ່ານຫນຶ່ງເຄີຍກ່າວໄວ້ວ່າ "...ມັນເປັນເລື່ອງຕລົກຫລາຍ ຖ້າເຮົາຈະໃຊ້ຊີວິດເໝືອນເດີມ ແຕ່ຕ້ອງການໃຫ້ຊີວິດຂອງເຮົາໃນອະນາຄົດຂອງເຮົາປ່ຽນໄປ..." ເຂົາບອກວ່າມີແຕ່ຄົນທີ່ເສັຽສະຕິເທົ່ານັ້ນແຫລະ ທີ່ຈະໃຊ້ຊີວິດເໝືອນເດີມແຕ່ມີຄວາມຄາດຫວັງວ່າອະນາຄົດຈະປ່ຽນໄປ ເຂົາບອກວ່າອະນາຄົດຈະປ່ຽນໄປນັ້ນມັນຕ້ອງເລີ່ມຕົ້ນທີ່ຕົວເຮົາກ່ອນ.
ກ່ອນອື່ນຜູ້ຂຽນຂໍແນະນໍາໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກກັບບຸກຄົນທ່ານຫນຶ່ງ ຊຶ່ງເຄີຍໄດ້ສາຍາວ່າ: ເປັນປະຣະມາຈາຣຍ໌ດ້ານ ພາວະຜູ້ນຳ ເຂົາຊື່ ຈອຫ໌ນ ຊີ. ແມັກເວລ໌ລ (John C. Maxwell) ຊຶ່ງໄດ້ຖືກການຈັດອັນດັບຜູ້ຊົງອິດທິພົນຫລາຍທີ່ສຸດ ດ້ານພາວະຜູ້ນຳປະຈຳປີ 2007 ແລະໄດ້່ຮັບການຍົກຍ້ອງໃຫ້ ເປັນຫນຶ່ງໃນ 25 ນັກຂຽນກຽດຕິຍົດຂອງອະເມຊອນດອດຄອມ (Amazon.com) ຜູ້ມີຜົນງານຂາຍດີຕິດອັນດັບຫຼາຍກວ່າ 12 ລ້ານເຫລັ້ມ ທົ່ວໂລກ ຈອຫ໌ນ ຊີ. ແມັກເວລ໌ລ ເປັນທີ່ຮູ້ຈັກໃນ ຖານະຜູ້ຊ່ຽວຊານ ພາວະ ຜູ້ນຳ ຂອງອະເມຣິກາ ແລະເຄີຍບັນຍາຍໃຫ້ຄົນຟັງມາແລ້ວຫຼາຍແສນຄົນ ເຂົາສື່ສານຫລັກການ ເປັນຜູ້ນຳໃຫ້ແກ່ບໍຣິສັດຊັ້ນນຳທີ່ຕິດອັນດັບ 500 ແຫ່ງນິຕຍາສານຟໍຈູນ ລວມທັງໂຮງຮຽນນາຍຮ້ອຍເວສຕ໌ພອຍຕ໌ ແລະອົງກອນກິລາຫຼາຍແຫ່ງ.
ແມັກເວລ໌ລໄດ້ຂຽນຫນັງສືຫຼາຍເຫຼັ້ມຊຶ່ງເປັນທີ່ຫນ້າສົນໃຈທຸກເຫຼັ້ມ ແຕ່ທີ່ນີ້ຜູ້ຂຽນຂໍນໍາມາຝາກທ່ານຜູ້ອ່ານພຽງເຫຼັ້ມດຽວ ຄື: ຄວາມສຳເລັດສ້າງໄດ້ທຸກວັນ “SUCCESS ONE DAY AT A TIME” ເຂົາແນະນຳໄວ້ວ່າຜູ້ທີ່ຕ້ອງການປະສົບຄວາມສຳເລັດໃນຊີວິດຕ້ອງກ້າປ່ຽນແປງວິຖີຊີວິດຂອງທ່ານ ຢ່າເກງກົວຕໍ່ການປ່ຽນແປງຄື: “Change your life for success do not be afraid of change…” ແລະຜູ້ທີ່ຈະປະສົງຜົນສຳເລັດໃນຊີວິດຕ້ອງປ່ຽນ 4 ຢ່າງຕໍ່ໄປນີ້:
· Attitude (Positive thinking) ປ່ຽນຄວາມຄິດທີ່ຄິດລົບໃຫ້ເປັນບວກ
· Successful (Proud to be win) ມັກທໍາລາຍສະຖິຕິເດີມຕລອດ
· Friendly (Service mind keep smiling) ມີມະນຸດສໍາພັນມັກໃຫ້ບໍຣິການເພື່ອນ
· Modern (Up to date) ປັບປຸງໃຫ້ທັນສມັຍສເມີ
1. Attitude (Positive thinking) ຄື: ພາສາລາວໝາຍເຖິງ ທັສນະຄະຕິ, ຄວາມຄິດ ຫຼືຄວາມເຊື່ອ ແມັກເວລ໌ລບອກວ່າ: ຖ້າຄົນເຮົາມີຄວາມເຊື່ອວ່າເຮົາບໍ່ເກັ່ງ ບໍ່ໝັ້ນໃຈໃນຕົວເອງ ແລ້ວເຮັດຫຍັງກໍ່ບໍ່ຄ່ອຍປະສົບຄວາມສຳເລັດ ໂດຍເລິກໆ ແລ້ວຄົນເຮົາສ່ວນຫລາຍມັກຈະສາບແຊ່ງຕົນເອງໄວ້ກ່ອນທີ່ຈະລົງມືເຮັດ ເຊັ່ນ: ບາງຄົນໄປສອບເສັງເຂົ້ານັ້ນເຂົ້ານີ້ ຫຼືໄປສມັກເຮັດການກໍ່ມັກຈະເວົ້າວ່າກໍ່ເສັງໆໄປຊັ້ນແຫຼະເພື່ອວ່າຈະໂຊກດີຄືປົງຕົກລ່ວງໜ້າເອົາໄວ້ກ່ອນແລ້ວ ອັນທີ່ຈິງສິ່ງທີ່ເວົ້າໄປນີ້ ຖ້າມັນມີຢູ່ໃນ ຕົວເຮົາຫຼາຍເກີນໄປມັນຈະເຮັດໃຫ້ເຮົາກາຍເປັນຄົນບໍ່ໝັ້ນໃຈ ເພາະທຸກຢ່າງມັນຈະມີຄວາມເຊື່ອໄປໃນທາງລົບຫຼາຍກວ່າ ຈະມີຄວາມເຊື່ອໃນທາງບວກ ເຊັ່ນ: ເຮົາຢາກຈະຫຼຸດນ້ຳໜັກ ກໍ່ບອກວ່າ ຂ້ອຍກະລອງມາຫຼາຍວິທີແລ້ວຢ່າໄປຫຼຸດມັນເລີຍ ລູກກໍ່ໃຫຍ່ແລ້ວຜົວ...ກໍ່ເຖົ້າແລ້ວ ບໍ່ມີຄວາມຈຳເປັນຕ້ອງດູແລອີ່ຫຍັງອີກ ແທ້ທີ່ຈິງແລ້ວຄວາມຄິດເຫຼົ່ານີ້ກໍ່ບໍ່ຜິດ ແຕ່ເໝືອນເຮົາຕາມໃຈຕົວເອງ ແມັກເວລ໌ລ ບອກວ່າການປ່ຽນທັດສະນະຄະຕິນີ້ຈະຍາກແລະອຶດອັດເປັນຢ່າງຢິ່ງໃນຊ່ວງ 1-3 ເດືອນທຳອິດ ເມື່ອດົນເຂົ້າມັນກໍ່ຈະເລີ່ມລົງຕົວຂອງມັນເອງ.
ຖ້າສົມມຸດວ່າທ່ານກຳລັງກ້າວຂາອອກຈາກເຮືອນຕອນ 4 ໂມງແລງເພື່ອໄປທີ່ໃດສັກແຫ່ງເພື່ອໄປອົບໂຮມ ແຕ່ເມື່ອ ແຫງນຫນ້າມອງທ້ອງຟ້າແລ້ວເຫັນຟ້າມັນຄຶ້ມໆ ທ່ານກໍ່ເລີ່ມຕໍ່ສູ້ກັບດ້ານມືດແລະດ້ານສວ່າງອີກເຊັ່ນກັນ, ດ້ານມືດກໍ່ຄື ສົງສັຍ ຝົນຈະຕົກ ຖ້າຝົນຕົກຖນົນກໍ່ຕ້ອງມື່ນຣົດກໍ່ຕ້ອງຕິດປະທະກັບດ່ານທີ່ 2 ອີກ, ເມື່ອເບິ່ງກັບເຂົ້າໄປໃນເຮືອນ ກໍ່ໃກ້ເຖິງເວລາ ລະຄອນກຳລັງລົງຈໍພໍດີ ຄວາມລັງເລກໍ່ຢິ່ງທະວີຄຸນຫຼັ່ງໄຫຼເເຂົ້າມາ ແຕ່ຖ້າສະຖານທີ່ອົບໂຮມແຫ່ງນັ້ນສົ່ງ sms ບອກຜູ້ທີ່ຈະໄປ ຝຶກອົບໂຮມທຸກຄົນວ່າຖ້າທ່ານໄປຈະໄດ້ຮັບ Cheque ຂອງຂວັນຄົນລະ $ 1000 ທຸກຄົນເມື່ອເປັນເຊັ່ນນີ້ ຟ້າທີ່ກຳລັງຄື້ມໆ ກໍ່ຈະເຮັດຫຍັງທ່ານບໍ່ໄດ້ເລີຍ ເພາະເປົ້າໝາຍມັນຊັດເຈນ ມີກຳລັງໃຈ ປັນຫາກໍ່ມີທາງແກ້ໄຂໄດ້ ຖ້າເປົ້າໝາຍໃຫຍ່ຂຶ້ນ ອຸປະສັກກໍ່ຈະນ້ອຍລົງ ດັ່ງນັ້ນ ຄົນທີ່ມີເປົ້າໝາຍຊັດເຈນຈິ່ງເອົາຊະນະອຸປະສັກໄດ້ດີ ແລະພົບປັນຫາໃດໆ ກໍ່ໄປໄດ້ໝົດ.
2. Successful (Proud to be win) ມັກທໍາລາຍສະຖິຕິເດີມຕລອດເວລາ
ເຮົາຈະຕ້ອງໃຫ້ຄ່ານິຍົມຕົວເອງ ຄືຕ້ອງເສບຄວາມສຳເລັດໃຫ້ກັບຕົນເອງຕລອດເວລາ ຢ່າປ່ອຍໃຫ້ຕົນເອງຢຸດຢູ່ກັບທີີ່ ແມັກເວລ໌ລບອກວ່າ: ”…ຄົນຈະປະສົບຜົນສຳເລັດຕ້ອງນິຍົມທຳລາຍສະຖິຕິຕົນເອງຢູ່ສເມີ” ເຊັ່ນຖ້າທ່ານເປັນນັກຂາຍ ປີທີ່ແລ້ວມີຍອດຂາຍ $50 000 ທ່ານຄວນຈະທຳລາຍສະຖິຕິໃຫ້ໄດ້ $ 60 000 ຂຶ້ນໄປອີກ ຄືບໍ່ຄວນຢູ່ໃນຕໍາແໜ່ງເກົ່ານານເກີນໄປມັນຈະເຮັດໃຫ້ເຮົາເສບຕິດສິ່ງນັ້ນ ຄືມັນຈະເຮັດໃຫ້ເຮົາຮູ້ສຶກວ່າເທົ່ານີ້ພໍແລ້ວ ຊີວິດມາໄກເກີນເອື້ອມແລ້ວເມື່ອຄິດເຊັ່ນນີ້ທຸກວັນກໍ່ກາຍເປັນການລົງໂປຣແກຣມໄວ້ໃນຫົວແລ້ວກໍ່ຕັ້ງທຸງວ່າເທົ່ານີ້ພໍແລ້ວ ແມັກເວລ໌ລບອກວ່າຄຳວ່າ: “…ໄດ້ເທົ່ານີ້ກໍ່ດີແລ້ວເປັນປໂຍກທີ່ດີ ແຕ່ຕ້ອງເຕິມຄຳວ່າ “…ຖ້າເຮັດຕໍ່ໆ ໄປຂ້າພະເຈົ້າເຊື່ອຖ້າທ່ານ...ໄປໄດ້ໄກກວ່ານີ້” ຄື: ຕ້ອງມີປໂຍກຫຼັງດ້ວຍ.
3. Friendly (Service mind keep smiling) ມີມະນຸດສໍາພັນ ມັກໃຫ້ບໍຣິການເພື່ອນສເມີ
ໂລກທຸກວັນນີ້ ເປັນໂລກແຫ່ງຄວາມເຊື່ອມໂຍງຊຶ່ງກັນແລະກັນ ຄົນມີເພື່ອນຫລາຍເຮັດຫຍັງກໍ່ສຳເລັດໄວ ຄົນມີເພື່ອນໜ້ອຍກໍ່ສຳເລັດຊ້າ ຄົນບໍ່ມີພັກພວກເພື່ອນຝູງເລີຍກໍ່ຍາກທີ່ຈະສຳເລັດ ທຸກທຸຣະກິດລ້ວນເປັນໄປໃນທຳນອງນີ້ ຄົນມີເພື່ອນຝູງຫຼາຍກໍ່ແກ້ປັນຫາໄດ້ຫຼາຍ ຄົນບໍ່ມີເພື່ອນຝູງກໍ່ແກ້ປັນຫາໄດ້ໜ້ອຍ ດັ່ງນັ້ນ ມະນຸດທີ່ຈະປະສົບຄວາມສຳເລັດທຸກຄົນຈຶ່ງຢ່າມີສັດຕູຫຼາຍ ຂໍ້ທຳອິດທີ່ຄວນເຮັດຄື ສແວງຫາເພື່ອນ ແຕ່ບໍ່ຄວນເປັນມະນຸດທີ່ບໍ່ແຄຣ໌ໃຜ ສຸພາສິດຈີນບອກວ່າ: “…ມີມິດ 100 ຄົນຍັງຖືວ່າໜ້ອຍ ມີສັດຕູ 1 ຄົນ ຍັງຖືວ່າຫຼາຍ” ດັ່ງນັ້ນ ຄົນ Friendly ຈຶ່ງຕ້ອງປັບບຸກຄະລິກຂອງຕົນເອງໃຫ້ໄດ້.
4. Modern (Up to date) ປັບປຸງຕົນເອງໃຫ້ທັນສມັຍຕລອດເວລາ ຄົນຈະປະສົບຄວາມສຳເລັດໃນຊີວິດ ຕ້ອງເປັນຄົນຊ່າງສັງເກດວ່າໂລກທຸກມື້ນີ້ ມັນປ່ຽນໄປໃນທິດທາງໃດ, ຄົນທີ່ເຂົາປະສົບຄວາມສຳເລັດເຂົາປະສົບຄວາມສຳເລັດໃນຮູບແບບໃດ ເຂົາໃຊ້ວິທີໃດ ຈຶ່ງປະສົບຄວາມສຳເລັດ.
ການເປັນຄົນທັນສມັຍເລິ່ມຕົ້ນຄື:
ທ່ານຕ້ອງເປັນຄົນຕິດຕາມຂ່າວສານທົ່ວໆໄປ
(2)ເບີ່ງໜັງສືພິມ,
(3) ເບິ່ງຂ່າວສານທາງໂທຣະທັດ ຟັງຂ່າວທາງວິທະຍຸແນ່; ກັບປັດຈຸບັນນີ້ຄົນທີ່ໃຊ້ເຄື່ອງມືສື່ສານກໍ່ຄືຄົນອັບເດດຕລອດເວລາເພາະເວລາເຮົາເປີດເຟສບຸກ...ເຮົາກໍ່ຈະຮູ້ວ່າລະຄອນ ເລື່ອງນັ້ນໆ ຫຼິ້ນໄປຮອດໃສແລ້ວ ເພາະມີຄົນວິພາກວິຈານຜ່ານສິ່ງເຫຼົ່ານີ້ລວມ ທັ້ງເລື່ອງເສຖກິດແລະການເມືອງກໍ່ເຊັ່ນກັນ ເພາະສະນັ້ນ ສິ່ງທີ່ເຮົາຈະຕ້ອງເຮັດຄື: ເຮົາຈະຕ້ອງເລິ່ມຕົ້ນປ່ຽນແປງຕົວເອງ ເຮັດໃຫ້ຄົນທີ່ຢູ່ກັບເຮົາ ຍອມຮັບການປ່ຽນແປງ ແລະເຮົາກັບເຂົາ(ເພື່ອນຮ່ວມງານ...) ກໍຈະຕ້ອງປ່ຽນໄປກັບເຂົາດ້ວຍ ເຊັ່ນ: ບາຣັກ ໂອບາມາ ເປັນປະທານາທິບໍດີທີ່ໃຊ້ຄຳວ່າປ່ຽນ (Change) ກໍຄືເຂົາເປັນຄົນຜິວດຳ ທີ່ສາມາດສ້າງການຍອມຮັບໄດ້ທ່າມກາງສະຖານະການທີ່ບີບບັງຄັບຊົນຜິວນີ້.
ແລະແມັກເວລ໌ລ ບອກວ່າຄົນທີ່ຈະປະສົບຄວາມສຳເລັດໄດ້ນັ້ນຕ້ອງ ເປັນຄົນກະຕືລືລົ້ນ ວ່ອງໄວຄ່ອງແຄ້ວ ເກັ່ງ ແລະ ສາມາດເປັນຄຣູຝຶກທີ່ດີໄດ້ ນີ້ຄືສິ່ງທີ່ເຮົາຕ້ອງພຍາຍາມເລິ່ມຕົ້ນສຳລວດຕົວເຮົາວ່າ ເຮົາຈະປ່ຽນຕົວເອງແນວໃດ ແບບໃດ ແລະເມື່ອໃດ...! ເປັນສຳຄັນ.